ທ່ານນາງອອງຊານຊູຈີ ນັກເຄື່ອນໄຫວເພື່ອປະຊາທິປະໄຕມຽນມາໄດ້ໄປປາກົດໂຕເປັນເທື່ອທໍາອິດໃນຮອບ 9 ປີຜ່ານມາໃນວັນອັງຄານມື້ນີ້ໃນພິທີທາງການເພື່ອໃຫ້ກຽດແກ່ມື້ລາງບິດາຂອງທ່ານນາງແລະພວກວີລະບຸລຸດແຫ່ງຊາດອື່ນໆທີ່ໄດ້ເຖິງແກ່ມໍລະນະກໍາໄປແລ້ວນັ້ນ.
ທ່ານນາງຄາດວ່າຈະກັບຄືນສູ່ອະນຸສາວະລີວີລະຊົນໃນນະຄອນຢ້າງກຸ້ງອີກໃນຕອນບ່າຍໆວັນອັງຄານມື້ນີ້ເພື່ອເຂົ້າຮ່ວມໃນການເດີນຂະບວນທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ກັບພວກສະມາຊິກຫລາຍຮ້ອຍຄົນຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໃນມຽນມາ ທີ່ຖືກທາງ ການເກືອດຫ້າມຂອງທ່ານນາງນັ້ນ.
ໃນການໄປປາກົດໂຕທີ່ສຸສານດັ່ງກ່າວໃນຕອນເຊົ້າມື້ນີ້ ທ່ານນາງອອງຊານຊູຈີ ໄດ້ວາງດອກໄມ້ທີ່ອະນຸສາວະລີສໍາລັບບິດາຂອງທ່ານນາງ ມື້ລາງນາຍພົນອອງຊານ ແລະພວກຜູ້ນໍາຕໍ່ສູ້ເພື່ອເອກະລາດອື່ນໆທີ່ໄດ້ຖືກລອບສັງຫານໃນວັນທີ 19 ກໍລະກົດປີ 1947. ນັບວ່າເປັນການປາກົດໂຕຄັ້ງທໍາອິດຂອງທ່ານນາງໃນການທໍາພິທີໄວ້ອາໄລປະຈໍາປີນັບແຕ່ທ່ານນາງຖືກກັກໂຕໃຫ້ຢູ່ໃນບໍລິເວນບ້ານເຮືອນມາໃນປີ 2003 ນັ້ນ.
ໃນສັບປະດານີ້ ລັດຖະບານໄດ້ເຊື້ອເຊີນຜູ້ນໍາການເມືອງທີ່ກ້າເວົ້າກ້າປາກທ່ານນີ້ເຂົ້າຮ່ວມໃນ
ພິທີດັ່ງກ່າວພ້ອມກັບພວກລູກຫລານແລະທາຍາດຂອງພວກວີລະບຸລຸດເພື່ອເອກະລາດອື່ນໆ.
ເຖິງຢ່າງໃດກໍດີບໍ່ເປັນທີ່ຈະແຈ້ງເທື່ອວ່າ ທາງການຈະເອົາມາດຕະການຕອບໂຕ້ແບບໃດຕໍ່
ການເດີນຂະບວນຂອງພວກສະມາຊິກຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໃນ
ມຽນມາທີ່ກໍານົດຈະມີຂຶ້ນໃນຕອນບ່າຍຂອງວັນອັງຄານມື້ນີ້.