ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສືບຕໍ່ ລົງໂທດ ມຽນມາ


ແຜນທີ່ ມຽນມາ
ແຜນທີ່ ມຽນມາ

ສະຫະລັດ ໄດ້ຕໍ່ອາຍຸ ການລົງໂທດ ລັດຖະບານ ທະຫານມຽນມາ ຢ່າງເປັນ ທາງການ ຕື່ມອີກ 1 ປີ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ແຈ້ງໃຫ້ ລັດຖະສະພາ ສະຫະລັດຊາບ ກ່ຽວກັບ ການຕັດສິນໃຈ ດັ່ງກ່າວ ໃນວັນສຸກວານນີ້ ໂດຍເວົ້າວ່າ ມຽນມາ ຍັງສືບຕໍ່ ເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ແຫ່ງຊາດ ແລະນະໂຍບາຍ ການຕ່າງປະເທດ ຂອງສະຫະລັດ. ທ່ານໂອບາມາ ກ່າວຕື່ມວ່າ ການກະທຳ ແລະນະໂຍບາຍ ຂອງມຽນມາ ແມ່ນເປັນປໍລະປັກ ຕໍ່ຜົນປະໂຫຍດ ຂອງສະຫະຣັດ.

ການລົງໂທດ ຕໍ່ມຽນມາ ທີ່ມີຢູ່ ໃນປັດຈຸບັນ ຈະຕ້ອງໄດ້ຮັບ ການຕໍ່ອາຍຸ ທຸກໆປີ. ການລົງໂທດ ດັ່ງກ່າວ ມີກຳນົດ ຈະໝົດອາຍຸ ໃນສັບປະດາໜ້າ.

ເຖິງແມ່ນ ໄດ້ມີການລົງໂທດ ແຕ່ປະທານາທິບໍດີ ໂອບາມາ ກໍໄດ້ດຳເນີນ ຄວາມພະຍາຍາມ ເພື່ອທຳການພົວພັນ ກັບປະເທດມຽນມາ. ໃນຕົ້ນອາທິດນີ້ ລັດຖະມົນຕີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະລັດ ທ່ານ KURT CAMPBELL ກໍໄດ້ເດີນທາງ ໄປຢ້ຽມຢາມມຽນມາ ເປັນເວລາ 2 ມື້ ຊຶ່ງໃນໄລຍະນັ້ນ ທ່ານໄດ້ພົບປະ ກັບພວກຜູ້ນຳ ລັດຖະບານທະຫານ ແລະທ່ານນາງ ອອງຊານຊູຈີ ຜູ້ນຳປະຊາທິປະໄຕ ທີ່ຖືກກັກບໍລິເວນ ຂອງມຽນມາ.

ສະຫະລັດ ໄດ້ຕຳໜິຕິຕຽນ ຢ່າງແຮງ ຕໍ່ແຜນການເລືອກຕັ້ງ ຄັ້ງຈະມາ ຂອງມຽນມາ ທີ່ໄດ້ຫ້າມບໍ່ໃຫ້ ທ່ານນາງ ອອງຊານຊູຈີ ແລະພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຂອງທ່ານນາງ ເຂົ້າຮ່ວມນຳນັ້ນ.

XS
SM
MD
LG