ຢູ່ທີ່ເມືອງ Laiza ຊຶ່ງເປັນເມືອງຊາຍແດນທີ່ສະຫງົບງຽບ ຕັ້ງຢູ່ກາງພູແລະປ່າດົງນັ້ນ
ຕອນທີ່ຂ້ອຍກໍາລັງລາຍງານຢູ່ນີ້ ພວກເດັກນ້ອຍກໍາລັງກັບບ້ານຫລັງຈາກເລີກໂຮງຮຽນ
ພວກທະຫານທີ່ຖືປືນຍາວ ຂີ່ລົດຈັກ ພາກັນກຽມໂຕກັບຄືນໄປປະຕິບັດໜ້າທີ່ຢູ່ແນວໜ້າ
ແລະພະສາສະໜາຄາທໍລິກອົງນຶ່ງ ກໍາລັງນໍາພາການປະກອບພິທີທາງສາສະໜາບັ້ນນຶ່ງ
ສໍາລັບພວກພັດພາກຖິ່ນຢູ່ອາໃສພາຍໃນປະເທດ ຢູ່ໃນຄ້າຍພັກຂອງຜູ້ອົບພະຍົບພາຍໃນ ປະເທດແຫ່ງນຶ່ງ.
ພວກຄົນເຫລົ່ານັ້ນນັ່ງຄຸກເຂົ່າຢູ່ພື້ນ ຫ້ອມລ້ອມດ້ວຍພວກເດັກນ້ອຍທີ່ກໍາລັງພາກັນແລ່ນ
ຫລິ້ນ ພວກຄົນເຈັບປ່ວຍທີ່ນອນໂຊມຢູ່ ແລະພວກຄອບຄົວທີ່ກິນເຂົ້າຢູ່ຫ້ອງໂຖງ ທີ່ເຕັມ
ໄປດ້ວຍຂີ້ຝຸ່ນແລະຄວັນໄຟ. ຊາວເຜົ່າກະຈີນ ເປັນພວກທີ່ນັບຖືສາສະໜາຄາທໍລິກຢ່າງ
ແຮງກ້າ ແລະພວກພະຄາທໍລິກ ໃນເມືອງ Laiza ແມ່ນໄດ້ເຮັດວຽກເກີນເວລາຢູ່ສະເໝີ
ເພື່ອຊ່ວຍເຫລືອຊາວອົບພະຍົບທີ່ເຂົ້າມາຢູ່ໃໝ່ ປະມານ 7000 ຄົນທີ່ຫລົບໜີການສູ້ລົບ
ຢູ່ໃກ້ບ່ອນຢູ່ອາໃສຂອງພວກເຂົາເຈົ້າ.
ອົບພະຍົບຄົນນຶ່ງເລົ່າເລຶ່ອງ ທີ່ລາວຖືກບັງຄັບໃຫ້ເປັນຄົນແບກຫາບເຄື່ອງຂອງ ໃຫ້ພວກ
ທະຫານມຽນມາ ກ່ອນຄວາມຮຸນແຮງຄັ້ງລ່າສຸດ ຈະລະເບີດຂຶ້ນ.
ສຽງພາສາກະຈິນ
ລາວເວົ້າວ່າ ແຕ່ກ່ອນນັ້ນ ພວກທະຫານມຽນມາໄດ້ບັງຄັບໃຫ້ລາວແບກເຄຶ່ອງ ແລະກະ
ສູນປືນທີ່ໜັກໆໃຫ້ພວກເຂົາ ເປັນເວລາຫລາຍເດືອນ ຊຶ່ງບາງຄັ້ງລາວກໍຖືກຕີດ້ວຍທ້າຍ
ປືນຍ້ອນເຮັດວຽກຊ້າ. ລາວກ່າວຕໍ່ໄປວ່າ ພໍຄວາມເຄັ່ງຕຶງເທື່ອຫລ້າສຸດນີ້ເກີດຂຶ້ນ ລາວກໍ
ຖືໂອກາດໂຕນໜີ.
ພວກພະນັກການຊ່ວຍເຫລືອ
ທ້ອງຖິ່ນກ່າວວ່າ ລວມທັງໝົດ
ແລ້ວ ມີປະຊາຊົນປະມານ
16,000 ຄົນທີ່ໄດ້ຖືກພັດພາກ
ຈາກຖິ່ນຢູ່ອາໃສ ຍ້ອນການສູ້
ລົບກັນຢູ່ເລາະຕາມແມ່ນໍ້າຕ້າປິງ
(Taping) ບ່ອນທີ່ບໍລິສັດໃຫຍ່ໆ
ຂອງຈີນບໍລິສັດນຶ່ງ ກໍາລັງກໍ່ສ້າງ
ເຂຶ່ອນໄຟຟ້າພະລັງນໍ້າສອງແຫ່ງ ຢູ່ນັ້ນ.
ຫລາຍໆຄົນ ໃນຈໍານວນພວກທີ່
ຫລົບໜີການສູ້ລົບມາ ແມ່ນຕ້ອງ
ການຈະຂ້າມຊາຍແດນເຂົ້າໄປຍັງຈີນ ແຕ່ທາງການຈີນປະຕິເສດ ບໍ່ຍອມໃຫ້ເຂົ້າປະເທດ
ໂດຍກ່າວວ່າ ບ່ອນທີ່ມີການສູ້ລົບກັນນັ້ນບໍ່ໄດ້ຢູ່ໃກ້ຊາຍແດນພໍທີ່ຈະອະນຸຍາດໃຫ້ລີ້ໄພການ ເມືອງໄດ້.
ນາຍລາ ຣິບ(La Rip) ຜູ້ກໍ່ຕັ້ງສະມາຄົມຊາວອົບພະຍົບຂຶ້ນມາ ເພື່ອຊ່ວຍເຫລືອພວກຄົນ
ທີ່ຖືກພັດຖິ່ນຍ້ອນການສູ້ລົບກັນນັ້ນກ່າວວ່າ ກອງທັບມຽນມາໄດ້ຂັບໄລ່ປະຊາຊົນອອກໄປ
ຈາກໝູ່ບ້ານຫລາຍໆແຫ່ງ ໝົດທັງໝູ່ບ້ານ ໂດຍຂູ່ວ່າຈະກະທໍາຮຸນແຮງຕໍ່ພວກຊາວບ້ານ
ຖ້າຫາກພວກເຂົາຖືກໂຈມຕີໂດຍທະຫານບ້ານເຜົ່າກະຈີນ ທີ່ເອີ້ນວ່າ ກອງທັບເພື່ອເອກະ
ລາດຂອງກະຈີນ ຫລື Kachin Independence Army ເອີນຫຍໍ້ວ່າ KIA ນັ້ນ.
ນາຍ ລາ ຣິບ ເວົ້າວ່າ:
“ພວກທະຫານມຽນມາເຂົ້າມາໃນໝູ່ບ້ານ ແລ້ວກໍຂຸດຂຸມຫລົບໄພ ຢູ່ຕໍ່ໜ້າເຮືອນຂອງ
ຊາວບ້ານ ແລະຂົ່ມຂູ່ພວກຊາວບ້ານວ່າ ຖ້າຫາກກອງທັບກະຈິນຍິງພວກເຮົາ ພວກ
ເຮົາກໍຈະຈູດເຜົາໝົດທັງໝູ່ບ້ານ. ໝູ່ບ້ານນັ້ນແມ່ນຢູ່ໃກ້ເມືອງ Laiza ຫລາຍ.”
ລັດຖະບານມຽນມາໄດ້ກ່າວຫາກອງທັບກະຈິນວ່າ ເປັນຜູ້ເລີ່ມຕົ້ນກໍ່ຄວາມຂັດແຍ້ງກັນ
ໃນເດືອນມິຖຸນາຜ່ານມາ ໂດຍການໂຈມຕີເຂຶ່ອນທີ່ສ້າງໂດຍບໍລິສັດຈີນນັ້ນ. ທາງກຸ່ມ
ກອງທັບກະຈິນຢືນຢັດວ່າ ກໍາລັງຂອງຝ່າຍລັດຖະບານເປັນຜູ້ເລີ່ມຕົ້ນກ່ອນແຕ່ດົນແລ້ວ
ຄືໃນເດືອນພຶດສະພາພຸ້ນ ເວລາກໍາລັງຂອງລັດຖະບານຍິງປືນຄົກຫລາຍລູກໃສ່ຄ້າຍ
ຂອງພວກເຂົາເຈົ້າ ແລະກອງທັບກະຈິນກໍໄດ້ຕອບໂຕ້ຄືນ ພຽງເພື່ອປ້ອງກັນໂຕເທົ່ານັ້ນ.
ພວກຜູ້ບັງຄັບບັນຊາກອງທັບກະຈິນ ກ່າວວ່າ ການສູ້ລົບກັນນັ້ນໝາຍເຖິງການສິ້ນສຸດລົງ
ຂອງການຢຸດຍິງ ທີ່ມີມາໄດ້ 17 ປີແລ້ວ ທີ່ທັງສອງຝ່າຍໄດ້ເຊັນກັນ ເພື່ອປ້ອງກັນບໍ່ໃຫ້
ເກີດການປະທະກັນ ຢ່າງກວ້າງຂວາງອອກໄປ ລະຫວ່າງກໍາລັງທະຫານມຽນມາ ແລະ
ພວກທະຫານຊົນເຜົ່ານັ້ນ.
ຜູ້ບັນຊາການກອງທັບກະຈິນ ເຈຍນາ ຊໍ ອອນ(Chyana Zaw Awn) ກ່າວວ່າ ພວກ
ເຈົ້າໜ້າທີ່ມຽນມາ ກໍາລັງສວາຍໃຊ້ການກໍ່ສ້າງເຂຶ່ອນເປັນຂໍ້ອ້າງ ເພື່ອຈະໄດ້ໂອກາດຕາມ
ລ່າພວກກອງທັບກະຈິນ ເພາະວ່າກອງທັບກະຈິນ ບໍ່ຍອມເຂົ້າເປັນທະຫານຍາມຊາຍ
ແດນ ທີ່ປະຕິບັດການຢູ່ພາຍໃຕ້ທະຫານມຽນມານັ້ນ. ນາຍ ເຈຍນາ ຊໍ ອອນ ເວົ້າວ່າ:
“ຕົ້ນຕໍຂອງຂໍ້ຂັດແຍ້ງກັນ ແມ່ນການປະຕິເສດບໍ່ຍອມຮັບຂໍ້ສະເໜີເປັນກໍາລັງຮັກສາ
ຊາຍແດນ ເນຶ່ອງຈາກວ່າພວກເຮົາປະຕິເສດບໍ່ຍອມຮັບຂໍ້ສະເໜີນັ້ນ ພວກເຂົາເຈົ້າກໍ
ເລີຍຫາທາງສ້າງໃຫ້ເກີດຂໍ້ຂັດແຍ້ງ. ດັ່ງນັ້ນແລ້ວ ພວກທະຫານມຽນມາຈຶ່ງໄດ້ໃຊ້
ຄວາມໝັ້ນຄົງຂອງການລົງທຶນຂອງຈີນເປັນຂໍ້ແກ້ຕົວ. ພວກເຮົາເຊື່ອວ່າ ພວກເຂົາ
ເຈົ້າໄດ້ວາງແຜນໄວ້ແຕ່ຕົ້ນໆແລ້ວວ່າ ຈະກໍາຈັດກໍາລັງທະຫານຊົນເຜົ່ານັ້ນ. ມັນເປັນ
ແຜນຍຸທະສາດຂອງລັດຖະບານມຽນມາ ເພື່ອກໍາຈັດກອງທັບຂອງພວກຊົນເຜົ່າ.”
ພວກເຈົ້າໜ້າທີ່ສະຫະລັດແລະ
ຈີນໄດ້ຮຽກຮ້ອງໃຫ້ໝົດທຸກຝ່າຍ
ຈົ່ງຫາທາງແກ້ໄຂຂໍ້ຂັດແຍ້ງກັນ
ໂດຍສັນຕິວິທີ. ຂໍ້ຂັດແຍ້ງກັນນີ້
ຍັງໄດ້ດຶງເອົາທ່ານນາງອອງຊານ
ຊູຈີ ຜູ້ທີ່ໄດ້ຮັບລາງວັນໂນເບລ
ເຂົ້າມາພົວພັນນໍາດ້ວຍ ໂດຍທີ່
ທ່ານນາງໄດ້ຂຽນຈົດໝາຍເປີດ
ຊອງສະບັບນຶ່ງ ໄປຫາທ່ານ
Thein Sein ປະທານາທິບໍດີ
ມຽນມາ ຮຽກຮ້ອງໃຫ້ມີການ
ເຈລະຈາສັນຕິພາບກັນ.
ຮອງຫົວໜ້າເສນາທິການກອງທັບ
ກະຈິນ ນາຍພົນ Gun Maw
ໄດ້ຜັກດັນໃຫ້ມີການເຈລະຈາຂໍ້
ຕົກລົງຢຸດຍິງກັນໃໝ່ ເພື່ອຍຸຕິ
ການສູ້ລົບກັນນັ້ນ ແຕ່ທ່ານ ມໍ ຢາກໃຫ້ການເຈລະຈາກັນ ກວມເອົາຫລາຍໆເລື້ອງ ກວ່າ
ການຂັດແຍ້ງກັນໃນເມືອງ Laiza ນັ້ນ. ທ່ານກັນ ມໍ ກ່າວວ່າ:
“ພວກເຮົາຕ້ອງການຢາກໃຫ້ມີການຢຸດຍິງທົ່ວປະເທດ ໃນໝົດທຸກຂົງເຂດທີ່ມີຂໍ້ຂັດແຍ້ງ
ກັນນັ້ນ ແລະບາດແລ້ວ ພວກເຮົາກໍຢາກເຄຶ່ອນໄຫວໄປສູ່ການໂອ້ລົມສົນທະນາກັນດ້ານ
ການເມືອງ. ເບິ່ງຄືວ່າພວກລັດຖະບານມຽນມາພໍໃຈທີ່ຈະເຈລະຈາເລື້ອງສັນຕິພາບ ແຕ່
ບໍ່ໄດ້ເອີ່ຍເຖິງເລື້ອງການເມືອງເລີຍ. ພວກເຂົາເຈົ້າຕ້ອງການໃຫ້ມີການຢຸດຍິງ ແຕ່ບໍ່ເຕັມ
ໃຈທີ່ຈະພົວພັນກັນນໍາການສົນທະໂອ້ລົມການເມືອງ. ສິ່ງທີ່ພວກເຮົາຕ້ອງການນັ້ນ ກໍຄື
ລະບົບສະຫະພັນທີ່ແທ້ຈິງ ຊຶ່ງຄໍານີ້ ແມ່ນພາໃຫ້ພວກລັດຖະບານມຽນມາຢ້ານກົວ.”
ເວລານີ້ ຍັງບໍ່ແຈ້ງຂາວວ່າກອງທັບກະຈິນມີອໍານາດງັດງ້າງຫລາຍປານໃດ ພໍທີ່ຈະສາມາດ
ບັງຄັບໃຫ້ລັດຖະບານມຽນມາ ມານັ່ງໂຕະເຈລະຈາກັນໄດ້ນັ້ນ. ເຖິງແມ່ນໄດ້ມີການຮຽກ
ຮ້ອງຈາກທ່ານນາງ ອອງຊານ ຊູຈີ ແລະພວກອື່ນໆຢູ່ໃນມຽນມາ ໃຫ້ລັດຖະບານມຽນມາ
ທໍາການປຶກສາຫາລືເລື້ອງສະພາບການທີ່ບໍ່ໄປບໍ່ມານີ້ກໍຕາມ ແຕ່ພວກເຈົ້າໜ້າທີ່ລັດຖະບານ
ມຽນມາ ກໍບໍ່ເຕັມໃຈທີ່ຈະໂອ້ລົມໂດຍກົງກັບກຸ່ມດັ່ງກ່າວ. ທີ່ຜ່ານມາ ລັດຖະບານມຽນມາ
ໄດ້ແຕ່ງຕັ້ງທູດພິເສດສອງຄົນໄປໂອ້ລົມກັບພວກກອງທັບກະຈິນ ແຕ່ພວກເຂົາເຈົ້າບໍ່ມີອໍາ
ນາດຕໍ່ຮອງ.
ນາຍພົນ ກັນ ມໍ ໄດ້ກ່າວເຕືອນວ່າ ກໍາລັງທະຫານຂອງຕົນ ຈະເພີ່ມທະວີການສູ້ລົບໜັກ
ໜ່ວງຂຶ້ນໄປອີກ ຖ້າຫາກວ່າສະພາບການບໍ່ໄປບໍ່ມາຈຶ້ງທ່າໃສ່ກັນແບບນີ້ ຍັງດໍາເນີນສືບຕໍ່
ໄປຢູ່.
“ພວກເຮົາພ້ອມແລ້ວທີ່ຈະກັບຄືນໄປທໍາສົງຄາມແບບກອງໂຈນ ຖ້າຫາກມັນມາເຖິງຈຸດ
ນັ້ນ. ພວກເຮົາກຽມພ້ອມທີ່ຈະທໍາການປະຕິວັດຕໍ່ໄປ. ຂ້າພະເຈົ້າເຊື່ອວ່າ ການສູ້ລົບກັນ
ຂະໜາດໃຫຍ່ທີ່ສຸດນັ້ນ ຍັງບໍ່ທັນໄດ້ເກີດຂຶ້ນເທື່ອ. ສິ່ງສໍາຄັນທີ່ສຸດນັ້ນ ກໍຄືພວກລັດຖະ
ບານມຽນມາ ຕ້ອງການກໍາຈັດພວກກຸ່ມຊົນເຜົ່າ.”
ລັດກະຈິນ ບໍ່ແມ່ນລັດທີ່ມີປະຊາຊົນໜາ
ແໜ້ນ. ເມືອງ Laiza ເອງນັ້ນ ມີພົນລະ
ເມືອງປະມານ 10,000 ຄົນ ມີເນື້ອທີ່
ກວ້າງກວ່າ 89,000 ກິໂລແມດມົນທົນ
ໜ້ອຍດຽວ ຊຶ່ງກອງທັບກະຈິນຄວບຄຸມ
ພຽງແຕ່ສ້ຽວນຶ່ງເທົ່ານັ້ນ. ເຂດຫົວເມືອງ
ທັງໝົດແມ່ນຢູ່ໃຕ້ການຄວບຄຸມຂອງລັດ
ຖະບານມຽນມາ ພ້ອມທັງເຂດບໍ່ແຮ່
ແລະແມ່ນໍ້າລໍາທານຕ່າງໆ ທີ່ຝ່າຍກອງ
ທັບກະຈິນໄດ້ມອບໂອນໃຫ້ລັດຖະບານ
ມຽນມາ ໃນຖານະເປັນພາກສ່ວນຂອງ
ສັນຍາຢຸດຍິງ ສະບັບປີ 1994 ນັ້ນ.