ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕາງໜ້າ ອົງການ OIC ຖືກຕ້ອນຮັບ ດ້ວຍ ການປະທ້ວງ ຢູ່ມຽນມາ


ພະສົງມຽນມາ ພາກັນຖືປ້າຍ ທີ່ຂຽນວ່າ "ອົງການ OIC ຈົ່ງຢ່າມາ ຫຍຸ້ງກ່ຽວ" ຂະນະທີ່ພວກພະສົງເຫຼົ່ານີ້ ພາກັນປະທ້ວງ ຕໍ່ການເດີນທາງໄປຮອດ ຂອງຄະນະຜູ້ຕາງໜ້າ ອົງການ OIC (13 ພະຈິກ 2013)
ພະສົງມຽນມາ ພາກັນຖືປ້າຍ ທີ່ຂຽນວ່າ "ອົງການ OIC ຈົ່ງຢ່າມາ ຫຍຸ້ງກ່ຽວ" ຂະນະທີ່ພວກພະສົງເຫຼົ່ານີ້ ພາກັນປະທ້ວງ ຕໍ່ການເດີນທາງໄປຮອດ ຂອງຄະນະຜູ້ຕາງໜ້າ ອົງການ OIC (13 ພະຈິກ 2013)
ຄະນະຜູ້ຕາງໜ້າຈຸນຶ່ງຈາກອົງການຮ່ວມມືອິສລາມ ຫຼື OIC ໄດ້
ປະເຊີນກັບ ການປະທ້ວງທີ່ມຽນມ້າ.

ຄະນະດັ່ງກ່າວ ຊຶ່ງຮວມທັງ ພວກຜູ້ຕາງໜ້າຈາກຊາອຸດີ ອາຣາ
ເບຍ ອີຈິບ ເທີກີ ບັງກລາແດັສ ອິນໂດເນເຊຍ ມາເລເຊຍ ແລະ
Djibouti ເດີນທາງໄປຮອດມຽນມ້າ ໃນວັນພຸດວານນີ້ ເພື່ອຊັ່ງ
ຊາຕີລາຄາ ເບິ່ງສະຖານະການ ຂອງປະຊາຄົມມຸສລິມ ຊຶ່ງເປັນ
ຊົນກຸ່ມນ້ອຍໃນມຽນມ້າ ທີ່ໄດ້ພົວພັນກັບ ການປະທະກັນ ຫຼາຍ
ຄັ້ງ ກັບພວກຊາວພຸດ ໃນລັດ Rakhine ທາງພາກຕາເວັນຕົກ
ຂອງມຽນມ້ານັ້ນ.

ພວກຊາວພຸດ ຫຼາຍຮ້ອຍຄົນ ຮວມທັງພວກພະສົງຫຼາຍສິບອົງ ພາກັນທຳການປະທ້ວງຢູ່ຂ້າງນອກສະໜາມບິນນະຄອນຢ້າງ
ກຸ້ງ ໂດຍກ່າວຫາ ອົງການຮ່ວມມືອິສລາມ ຫຼື OIC ວ່າ ລຳອຽງ
ໂດຍໃຫ້ການສະໜັບສະໜຸນ ປະຊາຄົມມຸສລິມກຸ່ມນ້ອຍ ຢູ່ໃນ
ມຽນມ້ານັ້ນ. ການປະທ້ວງດັ່ງກ່າວ ໄດ້ດຳເນີນໄປຢ່າງສັນຕິ.

ທ່ານ Ye Htut ໂຄສົກປະຈຳປະທານາທິບໍດີ Thein Sein ແຫ່ງມຽນມ້າ ກ່າວຕໍ່ວີໂອເອພະ
ແນກມຽນມ້າວ່າ ການຢ້ຽມຢາມດັ່ງກ່າວ ຈະມີຈຸດເພັ່ງເລັງໂດຍສະເພາະ.

ທ່ານ Ye Htut ໄດ້ອ້າງອີງຂໍ້ຂັດແຍ່ງກັນນີ້ກ່ຽວກັບຊື່ຂອງຊາວມຸສລິມໃນລັດ Rakhine ລັດ ຖະບານ ເອີ້ນພວກຊາວມຸສລິມເຫຼົ່ານີ້ວ່າ Bangali ເພາະວ່າຊາວມຸສລິມເຫຼົ່ານີ້ສ່ວນຫຼາຍ ມາຈາກ Bangladesh ປະເທດເພື່ອນບ້ານຂອງມຽນມ້າ ໃນຫຼາຍເຊັ່ນຜ່ານມາ.

ແຕ່ພວກມຸສລິມໃນທ້ອງຖິ່ນ ຢາກໃຫ້ຮ້ອງເຂົາເຈົ້າ ຢ່າງເປັນການສະເພາະວ່າ ຊົນກຸມນ້ອຍ Rohingya.

ຄວາມວຸ້ນວາຍທີ່ເກີດຂຶ້ນໃນປີແລ້ວນີ້ ລະຫວ່າງພວກມຸສລິມແລະພວກຊາວພຸດໄດ້ເຮັດໃຫ້ ປະຊາຊົນເສຍຊີວິດໄປຫຼາຍກວ່າ 200 ຄົນ ແລະເຮັດໃຫ້ປະຊາຊົນຫຼາຍກວ່າ 1 ແສນຄົນ ບໍ່ມີບ່ອນຢູ່ອາໄສ ສ່ວນຫຼາຍແມ່ນພວກຊົນກຸ່ມນ້ອຍ Rohingya.
XS
SM
MD
LG