ປະທານາທິບໍດີມຽນມາ ທ່ານ ເທນ ເຊນ ໄດ້ນີລະໂທດກໍານັກ
ໂທດທາງການເມືອງຈໍານວນ ປະມານ 70 ຄົນ ບໍ່ເທົ່າໃດມື້
ຫຼັງຈາກທີ່ທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປ່ອຍພວກຄັດ
ຄ້ານລັດຖະບານທີ່ຍັງຖືກກັກຂັງຢູ່ນັ້ນ ອອກຈາກຄຸກໃຫ້ໝົດ
ພາຍໃນທ້າຍປີນີ້.
ທາງການກ່າວວ່າ ພວກນັກໂທດທີ່ໄດ້ຮັບການອະໄພໂທດ
ຈໍານວນນຶ່ງ ແມ່ນໄດ້ຖືກປ່ອຍອອກຈາກຄຸກແຫ່ງຕ່າງໆໃນ
ທົ່ວມຽນມາແລ້ວ ໃນວັນອັງຄານມື້ນີ້ ແຕ່ບໍ່ໄດ້ມີການປະ
ກາດໃຫ້ຊາບ ກ່ຽວກັບຊື່ສຽງຂອງພວກກ່ຽວ.
ໃນສັບປະດາແລ້ວນີ້ ທ່ານ ເທນ ເຊນ ໄດ້ຮັບປາກໃນຂະນະ
ທີ່ຢ້ຽມຢາມກຸງລອນດອນວ່າ ບັນດານັກໂທດຈິດສໍານຶກທັງ
ໝົດນັ້ນ ຈະຖືກປ່ອຍອອກ ກ່ອນທ້າຍປີນີ້ ຊຶ່ງເປັນຂໍ້ຮຽກຮ້ອງ
ຫຼັກຈາກບັນດາກຸ່ມສິດທິມະນຸດ ແລະລັດຖະບານນາໆຊາດ.
ກ່ອນການປະກາດນີລະໂທດກໍາໃນວັນອັງຄານມື້ນີ້ ພວກນັກເຄື່ອນໄຫວກະປະມານວ່າ
ມີນັກໂທດທາງການເມືອງ ປະມານ 100 ຫາ 200 ຄົນ ຍັງຖືກຂັງຢູ່ໃນຄຸກມຽນມາ.
ການຈັບພວກຄັດຄ້ານລັດຖະບານທາງການເມືອງ ໄປກັກຂັງຕາມອໍາເພີໃຈ ແມ່ນເປັນ
ສັນຍາລັກຂອງການປົກຄອງຂອງທະຫານຢູ່ໃນມຽນມາ ທີ່ໄດ້ດໍາເນີນການປະຕິຮູບໃນ
ຫຼາຍໆດ້ານ ຢ່າງຕໍ່ເນືອງກັນມາ ນັບຕັ້ງແຕ່ລັດຖະບາມຊຸດໃໝ່ທີ່ເປັນພົນລະເຮືອນໃນ
ນາມ ພາຍໃຕ້ປະທານາທິບໍດີເທນ ເຊນ ຂຶ້ນກໍາອໍານາດໃນປີ 2011 ເປັນຕົ້ນມາ.