ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງອອງຊານຊູຈີ ຮຽກຮ້ອງໃຫ້ ຊາວມຽນມາສາມັກຄີກັນ


ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ກ່າວປາໄສຕໍ່ພວກສະໜັບສະໜຸນທ່ານ ຢູ່ໃກ້ກັບເມືອງ Bago,
ວັນທີ 14 ສິງຫາ 2011
ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ກ່າວປາໄສຕໍ່ພວກສະໜັບສະໜຸນທ່ານ ຢູ່ໃກ້ກັບເມືອງ Bago, ວັນທີ 14 ສິງຫາ 2011

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ​ໄດ້ຮຽກຮ້ອງ​ໃຫ້​ມີຄວາມ​ສາມັກຄີ​ພ້ອມພຽງ​ກັນ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນຂະນະ​ທີ່​ກ່າວ​ຄໍາປາ​ໄສ​ຕໍ່​ຝູງ​ຊົນ ໃນ​ການ​ເດີນທາງ​ດ້ານ​ການ​ເມືອງ​ຄັ້ງ​ທໍາ​ອິດ​ອອກ​ໄປນອກ​ນະຄອນ​ຢັ້ງ​ກຸ້ງ​ ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ນາງ ​ນັບ​ແຕ່​ທ່ານ​ນາງ​ໄດ້​ຖືກ​ປ່ອຍ​ໂຕ​ໃຫ້ເປັນ​ອິດ​ສະລະ​ຈາກ​ການ​ຖືກ​ກັກບໍລິ​ເວນ​ໃຫ້​ຢູ່​ແຕ່​ໃນບ້ານ​ເຮືອນ​ ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້.

ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ພາກັນ​ຢືນ​ລຽນ​ແຖວ​ຕາມ​ຖະໜົນຫົນທາງ​ເພື່ອສະ​ແດງ​ການ​ຄໍານັບ​ຮັບ​ຕ້ອນ​ ຜູ້​ທີ່ເຄີຍໄດ້​ຮັບລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິພາບ​ທ່ານ​ນີ້ ​ໃນ​ເວລາ​ທີ່​ທາງ​ນາງ​ຢຸດ​ແວ່​ຕາມ​ຖະໜົນ​ຫົນທາງ​ຫລາຍ​ຈຸດ​ໃນ​ເມືອງ Bago ​ແລະ​ເມືອງ Thanatpin ​ໃນ​ພາກ​ເໜືອຂອງ​ປະ​ເທດ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເປັນ​ເວລາ​ນຶ່ງ​ມື້​ນັ້ນ.

ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ ​ໄວ 66 ປີ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາມັກຄີ​ພ້ອມພຽງ​ກັນ​ແລະຮ້ອງ​ຂໍໃຫ້​ຝູງ​ຊົນ​ໃຫ້ການ​ສະໜັບ ສະ​ໜຸນ​ແກ່​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ​ຂອງ​ທ່ານ​ນາງ ຊຶ່ງ​ລັດຖະບານ​ທະຫານ​ມຽນມາ​ຊຸດ​ກ່ອນໄດ້​ສັ່ງ​ໃຫ້​ຍຸບ ກ່ອນການເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ແລ້ວ​ນີ້.

ການ​ເດີນທາງ​ຢ້ຽມຢາມ​ເພື່ອ​ພົບ​ປະ​ກັບ​ພວກ​ສະໜັບສະໜຸນ​ໃນ​ເຂດ​ຊົນນະບົດຂອງ​ທ່ານ ​ນາງ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ສັນຕິ ​ເຖິງແມ່ນລັດຖະບານໄດ້ເຕືອນ​ວ່າ ການ​ເດີນທາງ​ຢ້ຽມຢາມ​ດັ່ງກ່າວ​ອາດສາມາດກໍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍຂຶ້ນ​ໄດ້​ກໍ​ຕາມ.

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວ​ວ່າ ຈະ​ມີ​ການ​ເດີນທາງ​ຢ້ຽມຢາມ​ເຊ່ນ​ນີ້ຕື່ມ​ອີກ​ໃນ​ອະນາຄົດ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ນອກ​ເຄື່ອງ​ແບບ​ໄດ້​ຕິດຕາມເບິ່ງ​ການ​ເດີນ ທາງ ​ໄປ​ຕາມເສ້ນ​ທາງ​ຢ້ຽມຢາມ​ຂອງ​ທ່ານ​ນາງ​ຊຶ່ງ​ມີ​ລົດ​ເຂົ້າ​ຮ່ວມ​ນໍາ​ຂະ​ບວນ 30 ຄັນ. ​ໄດ້​ມີ​ຄວາມເປັນຫ່ວງ​ດ້ານ​ຄວາມ​ປອດ​ໄພ​ເພາະວ່າ ຂະ​ບວນລົດ​ຂອງ​ທ່ານ​ນາງໄດ້​ຖືກ​ດັກ​ໂຈມ​ຕີ​ໂດຍ​ພວກ​ສະໜັບສະ ໜຸນ​ອໍ​ານາດ​ປົກຄອງ​ທະຫານ ໃນ​ລະຫວ່າງ​ການ​ເດີນທາງແບບ​ນີ້​ເທື່ອ​ຫລ້າ​ສຸດໃນ​ປີ 2003 ​ຊຶ່ງ​ທ່ານ​ນາງ​ລອດ​ມາ​ໄດ້​ຢ່າງ​ປອດ​ໄພ ​ແຕ່​ໄດ້​ຖືກ​ກັກ​ບໍລິ​ເວນຕື່ມອີກ ​ເປັນ​ເວລາ 7 ປີ.

XS
SM
MD
LG