ເບິ່ງວີດີໂອລາຍງານພາສາອັງກິດ:
ພວກໜັງສືພິມທີ່ໜ້າປົກລົງພາບຂອງຜູ້ນໍາປະຊາທິປະໄຕ ທ່ານນາງ ອອງ ຊານ ຊູຈີ ທີ່ຄັ້ງນຶ່ງເຄີຍຖືກຫ້າມນັ້ນ ແມ່ນມີຂາຍຢູ່ທົ່ວໄປ ໃນຢາງກຸ້ງໃນປັດຈຸບັນນີ້. ແຕ່ກົດໝາຍເຊັນເຊີ ຫລືກວດກາຂ່າວ ທີ່ມີອາຍຸ 50 ປີ ທີ່ຕົກທອດມາຈາກຍຸກສັງຄົມນິຍົມນັ້ນ ກໍຍັງມີຜົນບັງຄັບໃຊ້ກັນຢູ່.
ທີ່ກອງປະຊຸມສໍາມະນາບັ້ນນຶ່ງເມື່ອໝໍ່ໆມານີ້ ກ່ຽວກັບເສລີພາບດ້ານສື່ມວນຊົນ ທ່ານ Ye Htut ຈາກກະຊວງຖະແຫລງຂ່າວ ໄດ້ກ່າວໃຫ້ເຫດຜົນ ກ່ຽວກັບວ່າ ເປັນຫຍັງກົດໝາຍເຊັນເຊີຍັງໃຊ້ກັນມາຢູ່ ແຕ່ກໍຮັບປາກວ່າຈະຢຸດເຊົາໃຊ້ກົດໝາຍນີ້ພານໃນທ້າຍປີ. ທ່ານ Ye Htut ເວົ້າວ່າ:
“ພວກເຮົາຢາກຮັກສາສະຖຽນລະພາບ ແລະກົດໝາຍ ແລະຄວາມເປັນ
ລະບຽບຮຽບຮ້ອຍຢູ່ໃນປະເທດຊາດຂອງພວກເຮົາ.ໃນລັດຖະບານຊຸດກ່ອນ
ກ່ອນປີ 1962 ນັ້ນ ເຮົາມີເສລີພາບດ້ານການຂ່າວຢູ່ໃນປະເທດຂອງພວກ
ເຮົາ ແຕ່ແທນທີ່ຈະແຈ້ງຂ່າວໃຫ້ມະຫາຊົນທົ່ວໄປຊາບ ສື່ມວນຊົນເອງກັບ
ເປັນຕົວສ້າງວິກິດການ.”
ກຸ່ມສື່ມວນຊົນຂອງຊາວມຽນມາພັດຖິ່ນ ກໍໄດ້ເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ນໍາ. ສໍາລັບບາງຄົນນັ້ນ ແມ່ນເປັນການກັບຄືນໄປຢ້ຽມຢາມບ້ານເທື່ອ ທໍາອິດ ໃນໄລຍະ 23 ປີ. ນາຍ Toe Zaw Latt ເປັນຫົວໜ້າຫ້ອງການ ສໍານັກງານຂ່າວໂທລະພາບ ສຽງປະຊາທິປະໄຕຂອງມຽນມາ ຫລື Democratic Voice of Burma ທີ່ປະເທດນໍເວ. ນາຍ Toe Zaw Latt ກ່າວວ່າ:
“ມື້ວັນອັງຄານອາທິດຜ່ານມານີ້ ລັດຖະ ມົນຕີກະຊວງຖະແຫລງຂ່າວ ກໍໄດ້
ມາທີ່ນີ້. ລາວໄດ້ເວົ້າຢາງເປີດແປນວ່າ ລັດຖະບານຕັ້ງໃຈທີ່ຈະປ່ຽນແປງ
ແລະທໍາການປະຕິຮູບ ຊຶ່ງເປັນການໃຫ້ກໍາລັງໃຈຫລາຍ. ທ່ານລັດຖະມົນຕີ
ກ່າວວ່າ ບົດບາດຂອງລັດໃນການພັດທະນາດ້ານສື່ມວນຊົນ ກໍຄື ການໃຫ້
ຄວາມສະດວກ ບໍ່ແມ່ນຄວບຄຸມ ຊຶ່ງນັບວ່າມັນເປັນຖະແຫລງການ ທີ່ໜ້າ
ປະຫລາດໃຈຫລາຍສົມຄວນ ຈາກພັກທີ່ຮັບຜິດຊອບປະເທດຊາດເວລານີ້.”
ເຖິງແມ່ນວ່າພວກບັນນາທິການແລະນັກຂ່າວ ໄດ້ພາກັນຄາດໝາຍໄວ້ວ່າກົດໝາຍເຊັນເຊີຈະສິ້ນສຸດລົງກໍຈິງ ແຕ່ຕິດຕາມມາພ້ອມກັບເສລີພາບທີ່ໄດ້ມາໃໝ່ໆນັ້ນ ກໍຄືຄວາມບໍ່ແນ່ນອນ ຢູ່ໃນຕະຫລາດທີ່ມີການແຂ່ງຂັນກັນສໍາ ຫລັບຜູ້ຈັດພິມທັງຫລາຍ ດັ່ງເຊັ່ນນາຍ Ross Dunkley ເຈົ້າຂອງວາລະ ສານລາຍສັບປະດາ ພາສາອັງກິດ The Myanmar Times ນັ້ນ. ນາຍ Ross Dunkley ເວົ້າວ່າ:
“ມັນຈະເປັນການແຂ່ງກັນຢ່າງດຸເດືອດທີ່ສຸດ ຂ້າພະເຈົ້າໝາຍເຖິງວ່າ
ມັນເປັນຈິງຢ່າງເດັດຂາດ ທີ່ວ່າ ຈະມີພວກໜັງສືພິມລາຍວັນໂຜ່ໂຕຂຶ້ນມາ
ແລະພິມຈໍາໜ່າຍ. ບາດແລ້ວຂ້າພະເຈົ້າຄິດ ວ່າທ່ານຈະໄດ້ເຫັນໜັງສືພິມ
ຕາຍໄປຢ່າງໜ້ອຍ 100 ສະບັບໃນປີທໍາອິດ.”
ບາງເລຶ່ອງນັ້ນແມ່ນຍັງເປັນເລື່ອງທີ່ຫລໍ່
ແຫລມ ເວົ້າເຖິງບໍ່ໄດ້ຢູ່ ເຊັ່ນເລື່ອງການ
ກໍ່ຕັ້ງກໍາມະບານ ຄືເມື່ອອາທິດກ່ອນນັ້ນ
ລາຍງານຂ່າວໃນໜັງສືພິມ Myanmar
Times ກ່ຽວກັບກອງປະຊຸມເທື່ອທໍາ
ອິດຂອງອັນ ທີ່ຈະກາຍມາເປັນກໍາມະ
ບານໃໝ່ ຫລືສະຫະພັນໃໝ່ຂອງພວກ
ນັກຂ່າວອິດສະຫລະຂອງມຽນມານັ້ນ
ໄດ້ຖືກຕັດອອກໄປ ໂດຍພວກເຊັນເຊີ
ຫລືພວກທີ່ກວດກາຂ່າວ.
ມີໜັງສືພິມລາຍວັນພຽງສະບັບດຽວ ຄື
the New Light of Myanmar ຫລື
ແສງສະຫວ່າງໃໝ່ຂອງມຽນມາ ທີ່ລັດເປັນຜູ້ຈັດພິມ. ແຕ່ວ່າກົດໝາຍສະບັບໃໝ່ທີ່ໃຫ້ເສລີ
ພາບ ກໍອາດຈະໝາຍເຖິງການມີໜັງສືພິມລາຍວັນອິດສະຫລະເປັນເທື່ອທໍາອິດ ນັບຕັ້ງແຕ່
ປີ 1962 ເປັນຕົ້ນມາ.
ຢ່າງໃດກໍຕາມ ສະຫະພັນນັກຂ່າວອິດສະລະກໍກໍາລັງຮ່າງລັດຖະທໍາມະນູນຂອງຕົນຂຶ້ນມາຢູ່ ແຕ່ກໍຍັງບໍ່ແຈ້ງຂາວເທື່ອວ່າ ແມ່ນຫຍັງຈະມາແທນທີ່ ກະຊວງຖະແຫລງຂ່າວ ໃນຖານະເປັນອົງກອນຄວບຄຸມທີ່ເປັນອິດສະຫລະ ນັ້ນ. ນາງ Aye Aye Win ຜູ້ສື່ຂ່າວ AP ກໍເປັນຜູ້ນຶ່ງໃນບັນດຜູ້ຮ່ວມກໍ່ຕັ້ງສະຫະພັນໃໝ່ຂອງພວກນັກຂ່າວ. ນາງ Aye Aye Win ກ່າວວ່າ:
“ໄດ້ປີນຶ່ງແລ້ວ ທີ່ລັດຖະບານຊຸດໃໝ່ຂອງມຽນມາໄດ້ເຂົ້າມາກໍາອໍານາດ
ດັ່ງນັ້ນ ຂ້ອຍຈຶ່ງຄິດວ່າ ມັນເຖິງເວລາທີ່ພວກອົງການລະດັບມີອາຊີບຕ່າງໆ
ຄວນຈະກໍ່ຕັ້ງສະມາຄົມຂອງພວກເຂົາເຈົ້າຂຶ້ນມາເອງ ເພື່ອຊ່ວຍສະໜັບສະ
ໜຸນ ພິທັກປົກປ້ອງພວກເຂົາເຈົ້າ ແລະຊຸກຍູ້ສົ່ງເສີມສິດທິຂອງພວກເຂົາເຈົ້າ.”
ການສິ້ນສຸດລົງຂອງກົດໝາຍເຊັນເຊີ ແລະການແຂ່ງຂັນກັນທີ່ຈະມີ ເພີ່ມຫລາຍຂຶ້ນນັ້ນ ແມ່ນ
ຈະນໍາມາຊຶ່ງການປ່ຽນແປງຄັ້ງຍິ່ງໃຫຍ່ສໍາລັບວົງການອຸດສາຫະກໍາຂ່າວຂອງມຽນມາ ແລະ
ສໍາລັບບັນດາພວກອຸບປະໂພກບໍລິ ໂພກຂ່າວຂອງປະເທດນັ້ນນໍາ.