ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ມຽນມາຈັບຜູ້ພິມຈໍາໜ່າຍ ໜັງສືພິມ ຄົນອອສເຕຣເລຍ


ນາຍພົນ Than Shwe ນາຍທະຫານອາວຸໂສ ຂອງລັດຖະບານທະຫານມຽນມາ ໄປຮ່ວມງານລ້ຽງ ອາຄານຄໍ່າໃນວັນຂີດໝາຍຄົບຮອບ 63 ປີ ແຫ່ງວັນເອກະລາດຂອງມຽນມາ ໃນວັນທີ 04 ມັງກອນ 2011

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ຜູ້​ຈັດ​ພິມ​ຈໍາໜ່າຍ​ໜັງສືພິມ​ພາສາ​ອັງກິດ​ໃນ ມຽນມາ ທີ່​ເປັນ​ຄົນ​ອອສ​ເຕຣ​ເລຍ ​ໄດ້​ຖືກ​ຈັບ​ກຸມ​ໃນ​ອັນ​ທີ່​ຜູ້​ຮ່ວມ​ງານ​ຄົນ​ນຶ່ງ​ກ່າວ​ວ່າ ​ເປັນ​ບັນຫາ​ຂັດແຍ້​ງກັນ​ໃນ​ດ້ານ​ທຸລະ​ກິດ.

ທ່ານ Ross Dunkley ຊຶ່ງເປັນ​ຜູ້​ຮ່ວມ​ກໍ່​ຕັ້ງ​ໜັງສືພິມ Myanmar Times ​ຂຶ້ນໃນ​ປີ 2000 ​ໄດ້​ຖືກ​ຈັບ​ກຸມ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ​ນີ້ ​ແລະເວລາ​ນີ້​ ຖືກ​ກັກ​ຂັງ​ໄວ້​ໃນ​ຄຸກ Insein ​ໃນ​ນະຄອນ​ຢັ້ງ​ກຸ້ງ​ນັ້ນ.

ທ່ານ Dunkley ຖື​ຮຸ້ນ 49 ​ເປີ​ເຊັນໃນ​ບໍລິສັດຈັດພິມ​ທີ່ຊື່ວ່າ Myanmar Consolidated Media. ການ​ຈັບ​ກຸມ​ດັ່ງກ່າວ​ມີ​ຂຶ້ນ​ຫລັງ​ຈາກ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ ທີ່​ຮ້າຍ​ແຮງ​ຂຶ້ນລະຫວ່າງ​ ທ່ານ Dunkley ​ແລະ​ທ່ານ Tin Htun OO ຜູ້ຖື​ຮຸ້ນ​ໃນ​ຈໍານວນ 51 ສ່ວນ​ຮ້ອຍ​ຂອງ​ບໍລິສັດ​ນັ້ນ.

ເຈົ້າ​ໜ້າ​ທີ່​ມຽນມາ ທ່ານ​ນຶ່ງ​ກ່າວ​ວ່າ ການ​ຈັບ​ກຸມ​ທ່ານ Dunkley ບໍ່​ມີ​ສ່ວນ​ພົວພັນໃດໆ​ກັບ​ບໍລິສັດ​ດັ່ງກ່າວ.

XS
SM
MD
LG