ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ມຽນມາວ່າ ຕົນຍັງຈະພົວພັນ ໃນການເມືອງ ຂອງ ປະເທດ (ວີດິໂອກັບສະໄລ໌)


ນາຍພົນ Min Aung Hlaing ຂອງມຽນມາ ກວດເຫລົ່າທະຫານໃນລະຫວ່າງທີ່ມີການໂຮມຊຸມນຸມກັນເພື່ອສະຫລອງວັນກອງທັບ ທີ່ນະຄອນຫລວງເນປີດໍ ໃນວັນພຸດ ທີ 27 ມີນາ 2013.
ນາຍພົນ Min Aung Hlaing ຂອງມຽນມາ ກວດເຫລົ່າທະຫານໃນລະຫວ່າງທີ່ມີການໂຮມຊຸມນຸມກັນເພື່ອສະຫລອງວັນກອງທັບ ທີ່ນະຄອນຫລວງເນປີດໍ ໃນວັນພຸດ ທີ 27 ມີນາ 2013.
ຜູ້ບັນຊາການທະຫານສູງສຸດຂອງມຽນມາ ດ້ໃຫ້ການຢືນຢັນ
ອີກຄັ້ງນຶ່ງກ່ຽວກັບ ການພົວພັນຂອງກອງທັບຢູ່ໃນການເມືອງ
ຂອງປະເທດ ໃນຂະນະທີ່ໃຫ້ຄໍາໝັ້ນ ສັນຍາວ່າ ຈະສືບຕໍ່ ດໍາເນີນການປະຕິຮູບທາງດ້ານການເມືອງ.

ໃນລະຫວ່າງທີ່ມີການໂຮມຊຸມນຸມກັນເພື່ອສະຫລອງວັນກອງ
ທັບ ໃນວັນພຸດມື້ນີ້, ນາຍພົນ Min Aung Hlaing ເວົ້າວ່າ
ກອງທັບຄວນ “ມີບົດບາດເປັນຜູ້ນໍາ ພາ” ໃນຂະນະທີ່ປະ
ເທດຊາດ ກ້າວໄປສູ່ອັນທີ່ທ່ານເອີ້ນວ່າ “ປະຊາທິປະໄຕທີ່
ກ້າວໜ້າທັນສະໄໝ.”

ນັບວ່າເປັນຄັ້ງທໍາອິດທີ່ທ່ານນາງ ອອງຊານ ຊູຈີ ຜູ້ນຳປະຊາທິປະໄຕທີ່ສໍາຄັນຂອງມຽນ
ມາ ໄດ້ເຂົ້າຮ່ວມຊົມການສວນສະໜາມປະຈຳປີ ຂອງກອງທັບ ທີ່ນະຄອນຫລວງເນປີດໍ ໃນການສະແດງເຖິງການປ່ຽນແປງຢ່າງໃຫຍ່ຂອງປະເທດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ການເດີນສວນສະໜາມ ທີ່ລະນຶກເຖິງການລຸກຮືຂຶ້ນຂອງກອງທັບ ໃນປີ 1945 ເພື່ອຕໍ່ຕ້ານ
ການປົກຄອງຂອງຍີ່ປຸ່ນໃນສະໄໝສົງຄາມໂລກຄັ້ງທີສອງແມ່ນມີຂຶ້ນ ພາຍໃນເວລາພຽງ
ສອງປີ ລຸນຫລັງທີ່ພວກນາຍພົນ ໄດ້ມອບອໍານາດໃຫ້ແກ່ລັດຖະບານພົນລະເຮືອນພຽງ
ແຕ່ໃນນາມ ຊຶ່ງໄດ້ເຮັດໃຫ້ການປົກຄອງປະເທດໂດຍ ກົງຂອງພວກທະຫານທີ່ມີມາເປັນ
ເວລານານກວ່າສີ່ທົດສະວັດນັ້ນ ສິ້ນສຸດລົງ.

ເບິ່ງສະໄລດ໌ພາບສະຫລອງວັນກອງທັບຂອງມຽນມາ:
XS
SM
MD
LG