ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເປີດກ້ວາງໃນມຽນມາ ອາດນໍາໄປສູ່ ບັນຫາສິດທິມະນຸດ ເພີ່ມຂຶ້ນ (ວີດິໂອລາວ/ອັງກິດ)


ຂະນະ​ນີ້ ​ປາກົດ​ວ່າ​ມີ​ບໍລິສັດ​ຈາກ​ຕ່າງປະ​ເທດຫຼາຍ​ເພີ່ມຂຶ້ນ ທີ່​ກໍາລັງທະຍອຍ​ເຂົ້າ​ ໄປລົງທຶນ​ໃນ​ມຽນມາ ຫຼັງ​ຈາກ​ມຽນມາ​ໄດ້​ຮັບ​ການ​ຜ່ອນຜັນ ການ​ລົງ​ໂທດ​ຈາກ​ສະຫະລັດແລະ​ສະຫະ ພາບ​ຢູ​ໂຣບ ພາຍຫຼັງ​ການ​ປະຕິ​ຮູບຕ່າງໆ​ ທາງດ້ານ​ການ​ເມືອງ​ໃນ​ມຽນມາ​ເມື່ອ​ບໍ່​ດົນ​ມາ​ນີ້. ແຕ່ Scott Stearns ຜູ້​ສື່​ຂ່າວ​ວີ​ໂອ​ເອປະ​ຈໍາ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ລາຍ​ງານ​ວ່າ ລັດຖະບານ​ໂອ​ບາມາ​ກ່າວວ່າ​​ ​ຕົນຄາດ​ໝາຍ​ໃຫ້ບັນດາ​ນັກ​ລົງທຶນ​ຈາກ​ສະຫະລັດ ເປັນ​ຜູ້​ນໍາ ພາ​ໂດຍປະຕິບັດ​​​ໂຕໃຫ້​ເປັນ​ຕົວຢ່າງ​ໃນ​ການ​ປັບປຸງ ສະພາບ​ການ​ດ້ານ​​ແຮງ​ງານ​ໃຫ້​ດີ​ຂຶ້ນ​ໃນ​ມຽນມາ​ນັ້ນ ທ່າມກາງ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ກັນ​ວ່າ ການ​ທີ່​ມຽນມາ​ເປີດ​ກວ້າງຫລາຍ​ຂຶ້ນ​ນັ້ນ ກໍ​ອາດ​​ຈະ​ສົ່ງ​ຜົນ​ໃຫ້​ບັນຫາການ​ລັກລອບ​ຄ້າຂາຍ​ມະນຸດ ຮ້າຍແຮງຂຶ້ນໄປ​ອີກກໍ​ໄດ້ ຊຶ່ງ​ທອງ​ປານ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດິໂອພາສາລາວ:

ການ​ລົງ​ໂທດ​ຂອງ​ສະຫະລັດ​ແລະ​ສະ​ພະ​ພາບ​ຢູ​ໂຣບຕໍ່​ມຽນມານັ້ນ ​ແມ່ນໄດ້ ສ້າງຄວາມ
​ເດືອດຮ້ອນ​ໃຫ້​ແກ່​ວົງ​ການ​ທະນາຄານ​ຂອງ​ມຽນມາ​ໄປ​ຕາມໆ​ກັນ ​ເຮັດ​ໃຫ້​ຍາກ​ຫຼາຍ​ຂຶ້ນ​
ສໍາລັບ​ບໍລິສັດ​ຕ່າງປະ​ເທດທີ່​ຈະ​ໄປ​ລົງ​ທຶນ​ໃນ​ມຽນມາ.

​ແຕ່​ພ້ອມ​ກັບ​ທີ່ການ​ລົງ​ໂທດ​ດັ່ງກ່າວ​ໄດ້​ຖືກໂຍະຍານໃຫ້ແລ້ວ​ນັ້ນ ບໍລິສັດໃຫຍ່​ໆຂອງ
ອາ​ເມຣິກາ ເຊັ່ນ Google ບໍລິສັດ​ຜະລິດ​ນໍ້າ​ອັດ​ລົມ​ໂຄຄາ​ໂຄ​ລາ ​ແລະ​ບໍລິສັດຜະລິດ​ລົດ
General Motors ກໍ​ກໍາລັງ​ນໍາໜ້າ​ໃນ​ການ​ເຂົ້າ​ໄປ​ລົງທຶນ​ໃນ​ມຽນມາ. ໃນ​ການ​ພົບ​ປະ​
ກັບພວກຜູ້​ນໍາ​ບໍລິສັດ​ໃຫຍ່ໆ ກ່ອນ​ທີ່​ຄະນະ​ຜູ້​ແທນການ​ຄ້າ​ສະຫະລັດ​ທີ່​ໃຫຍ່ທີ່​ສຸດ​ທີ່
​ເຄີຍ​ມີ​ມາ ຈະ​ອອກເດີນທາງໄປ​ຍັງ​ມຽນມານັ້ນ ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະ
ມົນຕີ​ຕ່າງປະ​ເທດ​ສະຫະລັດ​ ​ໄດ້​ບອກ​ພວກ​ເຂົາ​ເຈົ້າວ່າ ທ່ານ​ນາງ​ຄາດໝາຍ​ໃຫ້​ບໍລິສັດ
​ເຫຼົ່ານີ້​ ​ເປັນ​ຕົວ​ແທນ​ນໍາມາ​ຊຶ່ງ​ການ​ປ່ຽນ​ແປງໃນ​ທາງ​ບວກຢູ່​ໃນ​ມຽນມາ​ນັ້ນ ​ໂດຍ​ການ​
ປະກອບ​ທຸລະ​ກິດ​ແບບ​ທີ່​ມີ​ຄວາມ​ຮັບຜິດຊອບ.

ທ່ານ​ນາງ​ຄລິນໄດ້​ບອກ​ ທ່ານເທນ ​ເຊ​ນ ປະທານາ​ທິບໍດີມຽນມາ​ວ່າ ວໍ​ຊິງ​ຕັນ​ຈະສະໜອງ​
ຕອບ​ຕໍ່​ການ​ປະຕິ​ຮູບ​ຂອງ​ມຽນມາ​ນັ້ນ ​ບົນ​ພື້ນຖານ​ຂອງ ການ​ເຄື່ອນ​ໄຫວ​ຕອບ​ຕໍ່​ການ
​ເຄື່ອນ​ໄຫວ​ແຕ່ລະ​ຢ່າງ​ໄປ ໃນ​ຂະນະ​ທີ່​ລັດຖະ ບານ​ຂອງ​ທ່ານ ​ອະນຸມັດ​ໃຫ້​ສະຫະພັນກໍາ
​ມະ​ບານ​ຕ່າງ​ໆ​ມີ​ສະຖານະພາ​ບ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ໂຍະຍານ​ການ​ກວດ​ກາສື່​
ມວນ​ຊົນ ​ແລະ​ປ່ອຍ​ຕົວ​ພວກ​ນັກ​ໂທ​ດການ​ເມືອງນັ້ນ.

ແຕ່ຍ້ອນອັດຕາ​ຄວາມທຸກ​ຈົນ​ ຢູ່​ໃນ​ລະດັບ 30 ​ເປີ​ເຊັນຢູ່​ໃນ​ມຽນມາ​ນັ້ນ ທ່ານ Ramesh
Shrestha ຜູ້​ຕາງ​ໜ້າອົງການ​ຢູນິ​ເຊ​ຟ ປະ​ຈໍາ​ມຽນມາ ກ່າວ​ວ່າ ຄວາມ​ສ່ຽງ​ອັນ​ໃຫຍ່​ຫຼວງ​
ທີ່​ສຸດທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ນຶ່ງ​ຢູ່​ໃນ​ມຽນມາ​ເວລາ​ນີ້ ກໍ​ຄື​ການ​ສວາຍ​ໃຊ້​ປະ​ໂຫຍ​ດຈາກ​ພວກ​
ເດັກນ້ອຍ.

ທ່ານ Shrestha ກ່າວ​ວ່າ: “ຖ້າ​ຫາກ​ວ່າ​ລັດຖະບານ​ເປີດ​ກວ້າງ​ຕາມ​ທີ່ໄດ້​ເວົ້າ​ໄປ ຢ່າງ​
ເປັນ​ປະຊາທິປະ​ໄຕ​ນັ້ນ ກໍ​ແນ່ນອນ​ວ່າ​ ລັດຖະບານ​ແມ່ນ​ຈະ ເປີດ​ກວ້າງ​ໃນ​ທຸກໆ​ດ້ານ
ຊຶ່ງ​ໜ້າ​ຈະ​ໝາຍ​ຄວາມ​ວ່າ ການ​ຄວບ​ຄຸ​ມສະຖານະ​ການ​ອັນ​ຂີ້ຮ້າຍຂອງ​ລັດຖະບານທີ່​ມີ
​ຢູ່​ແລ້ວ​ນັ້ນ ກໍ​ຈະ​ຖືກ​ຜ່ອນຜັນ​ໂຍະຍານ​ລົງ​ໄປ​ອີກ. ​ແລະກໍ​ໝາຍ​ຄວາມ​ວ່າ​ປະຊາຊົນ​
ຢາກ​ເຮັດ​ຫຍັງ​ກໍໄດ້​ຕາມ​ໃຈ​ຊອບ ​ຊຶ່ງ​ກໍອາດ​ຈະ​ເປັນ​ທັງ​ແບບ​ທີ່​ຖືກຕ້ອງ​ແລະ​ບໍ່​ຖືກຕ້ອງ
​ຕາມ​ກົດໝາຍ. ສິ່ງ​ຕ່າງໆເຫລົ່າ​ນັ້ນ​ທັງ​ໝົດ​ແມ່ນ​ສາມາດ​ເກີດ​ຂຶ້ນ​ໄດ້.”

Jesse Eaves ທີ່​ປຶກສາ​ອາວຸ​ໂສດ້ານ​ນະ​ໂຍບາຍກ່ຽວ​ກັບ​ການ​ພິທັກ​ປົກປ້ອງ​ເດັກ
ປະ​ຈໍາ​ກຸ່ມຊ່ວຍ​ເຫຼືອ World Vision ກ່າວ​ວ່າ ສິ່ງ​ສໍາຄັນ​ກໍຄື​ກໍາລັງ​ມີການເອົາບາດ
ກ້າວ​ຕ່າງໆ​ ໄປ​ໃນ​ທາງ​ບວກ.

ການໃຊ້ແຮງງານເດັກຂົນດິນຈີ່ໜັກຈົນເກີນໄປຢູ່ສະຖານທີ່ ກໍ່ສ້າງແຫ່ງນຶ່ງໃນມຽນມາຊຶ່ງເປັນການໃຊ້ແຮງງານເດັກແບບ ລະເມີດຕໍ່ສິດທະມະນຸດແບບນຶ່ງ (AP Photo/Richard Vogel)
ການໃຊ້ແຮງງານເດັກຂົນດິນຈີ່ໜັກຈົນເກີນໄປຢູ່ສະຖານທີ່ ກໍ່ສ້າງແຫ່ງນຶ່ງໃນມຽນມາຊຶ່ງເປັນການໃຊ້ແຮງງານເດັກແບບ ລະເມີດຕໍ່ສິດທະມະນຸດແບບນຶ່ງ (AP Photo/Richard Vogel)

ທ່ານ ອີ​ວສ໌ ກ່າວ​ວ່າ: “ພວກ​ເຮົາ
ໄດ້​ເຫັນ​ຫຼາຍໆ​ປະ​ເທ​ດຄື​ກັນ​ກັບ
ມຽນມາ ມາແລ້ວ ​ ທີ່ເລີ້ມ​ຈະຕັ້ງ
​ໜ້າ​ສຶກສາ​ເບິ່ງ​ຢ່າງ​ຈິງ​ຈັງ ກ່ຽວ
ກັບສິ່ງ​ທີ່​ກໍາລັງ​ເກີດ​ຂຶ້ນຢູ່​ໃນ​ເຂດ
​ຊາຍແດນ​ຂອງ​ພວກ​ຕົນ ສິ່ງ​ທີ່​
ກໍາລັງ​ເກີດ​ຂຶ້ນຕໍ່​ປະຊາຊົນ​ຂອງ
​ພວກ​ຕົນ ​ແລະ​ກໍ​ພະຍາຍາມ​
ຕອບ​ສະໜອງ​ຢ່າງ​ເໝາະ​ສົມ​ຕໍ່​
ສິ່ງ​ເຫລົ່ານັ້ນ.”


ທ່ານ ອີ​ວສ໌ ກ່າວ​ອີກ​ວ່າກຸ່ມ​ຊ່ວຍ​
ເຫຼືອ World Vision ກໍ​ກໍາລັງ​
ປຸກລະດົມສ້າງ​ໃຫ້​ເກີດ​ຄວາ​ມ
ຕື່ນ​ຕົວ​ຫຼາຍ​ຂຶ້ນກ່ຽວ​ກັບ​ບັນຫາ​
ການ​ລັກລອບ​ຄ້າມະນຸດ ​ແລະ​
ການ​ສວາຍ​ໃຊ້​ປະ​ໂຫຍ​ດເດັກ​ ​
ເຊ່ນ​ໃຊ້​ແຮງ​ງານ​ເດັກຢູ່​ໃນ​ມຽນ
ມານັ້ນ ​ໂດຍ​ການພົວພັນ​ເຮັດ
​ວຽກກັບ​ພວກ​ທີ່​ລອດ​ມາ​ໄດ້.
ທ່ານ ອີ​ວສ໌ ກ່າວ​ວອີກ​ວ່າ:


“ມັນໜ້າ​ອັດ​ສະ​ຈັນ​ຫຼາຍ​ ການ​ປ່ຽນ​ແປງທີ່​ພວກ​ເຮົາ​ສາມາດ​ແລເຫັນ​ໄດ້​ ຈາກ​ການ
ພຽງ​ແຕ່​ກ່າວ​ເຖິງ​ບັນຫາ​ເຫຼົ່າ​ນັ້​ ຈາກ​ການ​ນໍາ​ເອົາ​ບັນຫາ​ເຫຼົ່າ​ນັ້ນ​ອອກ​ມາ​ເປີດ​ເຜີຍ
​ແລະເນ້ນ​ຄວາມ​ສໍາ​ຄັນຂອງ​ມັນ. ຂ້າພະ​ເຈົ້າຄິດ​ວ່າ ບັນຫາ​ໃຫຍ່​ທີ່​ສຸດ​ທີ່​ພວກ​ເຮົາ​ເຫັນ​
ນັ້ນ ກໍ​ຄື​ວ່າ​ຄົນ​ສ່ວນໃຫຍ່ບໍ່​ຮູ້ວ່າ​ແມ່ນ​ຫຍັງ​ກັນ​ແທ້​ທີ່​ພວກ​ເຂົາ​ເຈົ້າກໍາລັງ​ເຫັນ​ຢູ່​ນັ້ນ ຊຶ່ງ
ພວກ​ເຂົາ​ເຈົ້າອາດ​ພຽງ​ແຕ່​ຄິດ​ວ່າ ນີ້​ມັນ​ເປັນ​ເລຶ່ອງທໍາ​ມະດາ ມັນ​ເປັນ​ສິ່ງທີ່​ພວກເຮົາ​
​ເຄີຍເຮັດທາ​ແຕ່​ໃດໆ.

ວີດີໂອພາສາອັງກິດ:

Lex Rieffel, ຊ່ຽວຊານ​ດ້ານ​ເສດຖະກິດ ປະ​ຈໍາ​ສະ​ຖາ​ບັນ Brookings ກ່າວ​ວ່າ ການ​ເລັ່ງ​ລັດ​ໃນການ​ປະຕິ​ຮູບ​ເສດຖະກິດ​ຂອງ​ມຽນມາ​ນັ້ນ ອາດເປັນ​ສິ່ງທ້າທາຍ​ຕໍ່ໂຄງ
ການ​ສະຫ​ວັດ​ດີການ ​ແລະ​ການ​ພັດທະນາ​ຕ່າງໆ​ໄດ້.

ທ່ານ ຣີຟ​ເຟິລ ກ່າວ​ວ່າ: “ພວກ​ເຮົາເຄີຍເຫັນເປັນແບບ​ແຜນ​ມາ​ແລ້ວ ທີ່​ວ່າ
ປະ​ເທດ​ຕ່າງໆທີ່ພາກັນ​ທຸ່ມເທ​ການ​ລົງທຶນ​ຢ່າງ​ນັກໃສ່​ແຕ່​ໃນ​ດ້ານ​ຊັບ ພະຍາ
ກອນ​ທໍາ​ມະ​ຊາດນັ້ນ ​ແມ່ນ​ມັກ​ຈະ​ມີການ​ລົງ​ທຶນຕໍ່າ​ໃສ່ດ້ານ​ຊັບພະຍາກອນ​
ມະນຸດ​. ປະສົບປະ​ການ​ບອກ​ພວກ​ເຮົາ​ວ່າ ​ແມ່ນການ​ລົງ​ທຶນ​ໃສ່​ຊັບພະຍາກອນ​
ມະນຸດ​ເທົ່າ​ນັ້ນ ທີ່​ຈະ​ສົ່ງຜົນຕອບ​ແທນ​ໃນ​ໄລຍະ​ຍາວ​ໄດ້.”

ແຕ່ Nick Baird ຫົວໜ້າ​ການ​ລົງທຶນ​ຂອງ​ອັງກິດ ກ່າ​ວວ່າ ບັນດາບໍລິສັດຈາກ
​ຕ່າງປະ​ເທດສາມາດ​ສ້າງ​ຜົນ​ກະທົບ​ທີ່ດີ​ອັນ​ໃຫຍ່​ຫຼວງ ​ຢູ່​ໃນ​ມຽນມາ​ໄດ້.

ທ່ານ ​ເ​ເບ​ດ ກ່າວ​ວ່າ: “ມັນ​ບໍ່​ແມ່ນ​ແຕ່​ເລຶ່ອງ​ເສດຖະກິດ​ຢ່າງ​ດຽວເທົ່າ​ນັ້ນ ​
ແຕ່​ການປະຕິບັດ​ງານ​ຮ່ວມ​ກັນ ​ ໃນ​ລັກສະນະທີ່ ​ເປີດ​ກວ້າງ ​ໂປ່​ງ​ໃສ ​ແລະ​
ມີ​ຄວາມ​ຮັບຜິ​ດຊອບໃນ​ດ້ານທຸ​ລະ​ກິດນັ້ນ ແມ່ນ​ຈະ​ຊ່ວຍ​ສ້າງ​ສະຖຽນ​ລະ
​ພາບ​ໃຫ້​ແກ່​ມຽນມາ ​ໄດ້​ຢ່າງ​ແທ້​ຈິງ.”

ແນວຄິດດັ່ງກ່າ​ວນີ້ ໄດ້​ສະທ້ອນ​ອອກ​ຢູ່​ໃນ​ຄວາມ​ເຫັນ​ຂອງ​ທ່ານ Derek Mitchell
​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ຄົນ​ໃໝ່​ປະ​ຈໍາ​ມຽນມາ ທີ່​ເວົ້າ​ວ່າ ການ​ລົງທຶນ​ຂອງ​
ຕ່າງປະ​ເທດ​ສາມາດ​ທີ່​ຈະນໍາ​ພາ​ປະ​ເທ​ດ​ນີ້​ ກ້າວ​ໄປ​ສູ່ການ​ມີຄວາມໂປ່​ງໃສ ​ແລະ​
ຄວາມ​ຮັບ​ຜິດ​ຊອບ​ຫລາຍ​ ຂຶ້ນກວ່າ​ເກົ່າ.

XS
SM
MD
LG