ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ມຽນມາຈັດ ການແຂ່ງຂັນແລ່ນທົນ ນາໆຊາດ ຄັ້ງທໍາອິດ


ນັກແລ່ນທົນຈາກ ເຄັນຢາ Joseph Gitau Kariuki ໄດ້ຊະນະເລີດ ແລ່ນ 42 ກິໂລແມດ ທີ່ ມຽນມາ
ນັກ​ແລ່ນ​ຫລາຍ​ຮ້ອຍ​ຄົນ ໄດ້​ພາກັນແລ່ນ​ຜ່ານນະຄອນຢ່າງ​ກຸ້ງ ​
ໃນ​ວັນ​ອາທິດ​ວານ​ນີ້ ໃນ​ການແຂ່ງຂັນ​ແລ່ນ​ທົນ​ນາໆ​ຊາດ ຄັ້ງ​
ທໍາ​ອິດ​ຂອງ ມຽນມາ.

ບັນດາ​ຜູ້​ເຂົ້າ​ແລ່ນ​ແຂ່ງຂັນ ໄລຍະທາງ 42 ກິ​ໂລ​ແມດ ໄດ້ພາ
ກັນ​ເລີ້ມ​ຕົ້ນກ່ອນຕາ​ເວັນ​ຂື້ນ ຈາກສວນສາທາລະນະປະຊາຊົນ ​
ໃກ້​ກັບ​ວັດ​ Shwedagon ທີ່​ຂຶ້ນ​ຊື່​ລືນາມຂອງມຽນມາ.

​ຊາວ​ເມືອງໄດ້ພາກັນ​ຢືນ​ລຽນ​ແຖວ​ຢູ່​ເລາະແຄມ​ຖະໜົນ ຮ້​ອງ​
ເຊຍພວກນັກ​ແລ່ນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້​າແລ່ນ​ຜ່ານ​ໄປ.

ມີ​ພວກ​ນັກ​ແລ່ນ​ ຈາກ ມຽນມາ ​ແລະ​ຫລາຍ​ກວ່າ 30 ປະ​ເທດ​
ເຂົ້າ​ຮ່ວມ​ແລ່ນທົນໃນຄັ້ງນີ້.​ ຜູ້ທໍາອິດທີ່ແລ່ນ​ເຂົ້າ​ສູ່​ເສັ້ນໄຊ ​ກ່ອນ
ໝູ່ ​ໃນ​ເວລາ 2 ຊົ່ວ​ໂມງ 19 ນາ​ທີ ​ແລະ 10 ວິນາ​ທີ ​ໄດ້ແກ່ ຊາວ​ເຄັນ​ຍາ ທ້າວ Joseph Gitau Kariuki.

ຜູ້ຍິງ​ທີ່​ໄດ້​ສະ​ນະ​ເລີດ ​ໄດ້​ແກ່ ຊາວ​ມຽນມາ ນາງ Mi Mi Aye ທີ່​ໃຊ້​ເວລາ 2 ຊົ່ວ​ໂມງ 46 ນາທີ ​ແລະ 07 ວິນາ​ທີ.
XS
SM
MD
LG