ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົບຮອບວັນສ້າງຕັ້ງ ພັກຝ່າຍຄ້ານມຽນມາ


ຜູ້ນຳໝາຍເລກ 2 ຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທ່ານທິນອູ ກ່າວຄຳປາໄສ ໃນພິທີສະຫຼອງວັນຄົບຮອບ 22 ປີ ໃນການສ້າງຕັ້ງພັກ ທີ່ນະຄອນຢ່າງກຸ້ງ (27 ກັນຍາ 2010)
ຜູ້ນຳໝາຍເລກ 2 ຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທ່ານທິນອູ ກ່າວຄຳປາໄສ ໃນພິທີສະຫຼອງວັນຄົບຮອບ 22 ປີ ໃນການສ້າງຕັ້ງພັກ ທີ່ນະຄອນຢ່າງກຸ້ງ (27 ກັນຍາ 2010)

ສະມາຊິກຈຳນວນຫຼາຍໆຮ້ອຍຄົນ ຂອງພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕທີ່ຖືກຍຸບໄປແລ້ວນັ້ນ ໄດ້ໄປ ໂຮມຊຸມນຸມກັນທີ່ເຮືອນຂອງທ່ານທິນອູ ຜູ້ນຳໝາຍເລກ 2 ຂອງພັກທີ່ນະຄອນຢ່າງກຸ້ງ ໃນວັນຈັນວານນີ້ ເພື່ອສະ ເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 22 ປີ ຂອງພັກ ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງມຽນມາ.

ສະມາຊິກຫຼາຍໆຄົນຂອງພັກ ທີ່ໄປຮ່ວມພິທີໃນມື້ວານນີ້ ເປັນຜູ້ສະມັກທີ່ໄດ້ຮັບ​ເລືອກ ໃນການເລືອກຕັ້ງປີ 1990 ຊຶ່ງເປັນການເລືອກຕັ້ງ ທີ່ພັກສັນນິບາດແຫ່ງຊາດເພື່ອປະ ຊາທິປະໄຕຂອງທ່ານນາງອອງ ຊານຊູຈີ ໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນນັ້ນ.

ພວກທະຫານ ທີ່ປົກຄອງປະເທດ ບໍ່ຍອມຮັບຮູ້ຜົນຂອງ ການເລືອກຕັ້ງດັ່ງກ່າວ ແລະພັກສັນນິບາດແຫ່ງຊາດເພື່ອ ປະຊາທິປະໄຕ ບໍ່ໄດ້ຮັບອະນຸຍາດໃຫ້ຈັດຕັ້ງລັດຖະບານ.

ຜູ້ນຳຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຄືທ່ານນາງອອງຊານຊູຈີ ໄດ້ຖືກຈັບ ກຸມຄຸມຂັງບໍ່ໃນຮູບໃດກໍໃນຮູບນຶ່ງເປັນເວລາ 14 ປີ ຂອງໄລຍະ 20 ປີທີ່ຜ່ານມາ. ໃນສັບ ປະດາແລ້ວ ເຈົ້າໜ້າທີ່ໄດ້ຕື່ມຊື່ຂອງທ່ານນາງ ເຂົ້າໃນບັນຊີລາຍຊື່ເພີ້ມຕື່ມຂອງຜູ້ມີສິດປ່ອນ ບັດ ຊຶ່ງໝາຍຄວາມວ່າ ທ່ານນາງຈະໄດ້ຮັບອະນຸຍາດໃຫ້ປ່ອນບັດໄດ້ ໃນການເລືອກຕັ້ງຄັ້ງ ວັນທີ 7 ພະຈິກ. ແຕ່ແນວໃດກໍຕາມ ທ່ານນາງໄດ້ບອກພວກສະໜັບສະໜຸນ ໃນເດືອນ ແລ້ວນີ້ວ່າ ໃຫ້ບ໋ອຍຄອດ ຄືບໍ່ເຂົ້າຮ່ວມໃນການເລືອກຕັ້ງ ຄັ້ງຈະມາ.

XS
SM
MD
LG