ໃນເຂດພາກເໜືອຂອງມຽນມານັ້ນ ການຕໍ່ສູ້ກັນມາເປັນເວລາ
18 ເດືອນ ລະຫວ່າງພວກກະບົດເຜົ່າກະຈິນກັບກໍາລັງທະຫານ
ມຽນມາ ໄດ້ທະວີຄວາມຮຸນແຮງຂຶ້ນໃນບໍ່ເທົ່າໃດອາທິດຜ່ານ
ມານີ້ ໂດຍທີ່ຝ່າຍກອງທັບໄດ້ໃຊ້ການໂຈມຕີທາງອາກາດເປັນ
ເທື່ອທໍາອິດ. ໃນຂະນະທີ່ການຕໍ່ສູ້ກັນດໍາເນີນສືບຕໍ່ໄປຢູ່ນີ້ ບັນ
ດາຜູ້ນໍາຊົນເຜົ່າຕ່າງໆຂອງມຽນມາ ໄດ້ໄປເຕົ້າໂຮມກັນ ເພື່ອ
ປຶກສາຫາກັນກ່ຽວກັບຊ່ອງທາງໃນການສືບຕໍ່ດໍາເນີນຂັ້ນຕອນ
ສ້າງສັນຕິພາບ. ດາຣາມີລາຍງານມາສະເໜີທ່ານ.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:
ການໂຈມຕີທາງອາກາດຂອງກອງທັບມຽນມາ ຕໍ່ທີ່ໝັ້ນແຫ່ງຕ່າງໆຂອງພວກກະບົດກະຈິນນັ້ນ ເປັນຂີດໝາຍການເພີ້ມທະວີຂຶ້ນໃນລະດັບ ຄວາມຮຸນແຮງຂອງການສູ້ລົບກັນ ລະຫວ່າງກອງທັບມຽນມາກັບກຸ່ມກອງທັບເພື່ອເອກະລາດຂອງກະຈິນ ຫລື KIA ທີ່ກໍາລັງຕໍ່ສູ້ເອົາສິດທິໃນການປົກຄອງຕົນເອງຫລາຍຂຶ້ນ. ບໍ່ມີນັກຂ່າວຢູ່ໃນເຂດການສູ້ລົບກັນນັ້ນເລີຍ ແຕ່ກໍມີຮູບວີດິໂອຂອງການໂຈມຕີທາງອາກາດ ທີ່ໄດ້ມາຈາກອົງການຊ່ວຍເຫລືອດ້ານມະນຸດສະທໍາ ທີ່ຊື່ວ່າ Free Burma Rangers.
ບາງຄົນວິຕົກວ່າ ການໂຈມຕີດັ່ງກ່າວນີ້ ຈະເຮັດໃຫ້ການເຈລະຈາສັນຕິພາບ ເພື່ອຍຸດຕິການກະບົດອັນສຸດທ້າຍ ທີ່ຍັງດໍາເນີີນໄປຢູ່ຂອງມຽນມານັ້ນ ຕົກລາງ. ກຸ່ມຜູ້ນໍາຊົນເຜົ່າ
ທີ່ເອີ້ນວ່າ United Nationalities Federation Council ຫລື UNFC ໄດ້ປະຊຸມກັນ
ຢູ່ໃນພາກເໜືອຂອງປະເທດໄທ ເພື່ອຫາລືກ່ຽວກັບຊ່ອງທາງໃນການປະກາດຍຸດຍິງ
ແຕ່ຝ່າຍດຽວ ແຕ່ທ່ານ David Tharkabaw ຮອງປະທານຂອງກຸ່ມ UNFC ກ່າວວ່າ:
“ການລະດົມຍິງປືນໃຫຍ່ແມ່ນໜັກໜ່ວງຫລາຍ ໜັກໜ່ວງແທ້ໆ. ສະນັ້ນ ພວກເຮົາອາດຈະພິຈາລະນາ ຍົກເລີກການເຈລະຈາກໍໄດ້.”
ຢູ່ບາງກອກ ເມື່ອວັນສຸກຜ່ານມານີ້ ຊາວມຽນມາແລະຄົນອື່ນໆປະມານ 50 ຄົນ ພາກັນໄປປະທ້ວງຢູ່ຕໍ່ໜ້າສະຖານທູດຂອງມຽມມາ ຮຽກຮ້ອງ ໃຫ້ຍຸດຕິການສູ້ລົບກັນຢູ່ໃນລັດກະຈິນ. ບໍ່ໄດ້ມີເຈົ້າໜ້າທີ່ສະຖານທູດອອກມາພົບກັບພວກປະທ້ວງຈັກຄົນ. ນອກນີ້ ພວກປະທ້ວງຍັງຮຽກຮ້ອງໃຫ້ ທ່ານນາງ ອອງ ຊານ ຊູຈີ ຜູ້ນໍາຝ່າຍຄ້ານ ຊ່ວຍຕໍ່ສູ້ ເພື່ອເປົ້າໝາຍຂອງເຂົາເຈົ້ານໍາ. ທ້າວ La Nu Nan ທີ່ມາຮ່ວປະທ້ວງເວົ້າວ່າ:
“ຂ້ອຍຢາກໃຫ້ທ່ານນາງອອງ ຊານ ຊູຈີ ເຮັດວຽກໜັກຂຶ້ນ ແລະອອກມາປາກເວົ້າສະໜັບສະໜຸນຊົນເຜົ່າກະຈິນ ແລະຊົນເຜົ່າອື່ນໆທັງໝົດໃນມຽນມານັ້ນ ແລະ
ຢືນຢັດເພື່ອພວກເຮົາ. ພວກເຮົາແມ່ນເຊື່ອໝັ້ນໃນໂຕທ່ານນາງຫລາຍ.”
ປະເທດມຽນມາ ທີ່ຫາກໍຫັນປ່ຽນໄປສູ່ລະບອບປະຊາທິປະໄຕນັ້ນ ໄດ້ເຫັນອຸດສາຫະກໍາທ່ອງທ່ຽວຂອງຕົນ ຂະຫຍາຍໂຕຂຶ້ນຢ່າງໃຫຍ່ ໃນຮອບປີຜ່ານມານີ້ ແຕ່ການຂັດແຍ້ງກັນກັບຊົນເຜົ່າກະຈິນ ກໍຂົ່ມຂູ່ທີ່ຈະ ທໍາລາຍພາບລັກຂອງມຽນມາ ໃນສາຍຕາຂອງນັກທ່ອງທ່ຽວ ເຊ່ນນາງ Jeneane Paxson ທີ່ບັງເອີໄດ້ໄປຍັງສະຖານທູດມຽນມາ ໃນລະຫວ່າງ
ທີ່ມີການປະທ້ວງນັ້ນ ເພື່ອຂໍວິຊ່າເຂົ້າໄປທ່ອງທ່ຽວໃນມຽນມາ. ນາງກ່າວວ່າ:
“ເປັນທີ່ຈະແຈ້ງວ່າ ມັນມີຫລາຍສາເຫດທີ່ນອນຢູ່ເບື້ອງຫລັງການຂັດແຍ້ງກັນນີ້
ທີ່ອາດສາມາດມີຜົນກະທົບຕໍ່ການເດີນທາງຂອງຂ້ອບກໍໄດ້.”
ປະທານາທິບໍດີ Thein Sein ໄດ້ຮັບການຍ້ອງຍໍຊົມເຊີຍວ່າ ເປັນນັກປະຕິຮູບ ໂດຍບັນດາກຸ່ມປົກປ້ອງສິດທິມະນຸດນາໆຊາດ ແລະມີກໍານົດຈະໄດ້ຮັບລາງວັນອັນສູງສົ່ງຂອງກຸ່ມວິກິດການນາໆຊາດ the International Crisis Group ຫລື ICG ໃນເດືອນເມສາ ປີ 2013 ນີ້ ກໍຄືລາງວັນສະແຫວງຫາສັນຕິພາບ ຫລື Pursuit of Peace Award.
ຜູ້ອໍານວຍການໂຄງການປະຈໍາເຂດເອເຊຍຕາເວັນອອກສຽງໃຕ້ ຂອງກຸ່ມ ICG ທ່ານ Jim Della-Giacoma ກ່າວຜ່ານ Skype ວ່າເຖິງແມ່ນມີການສູ້ລົບກັນ ແຕ່ຂໍ້ຕົກລົງສັນຕິພາບກໍອາດສາມາດບັນລຸໄດ້ຢູ່ ຊຶ່ງທ່ານກ່າວຕື່ມວ່າ:
“ການໂຈມຕີທາງອາກາດເຫລົ່ານີ້ ບໍ່ໄດ້ມີຂຶ້ນແບບເປັນກໍລະນີໂດດດ່ຽວ ແຕ່ໄດ້ເກີດຂຶ້ນສະເພາະໄລຍະທີ່ການເຈລະຈາສັນຕິພາບບໍ່ດໍາເນີນໄປແບບລຸລ່ວງ ແລະກໍມີຄວາມບໍ່ໄວ້ເນື້ອເຊື່ອໃຈກັນໃນທັງສອງຝ່າຍ. ມີຄວາມພະຍາຍາມທີ່ຈະຕັດສິນການຂັດແຍ້ງກັນນີ້ ຢູ່ໃນສະໜາມລົບ ແຕ່ໃນຂະນະດຽວກັນກໍສືບຕໍ່ເຈລະຈາສັນຕິພາບ ເພາະມັນມີຄວາມສົນໃຈໃນທັງຝ່າຍກະຈິນ ແລະຝ່າຍກອງທັບ ທີ່ຈະຍຸດຕິການຂັດແຍ້ງກັນນີ້.”
ຄາດວ່າ ຈະມີການປະທ້ວງຕື່ມອີກ ຢູ່ສະຖານທູດແຫ່ງຕ່າງໆຂອງມຽນມາ ຢູ່ໃນທົ່ວໂລກ ໃນໄລຍະຫລາຍໆມື້ຕໍ່ໜ້ານີ້.
ເບິ່ງວີດິໂອລາຍງານ ການໂຈມຕີຂອງກອງທັບມຽນມາໃນລັດກະຈິນ
ໄດ້ດຶງດູດເອົາການຕິຕຽນ ຈາກທົ່ວໂລກ: