ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດວິຕົກ ເລື່ອງອົບພະຍົບ ມຽນມາ.


ນັກການທູດ ສະຫະລັດ ທ່ານນຶ່ງ ກ່າວຕໍ່ ເຈົ້າໜ້າທີ່ໄທວ່າ ທ່ານມີຄວາມວິຕົກກັງວົນ ກ່ຽວກັບ ພວກອົບພະຍົບ ມຽນມາ ປະມານ 140 ພັນຄົນ ທີ່ພັກອາໄສ ຢູ່ຕາມບໍລິເວນ ຊາຍແດນໄທນັ້ນ.

ທ່ານ ERIC SCHWARTZ ລັດຖະມົນຕີຊ່ອຍ ວ່າການກະຊວງ ການຕ່າງປະເທດ ສະຫະລັດ ຮັບຜິດຊອບ ເລື່ອງພົນລະເມືອງ ອົບພະຍົບ ແລະພວກຍົກຍ້າຍຖິ່ນຖານ ກ່າວທີ່ບາງກອກ ໃນວັນພະຫັດ ວານນີ້ວ່າ ບໍ່ຄາດວ່າ ພວກອົບພະຍົບເຫຼົ່ານີ້ ຈະສາມາດ ກັບຄືນບ້ານເກີດໄດ້ ຖ້າການເລືອກຕັ້ງ ຄັ້ງຈະມາ ຂອງມຽນມາ ຫາກບໍ່ເປັນໄປ ແບບຍຸຕິທຳ.

ທ່ານ SCHWARTZ ກ່າວວ່າ ມັນເປັນສິ່ງສຳຄັນ ທີ່ໄທຄວນສືບຕໍ່ ອະນຸຍາດໃຫ້ ຊາວມຽນມາ ທີ່ຕົກຢູ່ໃນ ສະພາບຫຼໍ່ແຫຼມນັ້ນ ລີ້ໄພໄດ້.

ໃນເດືອນທັນວາ ປີກາຍນີ້ ໄທໄດ້ຈັດສົ່ງ ຊາວມົ້ງປະມານ 4 ພັນ 500 ຄົນ ກັບຄືນໄປລາວ ທັງໆທີ່ ໄດ້ມີການສະແດງ ຄວາມວິຕົກກັງວົນ ຂອງສະຫະລັດ ອົງການສະຫະປະຊາຊາດ ແລະບັນດາ ກຸ່ມປົກປ້ອງ ສິດທິມະນຸດ ທີ່ເວົ້າວ່າ ພວກອົບພະຍົບເຫຼົ່ານີ້ ອາດປະເຊີນກັບ ການຖືກລົງໂທດ ຢູ່ລາວ.

ໄທກ່າວວ່າ ຊາວມົ້ງ ເປັນຄົນເຂົ້າເມືອງ ຜິດກົດໝາຍ ແລະໄດ້ຮັບ ການປະຕິບັດຕໍ່ ໂດຍອີງຕາມ ຕົວບົດກົດໝາຍ. ຫຼັງຈາກ ຢ້ຽມຢາມໄທແລ້ວ ທ່ານ SCHWARTZ ກໍຈະເດີນທາງໄປລາວ ເພື່ອສືບສວນ ເບິ່ງສະພາບ ການເປັນຢູ່ ຂອງພວກຊາວມົ້ງ ທີ່ຖືກສົ່ງ ກັບຄືນໄປລາວນັ້ນ.

XS
SM
MD
LG