ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະມຽນມາ ໄດ້ຮັບຄໍາສັ່ງ ໃຫ້ອອກໜີ ຈາກວັດສາທຸ


ພວກພະສົງ ພາກັນອ່ານຄຳສັ່ງຄະນະກຳມະການສົງ ຂອງທາງການມຽນມາ ທີ່ວັດ Shwenyawar ໃນນະຄອນ ຢ່າງກຸ້ງ (17 ທັນວາ 2011)
ພວກພະສົງ ພາກັນອ່ານຄຳສັ່ງຄະນະກຳມະການສົງ ຂອງທາງການມຽນມາ ທີ່ວັດ Shwenyawar ໃນນະຄອນ ຢ່າງກຸ້ງ (17 ທັນວາ 2011)

ພະສົງອົງນຶ່ງຂອງສາສະໜາພຸດໄດ້ຮັບຄຳສັ່ງໃຫ້ອອກໜີໄປຈາກວັດຂອງເພິ່ນຫຼັງຈາກໄດ້ໄປ
ບັນຍາຍທຳທີ່ສຳນັກງານພັກຝ່າຍຄ້ານແຫ່ງນຶ່ງຂອງທ່ານນາງອອງຊານຊູຈີ.

ພະ Ashin Pyinyar Thiha ຜູ້ຊຶ່ງເມື່ອໄວໆມານີ້ໄດ້ພົບປະກັບລັດຖະມົນການຕ່າງປະເທດ
ສະຫະລັດທ່ານນາງ Hillary Clinton ໃນລະຫວ່າງການຢ້ຽມຢາມຄັ້ງປະວັດສາດຂອງທ່ານ
ນາງ ກ່າວວ່າ ເພິ່ນໄດ້ຮັບຈົດໝາຍສະບັບນຶ່ງຈາກສະພາສົງທີ່ໄດ້ຮັບການໜຸນຫຼັງຈາກລັດຖະ
ບານມຽນມາ.

ຄະນະກຳມະການສົງແຫ່ງລັດຂອງມຽນມາໄດ້ສັ່ງໃຫ້ພະ Ashin Pyinyar Thiha ອອກໜີ
ຈາກວັດສາທຸ ໃນນະຄອນຢ່າງກຸ້ງໂດຍເວົ້າວ່າ ການບັນຍາຍທຳທີ່ເພິ່ນໄດ້ໃຫ້ ໃນເດືອນກັນ
ຍາຜ່ານມາທີ່ສຳນັກງານແຫ່ງນຶ່ງ ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານ
ນາງອອງຊານຊູຈີ ທີ່ນະຄອນມັນດາເລໃນພາກກາງຂອງມຽນມານັ້ນ ແມ່ນເປັນການກະທຳ
ທີ່ບໍ່ເໝາະສົມ.

ພະ Ashin Pyinyar Thiha ກ່າວຕໍ່ອົງການຂ່າວຝຣັ່ງວ່າ ເພິ່ນຈະຂໍອຸທອນກ່ຽວກັບການ
ຕັດສິນໃຈທີ່ວ່ານີ້.

ໃນໄລຍະສອງສາມເດືອນຜ່ານມານີ້ ວັດສາທຸໄດ້ໃຫ້ມີການເຄື່ອນໄຫວທາງດ້ານການເມືອງ
ຈຳນວນນຶ່ງ.

ລັດຖະບານຊຸດໃໝ່ຂອງມຽນມາ ໄດ້ເຂົ້າກຳອຳນາດໃນເດືອນມີນາປີນີ້ ແລະໄດ້ສະແດງໃຫ້
ເຫັນເຖິງການເອົາບາດກ້າວທີ່ເປັນການທົດລອງຫຼາຍໆຢ່າງເພື່ອຫັນໄປສູ່ປະຊາທິປະໄຕ.

ໃນເດືອນແລ້ວນີ້ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Clinton ໄດ້ເດີນທາງ ໄປຢ້ຽມຢາມຄັ້ງປະວັດສາດຕໍ່ມຽນມາ ເພື່ອຊັ່ງຊາຕີລາຄາເບິ່ງຄວາມກ້າວໜ້າໃນການປະຕິ
ຮູບຂອງປະເທດດັ່ງກ່າວ.

XS
SM
MD
LG