ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ.ນ. ອອງຊານຊູຈີ ໄດ້ຮັບ ຄວາມສັດທາ ເຫລື້ອມໃສ ຈາກພວກຜູ້ນໍາຂອງ ກຸ່ມນັກສຶກສາລຸ່ນ 88


ທ້າວ Ko Ko Gyi (ທີສອງນັບຈາກຊ້າຍ), ທ້າວ Min Ko Naing (ທີສາມນັບຈາກຊ້າຍ), ແລະທ້າວ Htay Kywe (ທີສີ່ນັບຈາກຊ້າຍ) ຊຶ່ງເປັນນັກເຄື່ອນໄຫວທີ່ໂດດເດັ່ນໃນກຸ່ມນັກສຶກສາລຸ້ນ 88 ໄດ້ອອກໜ້ານໍາພາ
ພວກສະໜັບສະໜຸນຜູ້ນໍາດ້ານປະຊາທິປະໄຕ ທ.ນ. ອອງຊານຊູຈີ ໃນຂະນະທີ່ພວກເຂົາເຈົ້າພາກັນເຂົ້
ທ້າວ Ko Ko Gyi (ທີສອງນັບຈາກຊ້າຍ), ທ້າວ Min Ko Naing (ທີສາມນັບຈາກຊ້າຍ), ແລະທ້າວ Htay Kywe (ທີສີ່ນັບຈາກຊ້າຍ) ຊຶ່ງເປັນນັກເຄື່ອນໄຫວທີ່ໂດດເດັ່ນໃນກຸ່ມນັກສຶກສາລຸ້ນ 88 ໄດ້ອອກໜ້ານໍາພາ ພວກສະໜັບສະໜຸນຜູ້ນໍາດ້ານປະຊາທິປະໄຕ ທ.ນ. ອອງຊານຊູຈີ ໃນຂະນະທີ່ພວກເຂົາເຈົ້າພາກັນເຂົ້

ພວກ​ຜູ້​ນໍາ​ໃນ​ການ​ລຸກຮື​ຂຶ້ນ​ຮຽກຮ້ອງ​ເອົາ​ປະຊາທິປະ​ໄຕ​ໃນມຽນມາ​ໃນ​ປີ 1988 ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ ໄດ້​ມອບສັດທາຂອງ​ເຂົາ​ເຈົ້າ​ໄວ້​ນໍາ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ສັນນິບາດ​ເພື່ອ​ປະຊາທິປະ​ໄຕ​ ໃນ​ມຽນມາ​ນັ້ນ.

ໃນ​ວັນ​ເສົາ​ວານ​ນີ້ ພວກ​ຜູ້​ນໍາ​ກຸ່ມ​ ທີ່​ເອິ້ນ​ວ່າ “ກຸ່ມນັກ​ສຶກສາ​ລຸ່ນ 88” ທີ່​ຫາ​ກໍ​ຖືກ​ປ່ອຍ​ໂຕ​ຫວ່າງ​ໄວໆ​ມາ​ນີ້ ​ໄດ້​ອອກ​ມາສະ​ແດງການ​ສະໜັບສະໜຸນ​ຕໍ່​ທ່ານ​ນາງ​ອອງຊານ​ຊູ​ຈີ ​ແລະ​ພັກ​ສັນນິບາດ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ. ພວກຜູ້​ນໍາ​ກຸ່ມ​ນັກ​ສຶກສາ​ດັ່ງກ່າວ ຄື ທ້າວ Min Ko Nang ​ແລະ​ທ້າວ Ko Ko Gyi ​ໄດ້​ເຫັນ​ດີ​ນໍາ​ການ​ຕັດສິນ​ໃຈຂອງ​ທ່ານ​ນາງ​ອອງຊານ ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ ແລະ​ວ່າ ທ່ານ​ນາງ​ຈະ​ໄດ້​ຮັບ​ການ​ສະໜັບ ສະໜຸນ​ໃນ​ການ​ເລືອກ​ຕັ້ງ​ສະ​ໄໝ​ພິ​ເສດ ເອົາ​ບ່ອນ​ນັ່ງ​ໃນ​ສະພາ​ໃນ​ເດືອນ​ເມສາໜ້າ​ນີ້.

ຊາວ​ມຽນມາ​ແລະ​ພວກ​ນັກວິ​ເຄາະ​ເຫດການ​ບາງ​ຄົນ ຢ້ານ​ວ່າ ລັດຖະບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ກອງທັບ​ ກໍາລັງ​ໃຊ້​ທ່ານ​ນາງ​ອອງຊານ ຊູ​ຈີ ແລະ​ພວກ​ນັກ​ໂທດ​ການ​ເມືອງ​ຫລາຍ​ຮ້ອຍ​ຄົນ​ທີ່​ຖືກ​ປ່ອຍ​ໂຕ​ຫວ່າງໄວໆ​ຜ່ານ​ມາ​ນີ້ ​ເພື່ອ​ໃຫ້​ໄດ້​ຮັບການ​ຮັບ​ຮູ້​ວ່າ​ ພວກ​ຕົນ​ມີ​ຄວາມ ຖືກຕ້ອງ​ຕາມ​ກົດໝາຍ ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກ​ທະຫານຍັງ​ບໍ່​ຍອມ​ປ່ອຍມື ຈາກ​ອໍານາດ​ຢູ່​ນັ້ນ​. ​ແຕ່​ພວກ​ຜູ້​ນໍາ​ກຸ່ມ​ນັກ​ສຶກສາລຸ່ນ 88 ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ດໍາ​ເນີນ​ງານ​ ຮ່ວມ​ກັບ​ປະທານາທິບໍດີ Thein Sein ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ແລະ​ພວກພັກ​ການ​ເມືອງ​ຕ່າງໆ ຖ້າ​ຫາກ​ພວກເຂົາ​ເຈົ້າ​ສືບ​ຕໍ່​ດໍາ​ເນີນ​ການ​ປະຕິ​ຮູບ​ໄປ​ສູ່ລະບອບ​ປະຊາທິປະ​ໄຕ ​ຕໍ່​ໄປ.

ລັດຖະບານ​ໃໝ່ຂອງ​ມຽນມາ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ທະຫານ ​ໄດ້ຍື່ມມື​ຫາ​ຝ່າຍ​ຕາ​ເວັນ​ຕົກ​ມາ ​ແລະ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ກໍ​ໄດ້​ເປັນເຈົ້າພາບ​ຮັບ​ຕ້ອນ​ທັງ​ລັດ​ຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານນາງ ຮີນ​ລາຣີ ຄລິນ​ຕັນ ​ແລະ​ທ່ານ William Hague ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ.

XS
SM
MD
LG