ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງຊານ ຊູຈີ ຈະເດີນທາງ ໄປຢ້ຽມຢາມ ຕ່າງປະເທດ


ທ່ານນາງອອງຊານ ຊູຈີ ຂະນະທໍາບຸນຖະຫວາຍຜ້າໄຕແກ່ພະສົງ ທີ່ວັດ ໃນເມືອງຢ່າງກຸ້ງ
ທ່ານນາງອອງຊານ ຊູຈີ ຂະນະທໍາບຸນຖະຫວາຍຜ້າໄຕແກ່ພະສົງ ທີ່ວັດ ໃນເມືອງຢ່າງກຸ້ງ

ໃນ​ຂະນະ​ດຽວ​ກັນ​ນີ້ ກະຊວງ​ຕ່າງປະ​ເທດ Norway ກ່າວ​ວ່າ ທ່ານ​ນາງ​ອອງຊານ ຊູ​ຈີ
ຜູ້​ນໍາປະຊາທິປະ​ໄຕ​ມຽນມາ​ ຈະ​ເດີນທາງໄປ​ຢ້ຽມຢາມ​ນະຄອນຫລວງ​ອອສ​ໂລ ​ໃນ​ເດືອນ​
ມິຖຸນາ​ນີ້ ອັນ​ເປັນ​ຂີດ​ໝາຍ​ເທື່ອ​ທໍາ​ອິດ​ທີ່​ທ່ານ​ນາງ​ໄດ້​ເດີນທາງອອກ​ໄປ​ນອກ​ປະ​ເທດ​ໃນ
ໄລຍະ​ຫຼາຍ​ກວ່າ 20 ປີ.

ທ່ານ​ນາງ​ອອງຊານ​ຊູ​ຈີ ​ໄດ້​ໃຊ້​ເວລາ​ສ່ວນ​ໃຫຍ່​ຖືກ​ກັກ​ບໍ​ລິ​ເວນ ​ໃນໄລຍະ ຊາວ​ປີຜ່ານມາ
ພາຍ​ໃຕ້​ອະດີດລັດຖະບານ​ທະຫານ​ທີ່​ກົດ​ຂີ່ ຊຶ່ງ​ໄດ້​ສະຫຼະ ອໍານາດ​ເມື່ອ​ປີຜ່ານມາ.

ຍັງ​ບໍ່​ມີ​ການ​ກຳນົດວັນ​ເວລາ​ທີ່​ຄັກ​ແນ່​ເທື່ອ​ວ່າ ​ເມື່ອ​ໃດທ່ານ​ນາງ​ຈຶ່ງຈະ​ໄປ​ຢ້ຽມຢາມ​ປະເທດ
Norway ​ແຕ່​ອົງການ​ຂ່າວ​ຣອຍ​ເຕີ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ ຂອງ​ໂຄສົກພັກທ່ານ​ນາງ​ທີ່​ກ່າວວ່າ
ການໄປຢ້ຽມຢາມ​ປະ​ເທດ​ Norway ຂອງ​ທ່ານນາງ​ໃນ​ຄັ້ງ​ນີ້​ແມ່ນ​ໂຮມ​ທັງ​ການ​ຢ້ຽມຢາມ
ປະ​ເທດ​ອັງກິດນໍາດ້ວຍ.

ທ່າ​ນນາງ​ອອງຊານ​ຊູ​ຈີ​ຜູ້ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບລຂະ​ແໜງ​ສັນຕິພາບ ໄດ້​ຖືກ​ເລືອກເປັນ
ສະມາຊິກ​ສະພາ​ແຫ່ງ​ຊາດຂອງ​ມຽນາ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ພິ​ເສດເມື່ອວັນ​ທີ່ 1 ​ເມສາຜ່ານ​ມາ
ທີ່​ພົບ​ວ່າ ພັກ​ສັນ​ນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງໄດ້​ຮັບໄຊຊະນະດ້ວຍ
ຄະ​ແນນສຽງ​ຖ້ວມ​ລົ້ນ​ນັ້ນ.

ທ່ານ​ນາງ​ພ້ອມ​ດ້ວຍ​ບັນດາ​ພັນທະ​ມິດ​ຂອງ​ທ່ານ​ນາງ​ຈະ​ເຂົ້າຮັບ​ຕໍາແໜ່​ງ​ໃນ​ວັນ​ທີ່ 23 ​ເດືອນ
ນີ້ ທີ່​ກາຍ​ເປັນ​ພັກ​ຝ່າຍ​ຄ້ານ​ໃຫຍ່ ​ຢູ່​ໃນ​ສະພາ​ແຫ່​ງ ຊາດ​ຂອງ​ມຽນມາ​ຊຶ່ງໂດຍ​ສ່ວນ​ໃຫຍ່​ຖືກ
ຄອບ​ງໍາ​ໂດຍ​ບັນດາ​ພັກ​ການ​ເມືອງ ທີ່​ໜຸນ​ຫລັງ​ໂດຍ​ຝ່າຍ​ທະຫານ​ນັ້ນ.

XS
SM
MD
LG