ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ​ມຽນມາ ​ຈະ​ດໍາ​ເນີນ​ງານຮ່ວມກັບ ທ.​ນ. ຊູ​ຈີ ໃນການພັດທະນາປະເທດ


ປະທານາທິບໍດີມຽນມາ ທ່ານ​ເທນ​ ເຊ​ນ (Thein Sein) ຢືນຢູ່ທາງຫລັງ ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ໂອບາມາ, ເວລາຖ່າຍຮູບໝູ່ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ ​ທີ່​ເກາະ​ບາ​ຫລີ ຂອງ​ອິນ​​ໂດ​ເນ​ເຊຍ ໃນວັນເສົາ, ທີ 19, 2011 (AP Photo/Charles Dharap
ປະທານາທິບໍດີມຽນມາ ທ່ານ​ເທນ​ ເຊ​ນ (Thein Sein) ຢືນຢູ່ທາງຫລັງ ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ໂອບາມາ, ເວລາຖ່າຍຮູບໝູ່ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ ​ທີ່​ເກາະ​ບາ​ຫລີ ຂອງ​ອິນ​​ໂດ​ເນ​ເຊຍ ໃນວັນເສົາ, ທີ 19, 2011 (AP Photo/Charles Dharap

ປະທານາທິບໍດີ​ມຽນມາທ່ານ​ເທນ​ ເຊ​ນ (Thein Sein) ກ່າວ​ວ່າ ລັດຖະບານ​ມຽນມາ
​ແມ່ນ​ໄດ້​ພົບ​ຈຸ​ດທີ່​ມີ​ຄວາມ​ເຫັນ​ຕົງ​ກັນ​ສຳຫຼັບຈະ​ດໍາ​ເນີນ​ງານຮ່ວມກັບຜູ້​ນໍາ​ປະຊາທິປະ
​ໄຕ​ໃນ​ມຽນມາ ທ່ານ​ນາງ​ອອງຊານ ຊູ​ຈີ ​ເພື່ອຄວາມສົມບູນ​ພູນ​ສຸກ​ຂອງ​ປະຊາຊົນ​ມຽນ
ມາ.

ທ່ານ​ເທນ​ ເຊ​ນ ​ກ່າວກ່ຽວກັບ​ເລື້ອງນີ້ ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາຢູ່​ກອງ​ປະຊຸມ
​ສຸດ​ຍອດ​ຂອງ​ບັນດາ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ ​ທີ່​ເກາະ​ບາ​ຫລີ ຂອງ​ອິນໂດ​ເນ​ເຊຍ.
ທ່ານ​ເວົ້າວ່າ ທັງ​ຝ່າຍລັດຖະບານ​ແລະພວກຄັດຄ້ານທາງການເມືອງ ແມ່ນ​ຢາກ​ເຮັດ​ໃຫ້​
ມຽນມາ ເປັນ​ປະ​ເທດ​ທີ່​ມີ ​ສະຖຽນລະພາບ ຄວາມໝັ້ນຄົງ ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ.

ນັບ​ຕັ້ງ​ແຕ່​ມີ​ລັດຖະສະພາ​ ທີ່​ເປັນ​ຂອງພົນລະເຮືອນໃນ​ເດືອນ​ມີນາ​ປີນີ້ເປັນຕົ້ນມາ, ອະ
ດີດພວກຜູ້​ນໍາ​ທະຫານ​ຂອງ​ມຽນມາ​ໄດ້​ເລີ້ມຫລຸດຜ່ອນ​ຄວາມເຂັ້ມງວດ​ໃນ​ການຄວບ​ຄຸມ
​ທາງການ​ເມືອງ​ໃນ​ປະ​ເທດ​ລົງເທື່ອລະ​ເລັກ​ລະ​ນ້ອຍ​ເປັນ​ກ້າວໆ​ໄປ. ນຶ່ງ​ໃນ​ບັນດາ​ຄວາມ
​ກ້າວໜ້າ ທີ່​ສໍາຄັນ​ທີ່​ສຸດ​ກໍ​ຄືການ​ຕັດສິນ​ໃຈຂອງ​ລັດຖະບານໃໝ່ ​ໃນ​ການ​ເປີດ​ການ​ສົນ
ທະນາ​ໂອ້​ລົມກັບ​ທ່ານ​ນາງ​ອອງຊານຊູ​ຈີ. ​ໂຄສົກຜູ້​ນຶ່ງ​ຈາກ​ພັກ​ຂອງ​ທ່ານ​ນາງເວົ້າວ່າ ທ່ານ
​ນາງ​ຈະ​ລົງ​ສະມັກ​ເລືອກ​ຕັ້ງເອົາ​ບ່ອນ​ນັ່ງ​ໃນ​ສະພາແຫ່ງ​ຊາດ ໃນ​ການ​ເລືອກ​ສ້ອມຄັ້ງຈະມາ.

ປະທານ​າທິບໍດີປະ​ເທດ​ມຽນມາກ່າວ​ຕໍ່​ໄປ​ວ່າ ​ເພື່ອຈະເຮັດ​ໃຫ້​ປະຊາ​ທິປະໄຕ​ຈະ​ເລີ​ນ​ເຕີບ​ໂຕ
ໃນ​ມຽນມາໄດ້ ປະ​ເທດ​ຊາດແມ່ນຈຳເປັນຕ້ອງ​ເຮັດ​ໃຫ້ເສດຖະກິດໃຫ້ມີ​ຄວາມ​ເຂັ້ມ​ແຂງ ​ແລະ
​ປັບປຸງ​ການເປີດ​ກວ້າງທາງ​ການ​ສຶກສາ.

ທ່ານ​ຍັງ​ກ່າວ​ອີກ​ວ່າ ນັບ​ຕັ້ງ​ແຕ່​ການ​ສ້າງຕັ້ງລັດຖະບານ​ທີ່​ປົກຄອງ​ດ້ວຍ​ພົນລະ​ເຮືອນ​ເປັນ
ຕົ້ນມາ ມີນັກ​ໂທດ​ຈໍານວນ​ເກືອບ 20 ພັນ​ຄົນ​ໄດ້​ຖືກ​ປ່ອຍ​ຕົວ ພາຍ​ໃຕ້​ການ​ນີລະ​ໂທດ​ກໍາ​
ສອງ​ຄັ້ງຜ່ານມາ.

XS
SM
MD
LG