ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ມີແຜນການ ເຊີນມຽນມາ ໄປສັງເກດການ ເບິ່ງການຊ້ອມລົບ


ລົດສະເທີນນໍ້າສະເທີນບົກ ພວມຍົກພົນຂຶ້ນບົກ ໃນການຊ້ອມລົບຮ່ວມ Cobra Gold ທີ່ຫາດຍາວ ຈັງຫວັດຊົນບຸຣີ ປະເທດໄທ (12 ກຸມພາ 2012)
ລົດສະເທີນນໍ້າສະເທີນບົກ ພວມຍົກພົນຂຶ້ນບົກ ໃນການຊ້ອມລົບຮ່ວມ Cobra Gold ທີ່ຫາດຍາວ ຈັງຫວັດຊົນບຸຣີ ປະເທດໄທ (12 ກຸມພາ 2012)
ໄທເວົ້າວ່າ ສະຫະລັດມີແຜນທີ່ຈະເຊື້ອເຊີນເອົາມຽນມາ ໄປສັງ
ເກດການເບິ່ງການຊ້ອມ ລົບທະຫານໃນຂົງເຂດຄັ້ງໃຫຍ່ ຊຶ່ງຈະ
ມີຂຶ້ນໃນຕົ້ນປີໜ້ານີ້.

ໂຄສົກກະຊວງປ້ອງກັນປະເທດໄທ ພັນເອກທະນະທິບ ສະ
ຫວ່າງສັງ ກ່າວໃນວັນສຸກ ວານນີ້ວ່າ ມຽນມາຈະໄດ້ຮັບອະນຸ
ຍາດໃຫ້ເຂົ້າຊົມການຊ້ອມລົບ “ງູເຫົ່າຄໍາ” ຫລື “Cobra Gold”
ຊຶ່ງໃນແຕ່ລະປີມີທະຫານສະຫະລັດ ໄທແລະປະເທດອື່ນໆຢູ່
ໃນຂົງເຂດເຂົ້າຮ່ວມຫລາຍກວ່າ 10 ພັນຄົນ.

ທ່ານເວົ້າວ່າ ແຜນການດັ່ງກ່າວ ຍັງບໍ່ທັນໄດ້ຕົກລົງກັນຢ່າງ
ແນ່ນອນເທື່ອ ແລະບັນດາຜູ້ເຂົ້າຮ່ວມ ຍັງຈະໄດ້ສົນທະນາ
ກັນກ່ຽວກັບຄວາມຄິດນີ້ອີກ ໃນກອງປະຊຸມທີ່ຈະຈັດຂຶ້ນ ໃນ
ທ້າຍເດືອນນີ້.

ການເຊື້ອເຊີນດັ່ງກ່າວ ຈະເປັນການສະແດງອອກທີ່ມີພະລັງ ຕໍ່ລັດຖະບານເຄິ່ງພົນລະ ເຮືອນຂອງມຽນມາ ລຸນຫລັງທີ່ທະຫານໄດ້ມີປະຫວັດການລະເມີດສິດທິມະນຸດອັນໂຫດ ຮ້າຍ ໃນໄລຍະທີ່ໄດ້ປົກຄອງປະເທດໂດຍກົງ ມາເປັນເວລາ 49 ປີນັ້ນ.
XS
SM
MD
LG