ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ແລະ ສປຊ ປຶກສາຫາລືກັນ ກ່ຽວກັບ ກົດໝາຍສື່ມວນຊົນ ສະບັບໃໝ່


ແຜນທີ່ມຽນມາ
ແຜນທີ່ມຽນມາ

ໃນ​ການ​ຮ່ວມມື​ກັບ​ລັດຖະບານ​ມຽນມາ​ນັ້ນ ອົງການ​ວັດທະນະ​ທໍາ​ຂອງ​ສະຫະປະຊາ​ຊາດ​
ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາ​ເທື່ອ​ທໍາ​ອິດ ​ເພື່ອ​ສຶກສາ​ພິຈາລະນາ​ເບິ່ງຄວາມສໍາພັນ​ຂອງ​ລັດ
ຖະບານ​ມຽນມາ​ກັບ​ສື່​ມວນ​ຊົນ.

ທີ່​ນະຄອນ​ຢ້າງ​ກຸ້ງ ກອງ​ປະຊຸມ​ສຳ​ມະ​ນາ​ຮ່ວມ ທີ່​ຈັດ​ຂຶ້ນ​ໂດຍ​ອົງການ​ການ​ສຶກສາ ວິ​ທະ
ຍາ​ສາດ ​ແລະ​ວັດທະນະ​ທໍາ​ຂອງ​ສະຫະ​ປະຊາ​ຊາດຫລືຢູ​ເນັສ​ໂກ ​ແລະ​ພວກ​ເຈົ້າໜ້າ​ທີ່​
ຈາກກະຊວງ​ຖະ​ແຫຼງຂ່າວຂອງ​ມຽນມາ ​ເລິ່ມຕົ້ນ​ດ້ວຍ​ການ​ປຶກສາ​ຫາລື​ກັນ​ເປັນ​ເວລາ​
ສອງ​ມື້​ກ່ຽວ​ກັບຮ່າງ​ກົດໝາຍ​ທີ່​ຖືກ​ສ​ະ​ເໜີ​ຂຶ້ນມາ​ເພື່ອ​ກໍາກັບ​ດູ​ແລ​ວົງ​ການ​ຂ່າວ ການ​ພິມ
ເຜີຍ​ແຜ່ ​ແລະ​ການ​ພິມ. ຮ່າງ​ກົດໝາຍ​ທີ່​ກວມເອົາ​ການ​ອອກ​ອາກາດ ຮູບ​ວີ​ດີ​ໂອ ກໍ​ໄດ້ມີ​
ການ​ປຶກສາ​ຫາລື​ກັນ​ໃນ​ເວລາ​ຕໍ່​ມາ​ທີ່​ນະຄອນຫລວງ​ເນ​ປິ​ດໍ.

ເນື້ອ​ໃນ​ຫລັກ​ຂອງ​ຮ່າງ​ກົດໝາຍ​ດັ່ງກ່າວ​ນີ້​ມີ​ໂຮມ​ທັງ​ການຈັດ​ຕັ້ງ​ສະພາ​ການຂ່າວ ​ແລະ
ສະພາ​ອອກ​ອາກາດ​ອິດສະຫລະຂຶ້ນມາ ​ແລະ​ພ້ອມ​ກັບຮ່າງ​ປະຕິບັດ​ການ​ສໍາລັບ​ສື່​ທາງ​ອິນ
ເທີ​ເນັດໃໝ່.

ອົງການ​ຢູ​ເນສ​ໂກ ກ່າວ​ວ່າ ການ​ປຶກສາ​ຫາລື​ກັນ ​ແມ່ນ​ເພັ່ງ​ເລັງ​ໃສ່​ການ ​ເຄົາລົບ​ນັບ​ຖື
ມາດຕະຖານ​ລະດັບ​ສາກົນ​ວ່າ​ດ້ວຍ​ເສລີພາບ​ໃນ​ການສະ​ແດງ ຄວາມ​ຄິດ​ຄວາມ​ເຫັນ ດັ່ງ​
ທີ່​ໄດ້​ບົ່ງ​ໄວ້​ຢູ່​ໃນ​ຄໍາ​ປະກາດສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ​ນັ້ນ.

ທ່ານ Bambang Harymutri ນັກຊ່ຽວຊານ​ສື່​ມວນ​ຊົນ​ຊາວ​ອິນ​ໂດ​ເນ​ເຊຍຜູ້​ຊ່ວຍ​ອຳ
ນວຍຄວາມ​ສະ​ດວກໃຫ້​ແກ່ກອງ​ປະຊຸມ​ສຳ​ມະ​ນາ​ຂອງ​ອົງ ການຢູ​ເນສ​ໂກ​ຄັ້ງ​ນີ້ກ່າວ​ວ່າ
ມຽນມາມີ​ຂໍ້​ໄດ້​ປຽບ​ທີ່​ຈະ​ຖອດ​ຖອນ​ບົດຮຽນ​ຈາກ​ຄວາມ​ຜິດພາດ ທີ່​ພວກ​ປະ​ເທດ​ອື່ນໆ
ໄດ້​ປະຕິບັດ​ມາ​ ກ່ຽວ​ກັບ​ເລຶ່ອງ
ກົດໝາຍ​ສື່​ມວນ​ຊົນ​ແລະການ​ພັດທະນ​າ​ໃນ​ດ້ານ​ນີ້.

ກົດໝາຍ​ສື່​ມວນ​ຊົນ​ຊຸດໃໝ່ນີ້ ເປັນ​ພາກສ່ວນ​ຂອງ​ຄວາມ​ພະຍາຍາມ​ໃນ ການ​ປະຕິ​ຮູບ
ປະຊາທິປະ​ໄຕ ​ທີ່​ໄດ້​ດໍາ​ເນີນ​ມາ ໂດຍ​ລັດຖະບານ​ຊຸດ​ໃໝ່ ຂອງ​ມຽນມາ​ທີ່​ໄດ້​ຮັບ​ການໜຸນ
ຫລັງຈາກ​ພວກ​ທະຫານ ນັບ​ຕັ້ງ​ແຕ່​ເຂົ້າມາ​ບໍລິຫານປະ​ເທດ​ແທນລັດຖະບານ​ຜະ​ເດັດ​ການ
ທະຫານ​ເມື່ອ​ປີຜ່ານມາ​ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ຍາວ​ນານນັ້ນ.

XS
SM
MD
LG