ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຜະລິດຝິ່ນ ໃນມຽນມາ ເພີ່ມຂຶ້ນອີກ ໃນປີ 2011


ໄຮ່ຝິ່ນ
ໄຮ່ຝິ່ນ

ອົງການສະຫະປະຊາຊາດກ່າວວ່າ ການຜະລິດຝິ່ນໃນມຽນມາ ໄດ້ເພີ່ມຂຶ້ນເປັນປີທີ 5
ລຽນຕິດ.

ໃນລາຍງານປະຈຳປີທີ່ພິມເຜີຍແຜ່ໃນວັນພະຫັດມື້ນີ້ອົງການຄວບຄຸມຢາເສບຕິດ ແລະ
ອາຊະຍາກຳຂອງສະຫະປະຊາຊາດຫຼື UNODC ກ່າວວ່າ ການຜະລິດຝິ່ນ ໃນປີ 2011
ໄດ້ເພີ່ມຂຶ້ນ 5%.

ລາຍງານຍັງແຈ້ງໃຫ້ຊາບຕື່ມວ່າ ລາຄາສະເລ່ຍຂອງຝິ່ນ ໄດ້ຖີບໂຕສູງຂຶ້ນເກືອບ 50% ໃນ ຮອບປີຜ່ານມາທັງນີ້ກໍຍ້ອນມີຄວາມຕ້ອງການຝິ່ນໃນຕ່າງປະເທດເພີ່ມຂຶ້ນແລະການອ່ອນ ລາຄາລົງຂອງເງິນຕາແຫ່ງຊາດ.

ອົງການສະຫະປະຊາຊາດເວົ້າວ່າ ຄວາມທຸກຍາກແລະການຂາດຄວາມໝັ້ນຄົງທາງດ້ານ
ອາຫານການກິນ ຍັງສືບຕໍ່ບີບບັງຄັບໃຫ້ພວກຊາວໄຮ່ຊາວສວນທີ່ທຸກຍາກຫັນໄປປູກ ຝິ່ນທີ່ໃຫ້ກຳໄລງາມຊຶ່ງນຳໄປໃຊ້ໃນການຜະລິດຢາເຮໂຣອີນແລະສຳລັບການຄ້າຢາເສບ
ຕິດທີ່ຜິດກົດໝາຍນັ້ນ.

ມຽນມາຜະລິດຫຼາຍກວ່າ 90% ຂອງຢາຝິ່ນໃນເຂດເອເຊຍຕາເວັນອອກສຽງໃຕ້ໃນລະ
ຫວ່າງປີ 2011 ແລະກໍເປັນປະເທດຜະລິດຝິ່ນຫຼາຍເປັນອັນດັບ 2 ຮອງລົງມາຈາກອັຟ
ການິສຖານ.

ຂະນະດຽວກັນ ລາຍງານຂອງອົງການ UNODC ກໍແຈ້ງໃຫ້ຊາບວ່າ ພື້ນທີ່ການປູກຝິ່ນ
ຢູ່ລາວກໍເພີ່ມຂຶ້ນເຊັ່ນກັນໃນປີ 2011 ນີ້.

XS
SM
MD
LG