ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງຊານຊູຈີ ສາບານໂຕ ເຂົ້າຮັບຕໍາແໜ່ງ ໃນສະພາ (ເບິ່ງສະໄລດ໌)


ທ່ານນາງອອງຊານຊູຈີ ຜູ່ນໍາຝ່າຍຄ້ານມຽນມາ ກ່າວຕໍ່ນັກຂ່າວ
ຫຼັງຈາກເຂົ້າຮ່ວມໃນສະພາແຫ່ງຊາດມຽນມາທີ່ນະຄອນເນປີດໍ ມຽນມາ.
ວັນທີ 2 ພຶດສະພາ 2012.
ທ່ານນາງອອງຊານຊູຈີ ຜູ່ນໍາຝ່າຍຄ້ານມຽນມາ ກ່າວຕໍ່ນັກຂ່າວ ຫຼັງຈາກເຂົ້າຮ່ວມໃນສະພາແຫ່ງຊາດມຽນມາທີ່ນະຄອນເນປີດໍ ມຽນມາ. ວັນທີ 2 ພຶດສະພາ 2012.



















ທ່ານ​ນາງ​ອອງຊານ​ ຊູ​ຈີ ຜູ້ນຳ​ປະຊາທິປະ​ໄຕ​ມາ​ເປັນ​ເວລາ​ດົນ​ນານ ໄດ້​ສາບານ​ໂຕ​ເຂົ້າເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດຢ່າງ​ເປັນ​ທາງ​ການແລ້ວ ​ໂດຍເຂົ້າກຳ​ຕໍາ​ແໜ່​ງຮັບ​ໃຊ້​ປະຊາຊົນ​ເປັນ​ຄັ້ງ​ທໍາ​ອິດ ຫຼັງ​ຈາກ ​ໄດ້ໃຊ້​ເວລາ​ສ່ວນ​ຫຼາຍ​ໃນ​ໄລຍະ 2 ທົດ​ສະ​ວັດ​ຜ່ານ​ມາ​ນີ້ຖືກ​ກັກ​ບໍລິ​ເວນ​ໃຫ້​ຢູ່​ແຕ່​ໃນບ້ານ​ເຮືອນ​ນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ໄດ້​ຮັບລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ວັນ​ພຸດ​ມື້​ນີ້​ເປັນ​ສະມາ​ຊິກ​ສະພາຕໍ່າ ​ຂອງ​ມຽນມາທີ່​ສິ້ນສຸດການ​ຄັດຄ້ານ​ບໍ່​ຍອມເຂົ້າ​ນັ່ງ​ໃນ​ສະພາຊຶ່ງໄດ້ຂົ່ມ ຂູ່​ວ່າ​ຈະ​ລົບ​ກວນ​ຕໍ່​ຂັ້ນ​ຕອນການປະຕິ​ຮູບ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ.

​ເປັນ​ເວລາ​ອາທິດ​ປາຍ ຜູ້​ນໍາ​ຝ່າຍ​ຄ້ານ​ໄວ 66 ປີ​ແລະ​ພວກ​ສະມາຊິກ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ ບໍ່​ຍອມ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ ​ເພາະວ່າ ຄໍາ​ສາບານ​ໂຕ​ບັງຄັບໃຫ້​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ປົກ​ປ້ອງ​ຄຸ້ມ​ຄອງ​ລັດຖະທໍາ​ມະນູນ ຊຶ່ງ​ໄດ້ຮ່າງ​ຂຶ້ນ​ ໂດຍ​ພວກ​ອະດີດ​ຄະນະ​ນໍາພາ​ທະຫານ​ຂອງ​ມຽນມາ.

​ແຕ່​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕຫຼື NLD ​ໄດ້​ຮັບປາກ​ທີ່​ຈະ​ສາບານ​ໂຕເຂົ້າ​ຮັບ​ຕໍາ​ແໜ່​ງ ແຕ່ໃນ​ຂະນະ​ດຽວ​ກັນ​ກໍປະຕິຍານ​ວ່າ ຈະ​ຊຸກຍູ້ໃຫ້​ມີ​ການ​ປ່ຽນ​ແປງ​ລັດຖະທໍາ​ມະນູນ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ທາງ​ນິຕິບັນຍັດ.

ທ່ານ​ນາງ​ອອງຊານ​ຊູ​ຈີກ່າວ​ຫຼັງ​ຈາກ​ສາບານ​ໂຕວ່າ ທ່ານ​ນາງ​ບໍ່ມີ​ຄວາມ​ຫວາດ​ຫວັ່ນບໍ່​ສະບາຍ​ໃຈ​ແຕ່​ຢ່າງ​ໃດ ກ່ຽວ​ກັບ​ການ​ນັ່ງ​ຢູ່​ທາງ​ຂ້າງ​ພວກ​ສະມາຊິກທະຫານ​ມຽນມາ ທີ່​ຍັງ​ເປັນຈໍານວນ​ຄອບ​ງໍາ​ຢ່າງ​ຫຼວງ​ຫຼາຍ​ຢູ່​ໃນ​ສະພາແຫ່ງ​ຊາດ​ຂອງ​ປະ​ເທດ ​ແຕ່​ທ່ານ​ນາງ​ກ່າວ​ວ່າ ທ່ານ​ນາງ​ຢາກ​ເຫັນສະຖາບັນນິຕິບັນຍັດຂອງມຽນມາ​ເປັນ​ສະ​ຖາ​ບັນ​ທີ່​ມີປະຊາທິປະ​ໄຕ ຫຼາຍ​ຂຶ້ນ.

XS
SM
MD
LG