ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Norway ຈະໃຫ້ເງິນ ຊ່ອຍເຫຼືອມຽນມາ ​ເພື່ອຍົກລະດັບ ກົດໝາຍໄຟຟ້າ


ນາຍົກລັດຖະມົນຕີປະເທດນໍ​ເວ ທ່ານ Jens Stoltenberg (ຊ້າຍ) ພົບ​ປະ​ກັບ ປະທານາທິບໍດີມຽນມາ ທ່ານ Thein Sein, ວັນທີ 3 ພະຈິກ 2012, ຢູ່ນະຄອນຫລວງເນປີດໍ.
ນາຍົກລັດຖະມົນຕີປະເທດນໍ​ເວ ທ່ານ Jens Stoltenberg (ຊ້າຍ) ພົບ​ປະ​ກັບ ປະທານາທິບໍດີມຽນມາ ທ່ານ Thein Sein, ວັນທີ 3 ພະຈິກ 2012, ຢູ່ນະຄອນຫລວງເນປີດໍ.
ທະນາຄານພັດທະນາເອເຊຍ ກ່າວວ່າ ປະເທດ Norway ໄດ້ຮັບ
ປາກທີ່ຈະໃຫ້ເງິນ 8 ແສນ 5 ໝື່ນໂດລາ ເພື່ອຊ່ອຍເຫຼືອມຽນມາ
ໃນການປັບປຸງແລະຍົກລະດັບກົດໝາຍວ່າດ້ວຍໄຟຟ້າ ໃຫ້ໄດ້
ມາດຕະຖານສາກົນ.

ທ່ານ Espen Barth Eide ລັດຖະມົນຕີການຕ່າງປະເທດຂອງ
Norway ໄດ້ກ່າວໃນຂະນະທີ່ຢ້ຽມຢາມມຽນມາ ໃນວັນຈັນມື້ນີ້ວ່າ
ການເຂົ້າເຖິງຫລືໄດ້ຊົມໃຊ້ພະລັງງານສໍາລັບທຸກໆຄົນນັ້ນແມ່ນ
ບຸລິມມະສິດຂອງ Norway. ທ່ານຍັງກ່າວຕື່ມວ່າ ຖ້າຫາກວ່າຍັງ
ເຂົ້າ ໄປເຖິງພະລັງງານສະໄໝໃໝ່ບໍ່ໄດ້ນັ້ນ ແມ່ນວ່າ ມຽນມາຈະ
ບໍ່ມີການພັດທະນາໄດ້ເລີຍ.

ທະນາຄານພັດທະນາເອເຊຍ ໄດ້ກ່າວໃນວັນຈັນມື້ນີ້ວ່າ ເງິນຊ່ວຍ
ເຫລືອລ້າກ້ອນນີ້ແມ່ນຈະນໍາໃຊ້ເຂົ້າໃນການທົບທວນຄືນເບິ່ງ
ກົດໝາຍວ່າດ້ວຍພະລັງງານໃນປະຈຸບັນ ພ້ອມທັງຮ່າງກົດໝາຍໃໝ່ເພື່ອໃຫ້ສອດຄ່ອງກັບ
ຄວາມຮຽກຮ້ອງຕ້ອງການຂອງມຽນມາຫລາຍຂຶ້ນ.

ທະນາຄານ Asian Development Bank (ADB) ຍັງກ່າວອີກວ່າ ຄາດວ່າ ການຮ່າງກົດ
ໝາຍແລະການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວນີ້ ຈະໃຊ້ເວລາປະມານ 18 ເດືອນ ທີ່ກະວ່າ
ຈະເຮັດໃຫ້ສໍາເລັດໃນເດືອນມິຖຸນາ ປີ 2014.
XS
SM
MD
LG