ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ສືບຕໍ່ພົວພັນ ມຽນມາ


ສະຫະລັດ ຍັງສືບຕໍ່ ດຳເນີນ ຄວາມພະຍາຍາມ ເພື່ອພົວພັນ ກັບປະເທດມຽນມາ ທັງໆທີ່ ມີການກ່າວກັນວ່າ ການເດີນທາງ ໄປຢ້ຽມຢາມ ປະເທດດັ່ງກ່າວ ຂອງນັກການທູດ ອະວຸໂສ ຂອງສະຫະລັດ ບໍ່ໄດ້ຜົນ ເປັນທີ່ໜ້າພໍໃຈ.

ລັດຖະມົນຕີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ຂອງສະຫະລັດ ທ່ານ KURT CAMPBELL ໄດ້ມ້ວນທ້າຍ ການຢ້ຽມຢາມ ມຽນມາຂອງທ່ານ ໃນມື້ວັນຈັນວານນີ້ ໂດຍໄດ້ພົບປະ ເປັນເວລາ 2 ຊົ່ວໂມງ ກັບທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຄົນສຳຄັນ ຂອງມຽນມາ ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ແລະພວມຖືກກັກ ບໍລິເວນ ຢູ່ໃນເວລານີ້. ທ່ານຍັງໄດ້ ສົນທະນາຫາລື ກັບບັນດາ ສະມາຊິກຂອງພັກ ສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ນຳດ້ວຍ.

ແຕ່ທ່ານ CAMPBELL ບໍ່ສາມາດຊັກຊວນ ພວກຜູ້ນຳ ລັດຖະບານ ທະຫານມຽນມາ ໃນລະຫວ່າງ ການເຈລະຈາ ເມື່ອວັນອາທິດ ຜ່ານມາ ເພື່ອໃຫ້ພວກເຂົາເຈົ້າ ປ່ຽນແປງ ກ່ຽວກັບ ແຜນການຈັດ ການເລືອກຕັ້ງ ຊຶ່ງຈະມີຂຶ້ນ ພາຍໃນທ້າຍປີນີ້. ທ່ານເຕືອນວ່າ ການເລືອກຕັ້ງແຫ່ງຊາດ ໃນຮອບ 20 ປີດັ່ງກ່າວ ຈະຂາດ ຄວາມຖືກຕ້ອງ ຊອບທຳ ຂອງນາໆຊາດ.

ນັກການທູດ ອະວຸໂສ ຂອງສະຫະລັດ ຍັງຮຽກຮ້ອງໃຫ້ ພວກຜູ້ນຳມຽນມາ ເປີດການເຈລະຈາຫາຣື ແບບມີຄວາມໝາຍ ກັບບັນດາ ພັກຝ່າຍຄ້ານ ແລະ ພວກຊົນກຸ່ມນ້ອຍຕ່າງໆ ເພື່ອນຳໄປສູ່ ການເລືອກຕັ້ງ ທີ່ມີທຸກພັກຝ່າຍ ເຂົ້າຮ່ວມ ແລະມີຄວາມ ຍຸຕິທຳ ແຕ່ທ່ານເວົ້າວ່າ ທ່ານມີຄວາມເສຍໃຈ ເປັນທີ່ສຸດ ກັບຄຳຕອບ ຂອງພວກຜູ້ນຳ ລັດຖະບານ ທະຫານມຽນມາ.

XS
SM
MD
LG