ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍັງບໍ່ມີວິ່ແວວ ຂອງສັນຕິພາບ ໃນລັດ Kachin ຂອງມຽນມາ (ວີດີໂອລາວ/ອັງກິດ)


ນຶ່ງ​ປີຜ່ານ​ພົ້ນ​ໄປ ນັບ​ຕັ້ງ​ແຕ່​ການ​ເຊັນ​ສັນຍາ​ຢຸດ​ຍິງ​ພັງ​ທະລາ​ຍລົງ​ ລະຫວ່າງກອງທັບ​ຊົນ​ເຜົ່າ Kachin ແລະກອງທັບລັດຖະບານມຽນມາ ແລະຍັງບໍ່ເຫັນຮ່ອງຮອຍໃດໆ ຂອງ ສັນຕິພາບ ນັ້ນເລີຍ. ປະຊາຊົນຫຼາຍໝື່ນຄົນໄດ້ພາກັນຫຼົບໜີ ໃນຂະນະທີ່ອົງ ການເພື່ອ​ເອກ​ກະລາດ​ຂອງ​ກະຈິນ ຫຼື KIO ທໍາການສູ້ລົບ ເພື່ອຢາກໄດ້ສິດທິປົກຄອງ ຕົນເອງຫລາຍ​ຂຶ້ນ ແລະຄວບ​ຄຸມ ຊັບພະຍາກອນຕ່າງໆຂອງພວກເຂົາເຈົ້າ​ນັ້ນ. Matt Saunders ລາຍງານຈາກລັດກະຈິນຂອງ ມຽນມາ ຊຶ່ງ​ທອງ​ປານ​ຈະ​ນໍາ​​ເອົາລາຍ​ລ​ະ ອຽດມາສະ​ເໜີ​ທ່ານ​.

ວີດີໂອພາສາລາວ:

ປະຊາຊົນທີ່ຫຼົບໜີຈາກບ້ານ​ເຮືອນຂອງພວກເຂົາເຈົ້າ ມາອາ​ໄສຢູ່ແຄ້ມຊົ່ວຄາວ​ແຫ່ງນີ້
ໃນລັດກະຈິນຂອງ ມຽນມາ ກໍາລັງພາກັນກຽມ​ໂຕ​ຮັບ​ມືກັບລະດູຝົນມໍ​ລະ​ສຸມ ​ແລະ
ເປັນຫ່ວງກ່ຽວກັບການຂາດແຄນເຂົ້າ ປາອາຫານ.

ເຖິງ​ແມ່ນ​ມີ​ການ​ເພິ່​ມທະວີ​ຂຶ້ນ​ໃນການຊ່ວຍເຫຼືອຈາກຕ່າງປະເທດ ທີ່ຫຼັ່ງໄຫຼເຂົ້າໄປໃນ
​ເມືອງ​ຫລວງ​ຂອງ ມຽນມາຢູ່ ໃນເວລານີ້ກໍຕາມ ​ແຕ່ກຸ່ມຊົນເຜົ່າກະຈິນເວົ້າວ່າ ມີການ
ຊ່ວຍເຫຼືອໜ້ອຍ​ຫລາຍ ຕົກໄປຮອດໄປ ເຖິງເຂດທີ່ມີຂໍ້ຂັດແຍ້ງກັນນັ້ນ.

ນາງ May Li Aung ຫົວໜ້າກຸ່ມ Wun Paung Ninghto ທີ່​ປະກອບ​ດ້ວຍແປດອົງ
ການຊ່ວຍເຫຼືອທ້ອງຖິ່ນ ກ່າວ​ວ່າ:

“ປະຊາຄົມນາໆຊາດ ແລະອົງການທີ່ໃຫ້ທຶນ​ທັງໝົດ ແມ່ນຢາກຊ່ວຍ ເຫຼືອຢູ່ໃນ
ປະເທດມຽນມາ ແຕ່​ເຂດນີ້ເປັນ​ເຂດທີ່ບໍ່​ໄດ້ຢູ່​ໃຕ້​ການຄວບຄຸມ ຂອງລັດຖະບານ
ມຽນມາ ແລະພວກຊ່ວຍເຫຼືອກໍບໍ່ກ້າເຂົ້າມາທີ່ນີ້.”

ເຖິງແມ່ນວ່າສະບຽງການຊ່ວຍເຫຼືອບາງຢ່າງ​ໄດ​ຮັບອະນຸຍາດໃຫ້ນໍາເຂົ້າໄປຍັງເຂດ
ທີ່ຄວບຄຸມໂດຍອົງການ​ເພື່ອ​ເອກ​ກະລາດ​ກະ​ຈິນ ຫຼື KIO ກໍຕາມ ແຕ່ບໍ່ແມ່ນແບບ
ນັ້ນ ຢູ່ໃນຄ້າຍອົບພະຍົບ​ໃນ​ເຂດຊາຍ​ແດນຟາກປະ ເທດຈີນ.

ທະຫານເກນຂອງກອງທັບ KIA ທໍາການເຝິກແອບ ຢູ່ຄ້າຍໃກ້ເມືອງ Laiza ໃນພາກເໜືອຂອງມຽນມາ ທາງຊາຍແດນຈີນ, ວັນທີ 13 ກຸມພາ 2012. (AP Photo/Vincent Yu)
ທະຫານເກນຂອງກອງທັບ KIA ທໍາການເຝິກແອບ ຢູ່ຄ້າຍໃກ້ເມືອງ Laiza ໃນພາກເໜືອຂອງມຽນມາ ທາງຊາຍແດນຈີນ, ວັນທີ 13 ກຸມພາ 2012. (AP Photo/Vincent Yu)

ລາຍ​ງານ​ສະບັບ​ນຶ່ງ​ຂອງ​ກຸ່ມ​ສິ້ງ​ຊອມ​ສິດ
​ທິມະນຸດ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຕໍາ​ໜິຕິຕຽນ
​ຈີນ ທີ່​ຂາດ​ຕົກ​ບົກ​ຜ່ອງໃນ​ການໃຫ້
ຄວາມຊ່ວຍ​ເຫຼືອ​ແກ່​ຊາວ​ອົບ​ພະ ຍົບ​ໃນ​
ແຂວງ​ຢຸນນານ ​ແລະໄດ້​ຮຽກຮ້ອງ​ໃຫ້
​ເຈົ້າໜ້າ​ທີ່​ຈີນ ​ຈົ່ງ​ອະນຸຍາດ​ໃຫ້​ພະນັກ
ງານ​ຊ່ວຍ​ເຫຼືອ​ເຂົ້າ​ໄປ​ຍັງ​ເຂດ​ດັ່ງກ່າວ​ໄດ້.

ນາງ Mui Hpu Kaw ​ເບິ່ງ​ແຍງຫຼານ​ເຈັດ​
ຄົນ ​ໃນ​ຂະນະ​ທີ່​ລູກ​ຊາຍ​ສີ່​ຄົນຂອງ​ລາວ​
ສູ້​ລົບໃຫ້​ກອງທັບ​ເພື່ອ​ເອກ​ກະລາດ​ຂອງ​
ກະ​ຈິນ ຫລື KIA ຢູ່​ເຂດ​ຊາຍ​ແດນຟາກ
​ມຽນມາ. ນາງ​ກ່າວ​ວ່າ​ ອະນາຄົດທີ່​ບໍ່​ແນ່ນອນ​ນັ້ນ ​ແທບ​ວ່າຈະ​ທົນ​ບໍ່​ໄດ້​ແລ້ວ.

“ຂ້ອຍຖ້າແຕ່​ຟັງ​ຂ່າວ​ ວ່າ​ ພວກ​ເຮົາ​ກັບ​ບ້ານ​ກັນ​ເຖາະ ການ​ສູ້​ລົບ​ໄດ້​ຍຸຕິ​ລົງ​ແລ້ວ.
ທຸກໆ​ເທື່ອ​ທີ່​ຂ້ອຍ​ເຫັນ​ມີ​ຄົນ​ມາ​ຢາມ​ຄ້າຍ​ອົບ​ພະຍົບນີ້ ຂ້ອຍ​ກໍ​ຫວັງ​ວ່າ​ ພວກ​ເຂົາ​
ເຈົ້າຈະ​ເວົ້າ​ວ່າ​ ພວກ​ເຈົ້າ​ກັບ​ຄືນ​ບ້ານ​ໄດ້​ແລ້ວ. ຂ້ອຍພາວະນາຂໍ​ຢ່າ​ໄດ້​ຕາຍ​ຢູ່​ແຫ່ງ​ນີ້.”

ນັກ​ສັງ​ເກດ​ການ​ຫຼາຍໆ​ຄົນ​ ຍັງ​ບໍ່​ເຊື່ອ​ວ່າ​ ຈະ​ບໍ່ມີ​ການ​ແກ້​ໄຂບັນຫາ​ໃດໆ​ເກີດ​ຂຶ້ນ​ໄດ້​ໃນ
​ບໍ່​ຊ້າ​ນີ້​ເລີຍ.

ວີດີໂອພາສາອັງກິດ:

ອະດີດ​ນັກ​ເຄຶ່ອນ​ໄຫວ Tun Kyaw Nyein ລູກ​ຊາຍ​ຂອງ​ອະດີດ​ຮອງ​ນາຍົກ​ລັດຖະມົນຕີ
U Kyaw Nyein ຊຶ່ງ​ປັດຈຸບັນ​ນີ້​ເປັນ​ສະ​ມາ​ຊິກ​ຄົນ​ນຶ່ງ ຂອງກຸ່ມ​ອິສລະ ຍຸດ​ທະ​ສາດ​ມຽນມາ​
Burma Strategy Groupm ​ທີ່​ນິຍົມປະຊາທິປະ​ໄຕນັ້ນ ກ່າວ​ວ່າ ​ແມ່ນ​ແຕ່​ທ່ານ​ນາງ​ອອງ
ຊານ ຊູ​ຈີ ກໍ​ຍັງ​ດໍາ​ເນີນ​ການ​ຢ່າງ​ລະ​ມັດລະວັງ ກ່ຽວກັບ​ບັນຫາ​ຂັດ​ແຍ້​ງກັນ​ນີ້.

“ຂ້າພະ​ເຈົ້າ​ເຂົ້າ​ໃຈດີວ່າ ດ້ວຍ​ເຫດ​ໃດ​ທ່ານ​ນາງ​ຊູ​ຈີ​ຈຶ່ງ​ຕ້ອງ​ລະມັດລະວັງ​ໃນ​ວິທີ​ທາງ​
ທີ່​ທ່ານ​ນາງ​ຍົກ​ເອົາ​ຫົວ​ຂໍ້ເຫລົ່າ​ນີ້​ຂຶ້ນ​ມາ​ເວົ້າ ແລະ​ຖະ​ແຫຼງກ່ຽວ​ກັບ​ບັນຫາ​ຕ່າງໆ​ນັ້ນ
ທັງ​ນີ້ກໍ​ເພາະວ່າ ​ເພິ່ນ​ບໍ່​ຢາກ​ສ່ຽງທີ່​ຈະປາ ກົດ​ໃຫ້​ເຫັນ​ວ່າ ເຂົ້າຂ້າງ​ຝ່າຍນັ້ນ​ຫລື
​ຝ່າຍນີ້ ​ໃນ​ເມື່ອ​ວ່າ​ສະຖານ​ນະ​ການ ມັນ​ຫຼໍ່​ແຫຼມ​ຫລາຍ. ເລຶ່ອງນີ້​ຈະ​ຕ້ອງ​ໃຊ້​ເວລາ​ ​
ແລະ​ຈະ​ຕ້ອງຮວມ​ເອົາ​ໝົດ​ທຸກ​ພັກ​ຝ່າຍ ​ໂຮມ​ທັງ​ທ່ານ​ນາງ​ອອງຊານ ຊູ​ຈີ, ທ່ານ
ທຽນ ​ເຊ​ນ ​ແລະ​ບັນດາ​ຜູ້​ນໍາ ຊົນ​ເຜົ່າ​ກະ​ຈິນ​ ມາເຂົ້າກັນ ​ເພື່ອ​ທີ່​ຈະ​ເອົາ​ຊະນະການ​
ຂາດ​ຄວາມ​ໄວ້​ວາງ​ໃຈ​ກັນ ທີ່​ມີ​ມາ​ດົນນານ​ນັ້ນ​ໄດ້.”

​ໃນ​ລະຫວ່າງນີ້ ​ຊົນ​ເຜົ່າ​ກະ​ຈີນ​ພວກທີ່​ຖືກ​ພັດ​ພາກ​ຈາກບ້ານ​ເຮືອນ​ນັ້ນ ກໍ​ຕ້ອງ​ລໍ​ວັນ​ລໍ​ຄືນ
ອາ​ໄສ​ຢູ່​ໃນ​ຄ້າຍ​ອົບ​ພະ​ຍົບທີ່​ນັບມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ​ນັ້ນ​ໄປ​ກ່ອນ ຈົນ​ກວ່າຈະ​ມີ​ການແກ້​ໄຂ
​ບັນ​ຫາ​ຂັດ​ແຍ້​ງກັນ​ທີ່​ຍືດ​ເຍື້​ອອອກ​ໄປ​ເລື້ອຍໆ ​ເຖິງ​ແມ່ນ​ຈະ​ມີ​ການ​ປ່ຽນ​ແປງ​ທີ່​ສໍາຄັນໆ
​ເກີດ​ຂຶ້ນຢູ່​ໃນ​ພາກສ່ວນ​ອື່ນ​ໆ​ຂອງ​ປະ​ເທດນັ້ນ​ກໍ​ຕາມ.

XS
SM
MD
LG