ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຈະຈົດທະບຽນເປັນພັກຝ່າຍຄ້ານຄືນ ໃນມຽນມາ


ທ່ານນາງອອງຊານ ຊູຈີ (ກາງ) ຜູ້ນໍາປະຊາທິປະໄຕມຽນມາ
ທ່ານນາງອອງຊານ ຊູຈີ (ກາງ) ຜູ້ນໍາປະຊາທິປະໄຕມຽນມາ

ພັກ​ຝ່າຍ​ຄ້ານໃຫຍ່​ຂອງ​ມຽນມາ ທີ່​ນໍາ​ໂດຍ​ທ່ານ​ນາງ​ອອງຊານ ຊູ​ຈີ ​ໄດ້​ຕັດສິນ​ໃຈຈະໄປ
​ຈົດທະບຽນ​ເປັນ​ພັກ​ການ​ເມືອງ​ນຶ່ງ ​ເພື່ອ​ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງ​ໃນ​ອະນາຄົດ.

ການ​ຕັດສິນ​ໃຈ​ດັ່ງກ່າວ ແມ່ນໄດ້​ມີ​ຂຶ້ນ​ໃນ​ວັນ​ສຸກ​ມື້​ນີ້ ​ໂດຍ​ສະມາຊິກ​ຈໍານວນ​ຫລາຍ​ກວ່າ
100 ຄົນ ຂອງ​ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ໃນກອງ​ປະຊຸມທີ່​ສູນ​ກາງພັກ ​
ໃນ​ເມືອງ​ຢ່າງ​ກຸ້ງ.

ອະ​ດີດ​ລັດຖະບານ​ທະຫານ​ມຽນມາ ​ໄດ້​ຖອນພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອປະຊາ​ທິປະ​ໄຕ​
ອອກ​ຈາກ​ບັນຊີ​ເມື່ອ​ປີຜ່ານມາ ຫລັງ​ຈາກ​ພັກ​ດັ່ງກ່າວໄດ້​ຕັດສິນ​ໃຈ ບອຍຄອ໊ດ​ບໍ່​ເຂົ້າ​ຮ່ວມ
ການ​ເລືອກ​ຕັ້ງ​ ເພາະ​ກົດໝາຍ​ເລືອກ​ຕັ້ງ​ມີ​ຂໍ້​ຈໍາກັດ​ຮັດແຄບ​ເກີນ​ໄປ. ລັດຖະບານ​ໄດ້​ກ່າວ​
ວ່າ ໃຜກໍ​ຕາມ​ທີ່​ມີ​ປະວັດ​ດ້ານ​ອາຊະ​ຍາກ​ອນ ​ໂຮ​ມທັງ​ທ່ານ​ນາງ​ອອງຊານ ຊູຈີ ຜູ້​ທີ່​ຖືກ​ກັກ
ບໍລິ​ເວນ ບ້ານນັ້ນ ​ແມ່ນ​ບໍ່​ມີ​ສິດ​ເຂົ້າ​ປະກອບສ່ວນ​ໃນ​ການ​ເມືອງ​ໄດ້. ມຽນມາ​ໄດ້​ຍົກ​ເລີກ​
ກົດ​ຫ້າມ​ເມື່ອອາທິດ​ຜ່ານ​ມາ​ນີ້ ຊຶ່ງ​ເປັນ​ການ​ອະນຸຍາດ​ໃຫ້​ພັກ​ສັນນິ ພາບແຫ່ງ​ຊາດ​ເພື່ອ​ປ
ະຊາ​ທິປະ​ໄຕ​ມຽນມາ ຫລື NLD ​ໃຫ້​ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງ​ພິ​ເສດ.

ໃນ​ເດືອນ​ມີນາ​ຜ່າ​ນມາ​ ລັດ​ຖະບານທະຫານມຽນມາ ​ໄດ້​ໂອນ​ອໍານາດ​ໃຫ້​ແກ່​ລັດຖະບານ
​ພົນລະ​ເຮືອນ​ແຕ່​ໃນ​ນາມ ​ແລະ​ອອກ​ກົດໝາຍ​ໃຫ້​ມີການ​ປະຕິ​ຮູບ​ບາງ​ຢ່າງ.

XS
SM
MD
LG