ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ເຊື່ອມ​ຕໍ່​ Internet ​ໃນ​ມຽນມາ​ ຖືກ​ລົບ​ກວນ


ການ​ເຊື່ອມ​ຕໍ່​ Internet ​ໃນ​ມຽນມາ​ ຖືກ​ລົບ​ກວນ
ການ​ເຊື່ອມ​ຕໍ່​ Internet ​ໃນ​ມຽນມາ​ ຖືກ​ລົບ​ກວນ

ການ​ເຊື່ອມ​ຕໍ່​ Internet ​ໃນ​ມຽນມາ​ ຖືກ​ລົບ​ກວນ
ການ​ເຊື່ອມ​ຕໍ່​ Internet ​ໃນ​ມຽນມາ​ ຖືກ​ລົບ​ກວນ

ການ​ເຊື່ອມ​ຕໍ່​ທາງ Internet ​ໃນ​ມຽນມາ​ໄດ້​ຖືກ​ລົບ​ກວນ​ໃນອາທິດ​ທີ່​ຜ່ານ​ມາ ​ໂດຍ​ໄດ້​ເຮັດ​ໃຫ້ການສື່ສານ​ກັບ​ໂລກ​ພາຍ​ນອກ​ນັ້ນ​ຊ້າ​ລົງ ​ໃນ​ໄລຍະ​ບໍ່​ເທົ່າ​ໃດວັນ​ ກ່ອນ​ການ​ເລືອກ​ຕັ້ງຄັ້ງ​ສຳຄັນ​ໃນ​ມຽນມາ.

ໜັງສືພິມ​ທ້ອງ​ຖິ່ນສະບັບ​ນຶ່ງລາຍ​ງານ​ວ່າ ພວກ​ຮ້ານ​ໃຫ້ການບໍລິການ​ທາງ​ ອິນ​ເຕີ​ເນ໊ຕ ໃນ​ຢ້າງກຸ້ງ ​ເມືອງ​ຫຼວງ​ທາງ​ດ້ານ​ການ​ຄ້າ​ຂອງ​ມຽນມາ​ນັ້ນ​ ຕ້ອງ​ໄດ້​ຖືກ​ປິດ​ລົງ ​ຊຶ່ງໄດ້​ສົ່ງ​ຜົນ​ກະທົບ​ຕໍ່ໂຮງ​ແຮມ, ສາຍການບິນ, ​ໂຮງ​ພະຍາບານ, ​ແລະ​ບໍລິສັດ​ສື່ຕ່າງໆ​ດ້ວຍ.

ພວກ​ຜູ້ນຳ​ທາງ​ທະຫານຂອງ​ມຽນມາ​ ​ບໍ່​ໄດ້​ໃຫ້​ຄຳ​ອະທິບາຍໃດ​ໆ ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ບໍ່ເໝືອນ​ກັບ​ທຸກໆ​ຄັ້ງທີ່​ຜ່ານ​ມາ​. ​ແລະ​ນັ້ນ​ກໍໄດ້​ພາ​ໃຫ້​ພວກ​ ສົ່ງ​ເສີມ​ສິດ​ທິມະນຸ​ດ ພາກັນ​ສັນນິຖານ​ກັນວ່າ ​ທາງລັດ​ຖະ​ບານທະຫານ​ໄດ້ເຈດ​ຕະນາ​ຕັດ​ການ​ເຊື່ອມ​ຕໍ່ ເພື່ອເຮັດ​ໃຫ້ການ​ສົ່ງ​ຂ່າວ​ອອກ​ນອກປະ​ເທດ​ທາງ​ດ້ານ​ອິນ​ເທີ​ເນ໊ຕນັ້ນ​ ຊັກ​ຊ້າ​ລົງ ລ່ວງ​ໜ້າການ​ເລືອກ​ຕັ້ງ​ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ່ 7 ​ເດືອນພະຈິກ​ນີ້.

ລັດ​ຖະ​ບານ​ທະຫານໄດ້​ງົດການອອກວີຊາຢູ່​ກັບ​ດ່ານ ​ໃຫ້​ພວກ​ທີ່​ຈະ​ເຂົ້າ​ໄປ​ຍັງ​ມຽນມາ ​ແລະ​ຫ້າມ​ບໍ່​ໃຫ້​ນັກ​ຂ່າວ​ແລ​ະນັກ​ທານ​ທູດ​ຕ່າງປ​ະເທດ​ ເຂົ້າ​ໄປ​ຢ້ຽມຢາມ​ມຽນມາ ເພື່ອ​ສັງ​ເກດການເ​ລື​ອກຕັ້ງ​ຄັ້ງ​ນີ້.

XS
SM
MD
LG