ອົງການຈັດຕັ້ງທີ່ຊື່ວ່າ ກຸ່ມປະສົມຊາຍແດນຮ່ວມໄທ-ມຽນມາ ກ່າວວ່າ ມີປະຊາຊົນຈໍານວນຫລາຍເຖິງ 4 ແສນ 7 ໝື່ນຄົນ ຕ້ອງໄດ້ພັດພາກຈາກຖິ່ນຢູ່ອາໃສ ຫລືກາຍເປັນອົບພະຍົບພາຍໃນປະເທດ ໃນເຂດຊົນນະບົດທາງພາກຕາເວັນອອກຂອງມຽນມາ ຊຶ່ງຈໍານວນທີ່ເພີ່ມຂຶ້ນນີ້ ແມ່ນເນື່ອງມາຈາກການຂັດແຍ້ງສູ້ລົບທີ່ກໍາລັງດໍາເນີນໄປ ໃນຂະນະທີ່ພວກທະຫານຂະຫຍາຍການຄວບຄຸມດ້ານເສດຖະກິດຂອງຕົນ ໃນຂົງເຂດດັ່ງກ່າວ.
ອີງຕາມກຸ່ມປະສົມຊາຍແດນຮ່ວມດັ່ງກ່າວ ຂົງເຂດສໍາຄັນທີ່ໄດ້ຮັບຜົນກະທົບກໍແມ່ນບັນດາ ລັດຫລືແຄວ້ນຂອງພວກຊົນເຜົ່າ Shan, ກະຫລ່ຽງ, Karenni ແລະເຜົ່າມອນ ໂດຍທີ່ເວລານີ້ ມີພວກຊົນເຜົ່າເຫລົ່ານີ້ຈໍານວນ 230 ພັນຄົນ ພາກັນພໍານັກຫລົບໄພຢູ່ບ່ອນຢູ່ອາໃສຊົ່ວຄາວ ໃນຫລາຍໆເຂດຢຸດຍິງ ແລະອີກຫລາຍກວ່າ 110 ພັນຄົນພາກັນລີ້ຊ່ອນຢູ່ໃນ ປ່າດົງຕຶບທີ່ສອກຫລີກຫ່າງໄກຍ້ອນການຕໍ່ສູ້ກັນນັ້ນ. ນອກນີ້ ພວກທີ່ຖືກບັງຄັບໃຫ້ໜີອອກ ຈາກໝູ່ບ້ານໄປ ຈໍານວນອີກ 128 ພັນຄົນ ຈໍາເປັນຕ້ອງໄດ້ໄປອາໄສຢູ່ໃນເຂດທີ່ທາງການລະບຸວ່າ ເປັນເຂດສໍາລັບໃຫ້ຍ້າຍໄປຢູ່ນັ້ນ.
ການຍົກຍ້ານທາງສັງຄົມທີ່ວ່ານີ້ໄດ້ພາໃຫ້ປະຊາຊົນໃນຈໍານວນຫລາຍຂຶ້ນ ອົບພະຍົບເຂົ້າໄປອາໄສຢູ່ໃນໄທ ຫລື ສະແຫວງຫາການຮັກສາພະຍາບານທີ່ຕ້ອງການດ່ວນນັ້ນ ທີ່ສຸກສາລາແຫ່ງນຶ່ງໃນແມ່ສອດ ເມືອງຊາຍແດນຂອງໄທ.
ສຸກສາລາແຫ່ງນີ້ແມ່ນຢູ່ພາຍໃຕ້ການດູແລຂອງທ່ານນາງ Dr. Cynthia Muong ແພດຍິງ ຊາວກະຫລ່ຽງປະຈໍາສຸກສາລາ ຊຶ່ງຜູ້ກ່ຽວໄດ້ອົບພະຍົບໜີຈາກມຽນມ້າໃນປີ 1988 ຕອນທີ່ຝ່າຍທະຫານທໍາການປາບປາມພວກເດີນຂະບວນປະທ້ວງເພື່ອປະຊາທິປະໄຕ ຊຶ່ງໄດ້ເຮັດໃຫ້ຫລາຍພັນຄົນເສຍຊີວິດ ແລະບາດເຈັບ ແລະເຮັດໃຫ້ປະຊາ ຊົນໃນຈຳນວນຫລາຍກວ່ານັ້ນ ພາກັນ ຫລັ່ງໄຫລເຂົ້າໄປຍັງໄທ ໃນຖານະອົບພະຍົບ ຊຶ່ງທ່ານໝໍ Muong ກ່າວຊີ້ແຈງວ່າ:
“ພວກທະຫານສືບຕໍ່ເສີມຂະຫຍາຍກໍາລັງຂອງພວກເຂົາຢູ່ໃນ ບັນດາແຄວ້ນທີ່ມີ ຊົນເຜົ່າຕ່າງໆ ແລະ ຈາກນັ້ນກໍລົງມືເຮັດອັນທີ່ ເອີ້ນວ່າໂຄງການພັດທະນາ, ເຊັ່ນ ສ້າງຂົວ ແລະເຂື່ອນໄຟຟ້ານ້ຳຕົກ. ຢູ່ບ່ອນໃດມີການພັດທະນາໃໝ່ ທີ່ນັ້ນກໍແມ່ນ ຈະມີການຍົກຍ້າຍປະຊາຊົນ ຢ່າງຂະໜານໃຫຍ່. ສະນັ້ນ ພວກເຮົາຈຶ່ງມີຄວາມ ເປັນຫ່ວງຫລາຍວ່າ ຖ້າຫາກພວກທະຫານຍັງສືບຕໍ່ກຳອຳນາດຢູຕໍ່ໄປ ກໍຈະມີການ ຍ້າຍຖິ່ນຖານຂອງປະຊາຊົນເພີ້ມຫລາຍຂຶ້ນ ແລະມີວິກິດການດ້ານມະນຸດສະທໍາ ຢູ່ເຂດຊາຍແດນຫລາຍ ກວ່າເກົ່າ.”
ໃນປັດຈຸບັນ ສຸກສາລາແຫ່ງນີ້ໃຫ້ການປິ່ນປົວພວກຄົນເຈັບ ຫລາຍກວ່າ 1 ແສນຄົນຕໍ່ປີ ແລະຈໍານວນຂອງການຮັກສາພະຍາບານ ກໍາລັງເພີ່ມຂຶ້ນ 20 ເປີເຊັນໃນແຕ່ລະປີ ອັນເປັນຮ່ອງຮອຍທີ່ສະທ້ອນໃຫ້ເຫັນເຖິງ ຈໍານວນພວກຜູ້ຄົນທີ່ຖືກຍົກຍ້າຍພາຍໃນປະເທດ ແລະລະບົບການຮັກສາສຸຂະພາບບໍ່ດີຂອງມຽນມ້າ.
ສຸກສາລາດັ່ງກ່າວໄດ້ຮັບພວກຄົນເຈັບ ທີ່ເປັນໂຣກ AIDS ຫລືຕິດເຊື້ອໄວຣັສ HIV ທີ່ພາໃຫ້ເປັນໂຣກເອດສ໌ນັ້ນ ໃນຈໍານວນຫລາຍຂຶ້ນແລະໃນຂະນະດຽວກັນ ພວກເມ່ຍິງຖືພາມານ ຈໍານວນຫລາຍເຖິງ 8 ເປີເຊັນ ເປັນໂຣກຕັບອັກເສບປະເພດ ‘B” ຊຶ່ງ Dr. Cynthia Muang ກ່າວວ່າ ຮ້າຍແຮງເຖິງຂັ້ນລະບາດແລ້ວນັ້ນ.
ນອກນີ້ແລ້ວ ປະຊາຄົມໃນເມືອງແມ່ສອດແຫ່ງນີ້ຍັງເບິ່ງແຍງພວກເດັກນ້ອຍທີ່ຖືກປະຖິ້ມ ທີ່ມີຫລາຍຂຶ້ນນັບມື້ເຊັ່ນກັນ. ສຸກສາລາແຫ່ງນີ້ແລະເຄືອຂ່າຍຂອງໂຮງຮຽນປະຊາຄົມ 62 ແຫ່ງ ໃຫ້ການສິດສອນແກ່ເດັກນ້ອຍຈໍານວນ 12 ພັນຄົນຂອງພວກແຮງງານຍ້າຍຖິ່ນຕາມ ລະດູ ການແລະພວກອົບພະຍົບທີ່ອາໄສຢູ່ໃນເຂດຈັງຫວັດແມ່ສອດ. Dr. Muang ກ່າວ ວ່າ ເວລາທີ່ພວກພໍ່ແມ່ສູນເສຍວຽກງານທໍາມາຫາລ້ຽງຊີບນັ້ນ ພວກເດັກນ້ອຍກໍຖືກປະຖິ້ມ ໄວ້ເບື້ອງຫລັງ ຊຶ່ງ Dr. Muang ອະທິບາຍດັ່ງນີ້:
“ຍ້ອນວ່າ ພວກເຂົາເຈົ້າບໍ່ມີອາຊີບທີ່ດີກວ່າເກົ່າ ແລະ ບໍ່ມີຊີວິດການເປັນຢູ່ທີ່ດີຂຶ້ນ. ສະ ນັ້ນ ພວກເຮົາຈຶ່ງໄດ້ເຫັນວ່າມີເດັກນ້ອຍ ທີ່ຖືກພໍ່ແມ່ປະຖິ້ມນັ້ນ ໃນຈໍານວນ ຢ່າງຫລວງຫລາຍ. ມີເດັກນ້ອຍຫລາຍຂຶ້ນນັບມື້ ທີ່ເຂົ້າມາປະເທດໄທໂດຍບໍ່ມີພໍ່ ແມ່ມານຳ ແລະ ເດັກນ້ອຍຫລາຍຄົນ ຖືກປະຖີ້ມໄວ້ໃນໂຮງໝໍ. ບາງຄົນໄດ້ໄປ ອອກລູກແລ້ວຫລັງ ຈາກນັ້ນກໍໜີໄປ ໂດຍປະລູກໄວ້ໃນໂຮງໝໍ.”
ນອກນັ້ນແລ້ວ ກໍຍັງມີການປະຖິ້ມພວກເດັກນ້ອຍໄວ້ທີ່ສຸກສາລາເຊັ່ນກັນ ໃນຕອນທີ່ພໍ່ແມ່ພາເຂົາໄປສັກຢາປ້ອງກັນໂຣກ ຫລືເວລາມາຮ່ວມໃນການວາງແຜນຄອບຄົວ. ບາງເທື່ອ ເດັກ ນ້ອຍກໍຖືກປະຖິ້ມໄວ້ຢູ່ໂຮງຮຽນ ຊຶ່ງ Dr Muang ກ່າວວ່າ ເປັນສິ່ງທີ່ສະແດງໃຫ້ເຫັນຢ່າງ ຈະແຈ້ງເຖິງວິກິດການດ້ານມະນຸດສະທໍາ ຢູ່ໃນເຂດຊາຍແດນນັ້ນ.
Dr. Muang ຍັງມີຄວາມຮູ້ສຶກໃນແງ່ທີ່ບໍ່ດີ ກ່ຽວກັບອະນາຄົດຂອງມຽນມາ ເຖິງແມ່ນຈະມີ ການຈັດການເລືອກຕັ້ງສະພາຂຶ້ນໃນປະເທດໃນເດືອນພະຈິກປີນີ້ ກໍຕາມ.
ບັນດານັກວິເຄາະຄາດວ່າ ກອງທັບຈະຍັງມີອໍານາດຄວບຄຸມລັດຖະບານພົນລະເຮືອນຢູ່ຕໍ່ໄປ ໂດຍມີການຄາດຄະເນກັນວ່າ ພັກທີ່ໄດ້ຮັບການໜຸນຫລັງຈາກພວກທະຫານ ຈະກໍາສຽງສ່ວນຫລາຍຢູ່ໃນສະພາຊຸດໃໝ່. ພວກນັກວິເຄາະກ່າວວ່າ ຄວາມຈິງແລ້ວ ພວກທະຫານມີ ບ່ອນນັ່ງທີ່ຮັບປະກັນໄວ້ໃຫ້ພວກເຂົາເຈົ້າແລ້ວ ຢູ່ໃນສະພານັ້ນ.
Dr. Muang ກ່າວວ່າ ຜົນຂອງການເລືອກຕັ້ງ ທີ່ມີພວກທະຫານກໍາບົດບາດນໍາພາໃນ ຄະນະລັດຖະບານຊຸດຕໍ່ໄປນັ້ນ ມີທາງຈະຍັງຜົນເຮັດໃຫ້ມີການຂັດແຍ້ງສູ້ລົບກັນຫລາຍຂຶ້ນອີກ ໃນຂົງເຂດຊາຍແດນນັ້ນ ຊຶ່ງຈະເປັນການເຮັດໃຫ້ວິກິດການທີ່ມີຢູ່ແລ້ວ ເພີ້ມທະວີຮ້າຍແຮງຍິ່ງຂຶ້ນໄປອີກ.