ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງໃນມຽນມ້າ


ແຜນທ່ີແລະທຸງຂອງມຽນມ້າ
ແຜນທ່ີແລະທຸງຂອງມຽນມ້າ

ເຈົ້າ​ໜ້າ​ທ່ີ​ມຽນມ້າ​ທ່ານ​ນຶ່ງ​ກ່າວ​ວ່າ ນາຍົກລັດຖະມຸນຕີ​ແລະ​ຢ່າງ​ນ້ອຍ​ລັດຖະມຸນຕີ 20 ທ່ານ​ຈະລາ​ອອກ​ຈາກ​ຕຳ​ແໜ່​ງທະຫານ​ຂອງ​ເຂົາ​ເຈົ້າໃນ​ສັບ
ປະດາ​ນີ້​ເພື່ອ​ມາ​ເປັນ​ນັກ​ການ​ເມືອງ​ພົນລະ​ເຮືອນ ກ່ອນ​ໜ້າການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ນີ້.ເຈົ້າ​ໜ້າ​ທ່ີ​ທ່ີ່ຂໍ​ສະຫງວນ​ຊື່​ ກ່າວ​ໃນ​ວັນ​ອັງຄານ ​ມື້​ນີ້​ວ່າ ນາຍົກລັດຖະມຸນຕີນາຍ​ພົນ Thein Sein ​ແລະ​ບັນດາ​ເຈົ້າ​ໜ້າ​ທ່ີ​ຄົນ​ອື່ນໆ​ຈະລາອອກ​ຈາກ​ທະຫານ​ຂອງ​ເຂົາ​ເຈົ້າ ​ແຕ່​ຍັງ​ຈະ​ກຳ​ຕຳ​ແໜ່​ງ​ໃນ​ຄະນະ​ລັດຖະບານ​ຂອງ​ເຂົາ​ເຈົ້າ​ຕໍ່​ໄປ.

ແຜນທ່ີປະເທດມຽນມາ
ແຜນທ່ີປະເທດມຽນມາ

ການ​ເຄື່ອນ​ໄຫວ​ທີ່ວ່າ​ນີ້ ໝາຍ​ຄວາມ​ວ່າ​ພວກ​ລັດຖະມຸນຕີ​ຕ່າງໆ​ສາມາດ​ຄອງ​ຕຳ​ແໜ່​ງ​ໃນ​ສະພາ​ໄດ້ ທ່ີ​ບໍ່​ຮວມຢູ່​ໃນ​ຈຳນວນ​ບ່ອນ​ນັ່ງ25 ບ່ອນ​ທ່ີ​ອະນຸມັດ​ໄວ້​ໃຫ້​ພວກ​ທະຫານ​ນັ້ນ. ການ​ເລືອກ​ຕັ້ງຂອງ​ມຽນມ້າທ່ີ​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ເວລາ​ໃດ​ເວລາ​ນຶ່ງ​ໃນ​ປີ​ນີ້ ​ໄດ້​ຖືກ​ຕຳ​ໝິຕິຕຽນ​ຢ່າງ​ໜັກ​ຈາກ​ປະຊາ​ຄົມນາໆ​ຊາດ​ຍ້ອນ​ກົດ​ລະບຽບຕ່າງໆ​ທ່ີ​ລົບ​ລ້າງ​ບໍ່​ໃຫ້​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ເຂົ້າ​ຮ່ວມໃນ​ການ​ເລືອກ​ຕັ້ງ​ນັ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ ພັກຂອງ​ທ່ານ​ນາງ ຄື​ພັກ​ສັນນິບາດ​ແຫ່ງ​ຊາດເພື່ອ​ປະຊາທິປະ​ໄຕ ​ໄດ້​ປະກາດ​ອອກ​ມາ​ແລ້ວ​ວ່າ ຈະ​ບໍ່​ເຂົ້າຮ່ວມ​ໃນ​ການ​ເລືອກ​ຕັ້ງ​ດັ່ງກ່າວ.

XS
SM
MD
LG