ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາມຽນມາ ຈະເປີດປະຊຸມ ໃນວັນທີ 31 ມັງກອນ


ການສະຫລອງວັນເອກະລາດ ຄົບຮອບ 63 ປີຂອງມຽນມາ ວັນທີ 4 ມັງກອນ 2011.
ການສະຫລອງວັນເອກະລາດ ຄົບຮອບ 63 ປີຂອງມຽນມາ ວັນທີ 4 ມັງກອນ 2011.

ສື່​ມວນ​ຊົນ​ແຫ່ງ​ລັດ​ມຽນມ້າ ປະກາດ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​
ວ່າ ລັດຖະສະພາ​ຊຸດ​ໃໝ່ຈະ​ພົບ​ກັນ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ວັນ
ທີ 31 ມັງກອນ​ເດືອນ​ນີ້.

ລັດຖະສະພາແຫ່ງ​ຊາດ​ຊຶ່ງ​ປະກອບ​ດ້ວຍ​ສອງ​ສະພາ​ຈະ​
ພົບປະກັນ​ທີ່​ນະຄອນຫລວງ Naypyidaw ຊຶ່ງ​ເປັນ​ເວລາ
ເກືອບ 3 ​ເດືອນ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ໃນ​
ວັນ​ທີ 7 ພະຈິກ​ຜ່ານມາ​ນີ້. ການ​ປ່ອນ​ບັດເລືອກຕັ້ງດັ່ງ
ກ່າວ​ ນັບວ່າ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ຮອບ 20 ປີຜ່ານມາ​ແລະ​
ໄດ້​ຖືກ​ຕໍາ​ໜິຕິຕຽນ​ຢ່າງ​ແຜ່​ຫລາຍ​ໂດຍ​ພວກ​ນັກ​ເຄື່ອນ
ໄຫວ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມ້າ ​ແລະ​ຈາກ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ທີ່​ເວົ້າ​ວ່າການ​ເລືອກ​ຕັ້ງ​ຄັ້ງ​ນີ້​ດໍາ​ເນີນ​ໄປ​ຢ່າງ​ບໍ່ຍຸຕິ​ທໍານັ້ນ. ພັກສາມັກຄີແລະ​ການ​ພັດທະນາ​ແຫ່ງ​ຊາດ ພັກ​ໃຫຍ່​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ກອງທັບ​ໄດ້​ອ້າງ​ເອົາ​ໄຊຊະນະ ​ໂດຍ​ໄດ້​ຊະນະ​ບ່ອນ​ນັ່ງ 80 ​ເປີ​ເຊັນ​ຂອງ ບ່ອນ​ນັ່ງ​ທັງ​ໝົດ​ທີ​ຍັງ​ເຫລືອ ຊຶ່ງ 1 ສ່ວນ 4 ຂອງ​ຈໍານວນ​ບ່ອນ​ນັ່ງ​ທັງ​ໝົດ​ຢູ່​ໃນສະພາ​ແມານ​ຖືກ​ຈອງ​ໄວ້​ໃຫ້​ພວກ​ທະຫານ​ທີ່​ຖືກ​ແຕ່ງ​ຕັ້ງ​ໄວ້​ກ່ອນ​ແລ້ວ​ນັ້ນ.

XS
SM
MD
LG