ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາຈະເລືອກເອົາ ປະທານາທິບໍດີພົນລະເຮຶອນ ຄົນທໍາອິດ


ຮູບພາບຈາກວີດີໂອ ກ່ຽວກັບການເປີດກອງປະຊຸມສະພາ ສະໄໝທໍາອິດຂອງມຽນມາ ທີ່ນະຄອນ Naypyitaw,
ວັນທີ 1 ກຸມພາ 2011
ຮູບພາບຈາກວີດີໂອ ກ່ຽວກັບການເປີດກອງປະຊຸມສະພາ ສະໄໝທໍາອິດຂອງມຽນມາ ທີ່ນະຄອນ Naypyitaw, ວັນທີ 1 ກຸມພາ 2011

ສະພາ​ໃໝ່​ຂອງ​ມຽນມາ​ໄດ້ເຮັດ​ລາຍ​ຊື່​ຜູ້​ສະ​ໝັກ​ເລືອກ​ຕັ້ງ 5 ຄົນ​ທີ່ຈະ ແຂ່ງຂັນ​ກັນ​ເປັນ​ປະທານາທິບໍດີ​ພົນລະ​ເຮືອນ​ຄົນ​ທໍາ​ອິດ​ຂອງ​ປະ​ເທດ ໃນ​ຮອບ​ດົນ​ກວ່າ​ເຄິ່ງສັດຕະວັດ​ຜ່ານ​ມາ ຊຶ່ງ​ຄາດ​ວ່າ​ຈະ​ມີ​ການ​ລົງມະຕິ​ກັນ​ບັ້ນ​ສຸດ​ທ້າຍ​ໃນ​ວັນ​ພະຫັດ​ສັບປະດາ​ນີ້.

ບັນດາ​ຜູ້​ແທນ​ກ່າວ​ວ່າ ຜູ້​ທີ່​ມີ​ຊື່​ສຽງ​ຫລາຍ​ທີ່​ສຸດ​ໃນ​ບັນດາ​ຜູ້​ສະ​ໝັກ 5 ທ່ານ​ນັ້ນ ​ແມ່ນ​ທ່ານ Thein Sein ຊຶ່ງ​ເປັນ​ຫົວໜ້າ​ພັກ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ພວກ​ທະຫານ
ແລະ​ຄອບ​ງໍາ​ຢູ່​ໃນ​ສະພາ ​ແລະ​ເຄີຍ​ຮັບ​ໃຊ້ເປັນ​ນາຍົກລັດຖະ
ມຸນຕີ​ໃນ​ຄະນະ​ລັດຖະບານ​ທະຫານ​ ທີ່​ກໍາລັງຈະ​ພົ້ນ​ຈາກ
ຕໍາແໜ່​ງນັ້ນ. ລາຍ​ຊື່​ເຕັມ​ຂອງ​ພວກ​ຜູ້ສະ​ໝັກ​ເລືອກ​ຕັ້ງ​ນັ້ນ​
ບໍ່​ມີ​ຜູ້​ໃດຮູ້ ເພາະວ່າມີ​ການ​ຫ້າມ​ພວກ​ນັກ​ຂ່າວ​ເຂົ້າ​ໄປ​ເອົາ​
ຂ່າວ​ໃນ​ກອງປະຊຸມ​ສະພາ​ຄັ້ງ​ທໍາ​ອິດ​ຂອງມຽນມາ​ໃນ​ຮອບ 20 ປີຜ່ານມາ​.

ມີ​ແຕ່​ພວກ​ສະມາຊິກ​ສະພາ​ເທົ່າ​ນັ້ນ​ ມີ​ສິດ​ສະໝັກ​ເອົາ​ຕໍາ
ແໜ່​ງປະທານາທິບໍດີ​ໄດ້ ຊຶ່ງ​ໝາຍ​ຄວາມ​ວ່າ ທ່ານ Than Shwe ຜູ້​ນໍາ​ທະຫານ​ທີ່ປົກ
ຄອງ ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ ບໍ່ຢູ່​ໃນ​ລາຍ​ຊື່​ຜູ້​ສະໝັກ​ນີ້. ​ເຖິງຢ່າງ​ໃດ​ກໍ​ດີ ​ເປັນ​ທີ່
ຄາດ​ກັນ​ວ່າ ທ່ານ​ຍັງ​ຈະ​ຢູ່​ໃນ​ຕໍາ​ແໜ່​ງທີ່​ມີ​ອໍານາດ​ຢູ່​ຕໍ່​ໄປ ຊຶ່ງ​ອາດ​ຈະ​ເປັນ​ຫົວໜ້າ​ກອງ
ທັບ ຫລື​ເປັນ​ຜູ້​ໄກ່​ເກ່ຍອໍານາດຢູ່​ເບື້ອງຫລັງ​.

XS
SM
MD
LG