ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ມຽນມາ ເວົ້າວ່າ ບໍ່ຄືບໜ້າ ໃນການເຈລະຈາ ກັບ ກຳມະການເລືອກຕັ້ງ


ທ່ານ Nyan Win ໂຄສົກ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງມຽນມາ.
ທ່ານ Nyan Win ໂຄສົກ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງມຽນມາ.
ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່ທີ່ສຸດຂອງມຽນມາ ຄືພັກສັນນິບາດ
ແຫ່ງຊາດເພື່ອ​ປະຊາທິ ປະ​ໄຕ ກ່າວ​ວ່າ ບໍ່ມີ​ຄວາມ​ກ້າວ
ໜ້າໃດໆ​ໃນ​ການເຈລະຈາ​ກັບຄະນະ​ກຳມະການ ​ເລືອກ
​ຕັ້ງ ກ່ຽວ​ກັບ​ກົດ​ລະບຽບ​ໃໝ່ໃນ​ການ​ໂຄສະນາ​ຫາ​ສຽງ.

ທ່ານ Nyan Win ໂຄສົກພັກສັນນິບາດແຫ່ງ​ຊາດ ​ເພື່ອ
​ປະຊາທິປະ​ໄຕ ​ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາມຽນມາ
​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ກົດ​ລະບຽບດັ່ງກ່າວນີ້ແມ່ນບໍ່
ຖືກຕ້ອງຕາມກົດໝາຍ.

ທ່ານ Nya Win ກ່າວ​ວ່າ “ບໍ່​ມີ​ຮ່າງ​ກົດໝາຍໃດ ​ໃຫ້​ອະ
ນຸຍາດແກ່ຜູ້ໃດ​ທັງ​ໝົດກ່ຽວກັບຄຳ​ສັ່ງໃນທຳນອງ​ນີ້ ຈຸດ​ທີ່​ສອງ​ກໍ​ຄື ຖ້າ​ຫາກ​ເຂົາ​ເຈົ້າ
ບັງ​ຄັບ​ໃຊ້​ຄຳ​ສັ່ງດັ່ງ​ກ່າວ​ນີ້ວ່າ ມັນ​ຈະເປັນ​ການຂັດ ຕໍ່ຂອບເຂດ ​ຂອງສະພາສະຫະ
ພາບ.”

ຈຸດ​ສຳຄັນ​ທີ່ເປັນບັນຫາໂຕ້ແຍ້ງກໍແມ່ນ “ການ​ຈຳກັດການໂຄສະນາ​ຫາ​ສຽງ​” ທີ່​ບັງ
ຄັບ​ໂດຍຄະນະ​ກຳມະການ ຕໍ່​ບັນດາ​ຜູ້​ສະ​ມັກ​ເລືອກ​ຕັ້ງ. ຄະນະ​ກຳມະການ​ກ່າວ​ວ່າ
ມີ​ແຕ່​ບັນດາ​ຜູ້​ສະມັກ​ເທົ່າ​ນັ້ນ ທີ່​ອາດ​ຈະ​ຈັດ​ການໂຮມຊຸມນຸມໂຄສະນາ ຫາສຽງ​ຢ່າງ​
ເປີດເຜີຍໄດ້.

​ໃນ​ຂະນະ​ດຽວ​ກັນ ​ ພັກສັນນິບາດແຫ່ງ​ຊາດເພື່ອ​ປະຊາທິປະ​ໄຕ ​ກ່າວ​ວ່າ ຕົນ​ຈະ​ເຂົ້າ​
ຮ່ວມ​ກັບ​ກຸ່ມ​ພວກນັກ​ເຄື່ອນ​ໄຫວ​ອື່ນໆ ​ໃນ​ບໍ່​ເທົ່າ​ໃດ​ວັນ​ຂ້າງໜ້ານີ້ ​ເພື່ອ​ເດີນ​ຂະບວນ
ຮຽກຮ້ອງໃຫ້ມີການປ່ຽນແປງ ​ເພື່ອເຮັດ​ໃຫ້ສະດວກ​ຂື້ນໃນການດັດ ແປງ​ກົດໝາຍ
ລັດຖະທຳ​ມະນູູນຂອງປະເທດ.
XS
SM
MD
LG