ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາມຽນມາ ໄຂຂຶ້ນ ໂດຍບໍ່ມີຜູ້ແທນຈາກພັກ NLD (ເບິ່ງສະໄລດ໌ກັບວີດີໂອ)


ລັດ​ຖະສະພາຂອງ​ມຽນມາ ​ໄດ້ໄຂ​ຄືນ​ອີກ​ໃນ​ວັນ​ຈັນ​ມື້ນີ້ ​ໂດຍ​ມີ​ຜູ້​ນໍາ​ພັກ​ສັນນິບາດ​ແຫ່ງ
ຊາດ​ເພື່ອ​ປະຊາທິປະໄຕ ທ່ານນາງ ອອງຊານ ຊຸ ຈີ ແລະສະມາຊິກ​ສະພາ​ຈາກ​ພັກ​ຂອງ​
ທ່ານ​ນາງ 42 ຄົນ ​ປະຕິ​ເສດ​ບໍ່​ຍອມ​ເຂົ້າປະ​ຈໍາບ່ອນນັ່ງ​ຂອງ​ພວກ​ເຂົາ​ເຈົ້າຍ້ອນ​ການຂັດ
​ແຍ້​ງກັນ​ກ່ຽວ​ກັບຄໍາສາບານ​ຕົວ ເພື່ອ​ເຂົ້າ​ຮັບຕໍາແໜ່ງ​ດັ່ງກ່າວ.

ການຜິດຖຽງກັນດ່ັງກ່າວມີຂຶ້ນ ພ້ອມໆກັບທີ່ສະຫະພາບຢູໂຣບປະກາດໂຈະການລົງໂທດ
ທາງການຄ້າແລະເສດຖະກິດ ທີ່ໄດ້ນໍາໃຊ້ມາເປັນເວລາດົນນານຕໍ່ມຽນມານັ້ນໄວ້ ເປັນເວລາ
ນຶ່ງປີໃນວັນຈັນມື້ນີ້ ເພື່ອຕອບສະໜອງຕໍ່ການປະຕິຮູບໄປສູ່ປະຊາທິປະໄຕ ຢູ່ໃນປະເທດ
ເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ.

ເບິ່ງວີດີໂອ ລັດຖະມົນຕີຕ່າງປະເທດອັງກິດຖະແຫລງວ່າ ເປັນຫຍັງ ອີຢູ ຈຶ່ງພຽງ
ແຕ່ໂຈະການລົງໂທດ ໂດຍບໍ່ໄດ້ຍົກເລີກໄປເລີຍ ແລະບັນດາຜູ້ແທນສະພາມຽນມາ
ສາບານໂຕເຂົ້າຮັບຕໍາແໜ່ງ:

ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ພັກ​ກ່າວວ່າ ບັນດາ​ຜູ້​ແທນ​ຂອງພັກ NLD ​ຈະ​ບໍ່ເຂົ້າ​ກໍາບ່ອນນັ່ງ
ຈົນ​ກ່ວາ​ວ່າຈະ​ມີ​ການປ່ຽນ​ແປງຄໍາສາບານ​ ​ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້ສາບານ​ຕົວ
ວ່າ ຈະ​ຄຸ້ມຄອງລັດຖະທໍາ​ມະນູນທີ່​ຂຽນ​ຂຶ້ນມາ​ໂດຍລັດຖະບານທະຫານ​ຊຸດ​ເກົ່າ​ທີ່​ກໍາ​
ອໍານາດ​ນັ້ນ.

ໂຄສົກ​ຂອງ​ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ ຫຼື NLD ທ່ານ Nyan Win ​
ໄດ້​ກ່າວຕໍ່​ພວກ​ນັກ​ຂ່າວ​ໃນ​ວັນຈັນ​ມື້​ນີ້​ວ່າ ທ່ານເຊື່ອ​ໝັ້ນວ່າບັນຫາດັ່ງກ່າວ​ ຈະແກ້​ໄຂ
ໄດ້​ໂດຍ​ໄວໆ​.

ທາງ​ພັກ NLD ຢາກ​ໃຫ້ປ່ຽນແປງຄໍາສາບານ ​ໃຫ້​ມີ​ເນື້ອ​ໃນ​ບັງຄັບ​ໃຫ້​ເຂົາ​ເຈົ້າເຄົາລົບ
ນັບຖືລັດຖະທໍາມະນູນ​ເທົ່າ​ນັ້ນ ແທນ​ທີ່​ຈະ​ບັງຄັບ​ໃຫ້ປົກປ້ອງຄຸ້ມຄອງ ຊຶ່ງທາງພັກລັດຖະ
ບານໄດ້ປະຕິເສດ ມາຈົນເທົ່າເຖິງປະຈຸບັນນີ້.

ປະທານາທິບໍດີທ່ານ Thein Sein ທີກໍລັງຢ້ຽມຢາມກຸງ Tokyo ແລະໄດ້ກ່າວກັບ​ບັນດາ
ນັກຂ່າວໃນວັນຈັນມື້ນີ້ວ່າ ທ່ານບໍ່ມີແຜນການທີ່ຈະປ່ຽນແປງຄໍາເວົ້າ ຂອງຄໍາສາບານ
ແຕ່ກໍຢືນຢັດວ່າ ທ່ານບໍ່ມີ​ວັນ​ຈະ​ຕ່າວ​ປີ້ນຂັ້ນ​ຕອນຂອງປະຊາທິປະໄຕທີ່​ກໍາລັງດໍາເນີນ
ໄປຢູ່ນັ້ນ.

XS
SM
MD
LG