ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາສະຫຼອງວັນເອກກະລາດ ຄົບຮອບ 63 ປີ


ການສວນສະໜາມ ຂອງກອງກຽດຕິຍົດກອງທັບມຽນມາ ໃນພິທີສະເຫຼີມສະຫຼອງ ວັນເອກກະລາດ ຄົບຮອບ 63 ປີ (4 ມັງກອນ 2011)
ການສວນສະໜາມ ຂອງກອງກຽດຕິຍົດກອງທັບມຽນມາ ໃນພິທີສະເຫຼີມສະຫຼອງ ວັນເອກກະລາດ ຄົບຮອບ 63 ປີ (4 ມັງກອນ 2011)

ຜູ້ນຳລັດຖະບານທະຫານມຽນມານາຍພົນ Than Shwe
ໄດ້ສະເຫຼີມສະຫຼອງວັນເອກກະລາດຄົບຮອບ 63 ປີຂອງ
ມຽນມາໃນວັນອັງຄານມື້ນີ້ ດ້ວຍການຮຽກຮ້ອງໃຫ້ມີການ
ເຝົ້າລະວັງ ຕໍ່ຕ້ານທຸກໆຮູບແບບຂອງການລົບກວນຈາກ
ຕ່າງປະເທດ ທີ່ອາດເຮັດໃຫ້ມຽນມາ ຕົກຢູ່ພາຍໃຕ້ອິດທິ
ພົນຂອງຕ່າງປະເທດ.

ນາຍພົນ Than Shwe ກ່າວວ່າ ມີບາງປະເທດກຳລັງ
ຊອກຫາຊ່ອງທາງທັບມ້າງຄວາມເປັນນໍ້ານຶ່ງໃຈດຽວແຫ່ງ
ຊາດຂອງມຽນມາ ເພື່ອເຮັດໃຫ້ມຽນມາອ່ອນແອ ແລ້ວກໍ
ເຂົ້າຄວບຄຸມ.

ທ່ານບໍ່ໄດ້ລະບຸຊື່ປະເທດ​ໃດ ແຕ່ການໃຫ້ທັດສະນະຄວາມເຫັນທີ່ວ່ານີ້ມີຂຶ້ນລຸນຫຼັງການຮຽກ
ຮ້ອງຂອງສະຫະລັດໃນສັບປະດາແລ້ວ ໃຫ້ມຽນມາໃຊ້ວັນຄົບຮອບວັນເອກກະລາດປີ​ນີ້ເປັນ ໂອກາດສຳລັບປ່ອຍພວກນັກໂທດການເມືອງ 2,200 ຄົນແລະເລີ້ມເປີດການສົນທະນາຫາລື
ກັບພັກຝ່າຍຄ້ານ.

ທ່ານ Naing Aung ເລຂາທິການໃຫຍ່ຂອງແນວໂຮມກຸ່ມຊາວ​ມຽນມາຝ່າຍຄ້ານທີ່ລີ້ໄພຢູ່
ໃນຕ່າງປະເທດ ກ່າວຕໍ່ VOA ໃນວັນອັງຄານມື້ນີ້ວ່າ ການປ່ອຍພວກນັກໂທດການເມືອງ
ແມ່ນເງື່ອນໄຂທີ່​ຈໍາ​ເປັນອັນທຳອິດກ່ອນ​ທີ່ການເຈລະຈາຫາລືຈະເລີ້ມຂຶ້ນໄດ້.

XS
SM
MD
LG