ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເທ​ນ ​ເຊ​ນ ​ສັນຍາ​ ​ຈະ​ປ່ອຍ​ ນັກ​ໂທດ​ການ​ເມືອງ​ ໃນ​ທ້າຍ​ປີ​ນີ້ (ວີດິໂອ)


Burma’s President Visits London Amid Accusations Of Ethnic Cleansing
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ

ທ່ານ ເທ​ນ ​ເຊ​ນ ຢ້ຽມຢາມອັງກິດເປັນຄັ້ງທໍາອິດ

ປະທານາທິບໍດີ​ມຽນມາ ທ່ານ ​ເທ​ນ ​ເຊ​ນ ສັນຍາ​ວ່າ​ຈະ​ປ່ອຍ
​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ໃນ​ປະ​ເທດ​ຂອງ​ທ່ານ ພາຍ​ໃນ
​ທ້າຍ​ປີ​ນີ້.

ທ່ານ ເທ​ນ ​ເຊ​ນ ​ໄດ້ໃຫ້​ຄໍາ​ໝັ້ນ​ສັນຍາ​ດັ່ງກ່າວ ​ໃນ​ວັນ​ຈັນ​ວານ​ນີ້​
ໃນ​ຄໍາ​ປາ​ໄສ​ທີ່​ກຸງ​ລອນດອນ ​ໃນ​ຂະນະ​ທີ່​ທ່ານທໍາ​ການ​ຢ້ຽມຢາມ​
ປະ​ເທດອັງກິດ​ເປັນ​ຄັ້ງ​ທໍາ​ອິດ.

ທ່ານ​ໄດ້ຮັບ​ການຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນແລະ​ສົມ​ກຽດ ​ຈາ​ກນາຍົກ
ລັດຖະມົນຕີອັງກິດ ທ່ານ​ David Cameron. ຜູ້​ນໍາທັງສອງ​ໄດ້​
ໂອ້​ລົມ​ສົນທະນາ​ກັນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ທາງ
ການ​ຄ້າ​ລະຫວ່າງ​ກັນ ​ແລະການຮ່ວມ​ມື​ທາງ​ດ້ານ​ທະຫານ​ນໍາ. ທ່ານ​ Cameron ຍັງ​ໄດ້​
ຊຸກຍູ້ໃຫ້ປະທານາທິບໍດີ ​ເທ​ນ ​ເຊ​ນ ປ້ອງ​ກັນ​ສິດທິ​ມະນຸດຂອງ​ປະຊາ ຊົນ​ມຽນມານໍາ.

ປະທານາທິບໍດີ​ມຽນມາ ​ກ່າວ​ວ່າ ນັກ​ໂທດ​ທາງຈໍານວນ​ຫຼາຍ​ພັນ​ຄົນ ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​
ຄຸກ​ແລ້ວ ​ແລະ​ວ່າ ​ເວລາ​ນີ້ ຄະນະກໍາມະ​ການນຶ່ງ ​ກໍ​ກໍາລັງ​ທໍາ​ການ​ພິຈາລະນາ​ຄືນ​ເບິ່ງຄະດີ​
ຂອງພວກ​ທີ່​ຍັງ​ຖືກ​ຂັງ​ຄຸກຢູ່​ນັ້ນ.

​ຜູ້​ນໍາ​ມຽນມາ​ຍັງໄດ້​ກ່າວ​ອີກ​ວ່າ ທ່ານໃກ້​ຈະ​ສາມາດໄກ່​ເກ່ຍ​ໃຫ້​ມີ​ການຍຸດ​ຍິງ​ໃນ​ທົ່ວ​ປະ​ເທດ​
ໄດ້​ແລ້ວ ​ເພື່ອຍຸດຕິການຂັດ​ແຍ້​ງກັນ​ມາ​ເປັນ​ເວລາ​ຍາວ​ນານ​ ​ລະຫວ່າງລັດຖະບານ​ກັບຫຼາຍໆ​ຊົນ​ເຜົ່າກຸ່ມນ້ອຍນັ້ນ.

ການ​ຢ້ຽມຢາມ​ຂອງທ່ານ ເທ​ນ ​ເຊ​ນ ​ໄດ້ປະ​ເຊີນ​ກັບ​ພວກ​ປະ​ທ້ວງ ຈໍານວນ​ນຶ່ງ ​ໃນ​ກຸງ​ລອນ
​ດອນ ທີ່​ພາກັນ​ໄປ​ປະ​ທ້ວງ​ຕໍ່ຕ້ານ​ປະຫວັດ​ດ້ານ​ສິດ​ທິມະນຸດຂອງ​ມຽນມາ.
XS
SM
MD
LG