ຊາວມຽນມາທີ່ລີ້ໄພໃນຕ່າງປະເທດກຸ່ມນຶ່ງກ່າວວ່າ ປະຊາຊົນຫລາຍພັນຄົນຕ້ອງການ
ຄວາມຊ່ອຍເຫລືອຈາກນາໆຊາດຢ່າງຮີບດ່ວນໃນພາກເໜືອຂອງມຽນມາບ່ອນທີ່ພວກ
ກະບົດຊົນເຜົ່າກະຈິນຖືກໂຈມຕີໂດຍກໍາລັງຝ່າຍລັດຖະບານ ຕັ້ງແຕ່ຕົ້ນເດືອນແລ້ວນີ້
ມານັ້ນ.
ສະມາຄົມແມ່ຍິງເຜົ່າກະຈິນທີ່ໄທ ກ່າວໃນວັນພຸດມື້ນີ້ວ່າ ພວກອົບພະຍົບຈໍານວນ
ຫລາຍກວ່າ 16 ພັນຄົນກໍາລັງພັກພາອາໄສຢູ່ໃນສູນຊົ່ວຄາວແຫ່ງຕ່າງໆໃກ້ກັບຊາຍ
ແດນຈີນ ແລະເວົ້າຕື່ມວ່າ ພວກຊາວບ້ານທີ່ຖືກສົງໄສວ່າໃຫ້ການສະໜັບສະໜຸນແກ່
ພວກກະບົດນັ້ນ ໄດ້ຖືກເຂັ່ນຂ້າແລະທາລຸນນະກໍາແລະວ່າພວກຕົນມີເອກະສານກ່ຽວ
ກັບການຂົ່ມຂືນຊໍາເລົາຢ່າງເປັນລະບົບ 32 ກໍລະນີ.
ກຸ່ມແມ່ຍິງດັ່ງກ່າວຍັງເວົ້າຕື່ມວ່າ ພວກອົບພະຍົບຖືກຕັດຂາດຈາກການຊ່ອຍເຫລືອໃນ
ຂະນະດຽວກັນ ພວກເຈົ້າໜ້າທີ່ຈີນກໍບໍ່ຍອມປະປ່ອຍໃຫ້ພວກອົບພະຍົບເຫລົ່ານີ້ເຂົ້າໄປ
ລີ້ໄພໃນຈີນ ແລະເວົ້າຕື່ມວ່າພວກເຄືອຂ່າຍເຜົ່າການຈັດຕັ້ງເຜົ່າກະຈິນໃນທ້ອງຖິ່ນແລະ
ພວກໂບດຕ່າງໆ ກໍບໍ່ສາມາດແກ້ໄຂບັນຫາຄວາມຕ້ອງການຂອງພວກອົບພະຍົບເຫລົ່າ
ນີ້ໄດ້ ແລະວ່າພວກເຂົາເຈົ້າຕ້ອງການຄວາມຊ່ອຍເຫລືອຈາກນາໆຊາດຢ່າງຮີບດ່ວນ.
ສະມາຄົມແມ່ຍິງເຜົ່າກະຈິນໃນໄທກ່າວວ່າ ພວກອົບພະຍົບເຫຼົ່ານີ້ຍັງຕ້ອງການຄວາມ
ຊ່ອຍເຫລືອໃນໄລຍະຍາວເພາະວ່າເຂົາເຈົ້າຖືກບັງຄັບໃຫ້ອົບພະຍົບອອກຈາກໄຮ່ນາ
ຮົ້ວສວນຂອງເຂົາເຈົ້າ.