ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງປະທານາທິບໍດີ ມຽນມາ ລາອອກ ຍ້ອນເຫດຜົນ ດ້ານສຸຂະພາບ


ຮອງປະທານາທິບໍດີມຽນມາ ທ່ານ Tin Aung Myint Oo (ເສື້ອຂາວແຖວໜ້າ)
ຮອງປະທານາທິບໍດີມຽນມາ ທ່ານ Tin Aung Myint Oo (ເສື້ອຂາວແຖວໜ້າ)

ມຽນມາ​ໄດ້​ຢືນຢັນ​ການ​ລາ​ອອກ​ຂອງ​ຮອງ​ປະທານາທິບໍດີ​ຫົວ​ອະນຸ​ລັກ​ນິຍົມ ອັນ​ເປັນ​ພາກສ່ວນ​ຂອງ​ກາ​ນຊັບຊ້ອນ​ຄະນະ​ລັດຖະມົນຕີ ທີ່​ບັນດາ ສະມາຊິກ​ສະພາ​ຫົວ​ປະຕິ​ຮູບ​ຫວັງ​ວ່າ ​ເປັນ​ການ​ລົດ​ຜ່ອນ​ອິດ​ທິພົນ​ຂອງ​ບຸກ ຄົນ​ທີ່​ຕໍ່ຕ້ານ​ການ​ປະຕິ​ຮູບ​ ຢູ່ໃນ​ວົງ​ການລັດຖະບານ​ນັ້ນ.

ໂຄສົກ​ປະ​ຈໍາ​ສະພາ​ຕໍ່າ​ແລະ​ສະພາ​ສູງ​ຂອງ​ມຽນມາ ​ໄດ້​ປະກາດ​ການ​ລາ ອອກ​ຈາກ​ຕໍາ​ແໜ່​ງຂອງ​ຮອງ​ປະທານາທິບໍດີ Tin Aung Myint Oo ຍ້ອນເຫດຜົນ​ດ້ານສຸຂະພາບ ເມື່ອ​ວັນ​ພຸດ​ວານ​ນີ້ ​ໃນ​ຂະນະ​ທີ່​ສະພາ​ທັງ​ສອງ​ໄດ້​ໄຂ​ວາລະປະຊຸມ​ໃໝ່ ທີ່​ນະຄອນຫຼວງ​ເນ​ປິ​ດໍ​.

ທ່ານ ອອງ ມິນ ອູ ​ເປັນ​ອະດີດ​ນາຍ​ພົນທະຫານ​ລະດັບ​ສູງ​ຄົນ​ນຶ່ງ​ທີ່ໃກ້ຊິດ ກັບທ່ານ Than Shwe ອະດີດ​ຜູ້​ປົກຄອງ​ຜະ​ເດັດ​ການ​ທະຫານ​ທີ່​ພົ້ນ​ກະ ສຽນ​ແລ້ວ​ນັ້ນ. ຮອງ​ປະທານາທິບໍດີ​ຄົນ​ນີ້ເຄີຍ​ໄດ້​ຂໍ​ລາ​ອອກຈາກຕໍາ​ແໜ່​ງ​ເມື່ອ​ຕົ້ນ​ເດືອນ​ພຶດສະພາ​ຜ່ານ​ມາ​ເພື່ອ​ປິ່ນປົວ​ສຸຂະພາບ.

ທ່ານ Khin Aung Myint ​ໂຄສົກ​ສະພາທັງ​ສອງ​ຂອງ​ມຽນມາ ກ່າວ​ວ່າ ບັນດາ​ທະຫານ​ທີ່​ກໍາ​ບ່ອນ​ນັ່ງນຶ່ງສ່ວນ​ສີ່ ຂອງ​ຈຳນວນ​ບ່ອນນັ່ງ​ທັງ​ໝົດ​ໃນ​ສະ​ພານັ້ນ ຈະ​ຕ້ອງ​ສະ​ເໜີຊື່​ຜູ້​ທີ່​ຈະ​ເຂົ້າຮັບ​ຕໍາ​ແໜ່​ງ​ຮອງປະທານາທິບໍດີ​ຄົນ​ໃໝ່​ໃຫ້ທັນ​ໃນ​ວັນ​ທີ່ 10 ​ເດືອນ​ນີ້ ​ເພື່ອ​ຈະ​ໄດ້​ມີ​ການ​ຮັບຮອງ​ເອົາໂດຍ​ນິຕິ​ບັນຍັດ​ຄົບ​ຄະນະ. ບຸກຄົນສໍາຄັນ​ຜູ້​ນຶ່ງ​ທີ່​ມີ​ຄົນນິຍົມຫຼາຍເພື່ອໃຫ້ເຂົ້າຮັບ​ຕໍາ​ແໜ່​ງຮອງ​ປະທານາທິບໍດີ​ນີ້ ກໍ​ຄື​ທ່ານ ທິນ ​ເອ ປະທານກໍາມາທິ ການ​ການ​ເລືອກ​ຕັ້ງຂອງ​ມຽນມາ​.

ສະມາຊິກ​ສະພາ​ Aye Maung ສັງກັດ​ພັກ​ພັດທະນາ​ແຫ່ງຊາດຣາຄີ​ນ ຊຶ່ງ​ເປັນ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ບອກ​ວີ​ໂອ​ເອຜະ​ແນ​ກພາສາ​ມຽນມາວ່າ ທ່ານ​ຫວັງ​ວ່າ​ຮອງ​ປະທານາທິບໍດີ​ຄົນ​ໃໝ່​ ຈະເປັນນັກປະຕິ​ຮູບດ້ວຍ.

ທ່ານ ທຽນ ​ເຊ​ນ ປະທານາທິບໍດີ​ມຽນມາ ​ໄດ້ນຳ​ສະ​ເໜີການ​ປະຕິ​ຮູບ​ດ້ານ​ ການ​ເມືອງ​ແລະ​ເສດຖະກິດຫຼາຍໆ​ຢ່າງ ນັບ​ຕັ້ງ​ແຕ່​ເຂົ້າຮັບ​ຕໍາ​ແໜ່​ງ​ເມື່ອປີ ຜ່ານ​ມາ ອັນ​ເປັນ​ການ​ສິ້ນ​ສຸດ​ລົງ​ຂອງ​ການ​ປົກຄອງ​ຜະ​ເດັດ​ການ​ທະຫານ​ມາ​ໄດ້​ຫຼາຍສິບ​ປີ​ນັ້ນ​. ​ແຕ່​ທ່ານ ທຽນ ​ເຊ​ນ ​ໄດ້​ປະ​ເຊີນ​ກັບ​ຄໍາ​ຕໍາ​ໜິຕິ ຕຽນ​ຢ່າງ​ໃຫຍ່​ຈາກ​ຄະນະ​ລັດຖະບານ​ຫົວ​ອະນຸລັກ​ນິຍົມ ຜູ້​ທີ່ຍັງ​ມີ​ຄວາມ ລັງ​ເລ​ໃຈ​ທີ່​ຈະສະຫຼະອໍານາດ ຊຶ່ງ​ກ່ອນ​ໜ້ານີ້ ຝ່າຍ​ທະຫານ​ເຄີຍ​ຊົມ​ໃຊ້ ​ໃນ​ອະດີດ​ຜ່ານມານັ້ນ. ​

ປະທານາທິບໍດີ ທຽນ ​ເຊ​ນ ​ໄດ້​ປະຕິຍານ​ວ່າ​ຈະ​ດຳ​ເນີນ​ການ​ຕໍ່​ໄປ ​ໃນ​ສິ່ງ​ທີ່ທ່ານ​ເອີ້ນ​ວ່າ “ຄື້ນຟອງ​ຮອບ​ທີ​ສອງ” ຂອງ​ການ​ປະຕິ​ຮູບ​ເສດຖະກິດ ​ຢູ່ ​ໃນ​ວາລະ​ກອງ​ປະຊຸມ​ສະພາ​ຄັ້ງ​ໃໝ່

XS
SM
MD
LG