ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າມີພວກນັກໂທດ
ການເມືອງຢ່າງນ້ອຍ 33 ຄົນທີ່ຄຸກ Insein ໃກ້ໆນະ
ຄອນຢ່າງກຸ້ງເລີ່ມພາກັນອົດອາຫານໃນສັບປະດາແລ້ວ
ເວລາພວກນັກໂທດແມ່ຍິງຈຸນຶ່ງພາກັນປະທ້ວງ ຕໍ່ການ
ໃຫ້ອະໄພຍະໂທດຂອງລັດຖບານ ທີ່ຫຼຸດຜ່ອນໂທດໃຫ້
ແກ່ພວກນັກໂທດໂດຍທົ່ວໄປລົງນຶ່ງປີນັ້ນ.
ສະມາຄົມໃຫ້ຄວາມຊ່ອຍເຫຼືອພວກນັກໂທດການເມືອງ
ມຽນມາຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານ
ຢູ່ປະເທດໄທກ່າວວ່າ ຄຳຮຽກຮ້ອງຂອງພວກນັກໂທດ
ທີ່ພາກັນອົດອາຫານປະທ້ວງນັ້ນແມ່ນມີຮວມທັງໃຫ້ປັບ
ປຸງອາຫານ ປັບປຸງເຄື່ອງນຸ່ງຫົ່ມໃຫ້ດີຂຶ້ນ ຢຸດເຊົາການ
ແຍກນັກໂທດ ຈາກພວກນັກໂທດອື່ນໆແລະໃຫ້ສິດແກ
່ຄອບຄົວໄປຢ້ຽມຢາມພວກເຂົາເຈົ້າໄດ້.
ກຸ່ມເຄື່ອນໄຫວເພື່ອພວກນັກໂທດຈຸນີ້ເວົ້າວ່າ ນັບແຕ່ນັ້ນ
ມາເຈົ້າໜ້າທີ່ໄດ້ທຳການປາບປາມພວກນັກໂທດທີ່ພາກັນປະທ້ວງໂດຍໄດ້ແຍກພວກນັກ
ໂທດທີ່ຍັງບໍ່ທັນຮູ້ຈຳນວນຄັກແນ່ໄປຂັງດ່ຽວຢູ່ໃນຫ້ອງນ້ອຍໆທໍ່ກັນກັບຄອກໝາ.
ທ່ານ Bo Kyi ເປັນເລຂາທິການຮ່ວມ ຂອງສະມາຄົມຊ່ອຍເຫຼືອພວກນັກໂທດການເມືອງ
ມຽນມາທີ່ມີສຳນັກງານຢູ່ປະເທດໄທກ່າວກ່ຽວກັບເລື່ອງນີ້ວ່າ:
ທ່ານ Bo Kyi ເວົ້າວ່າ “ເທົ່າທີ່ພວກເຮົາຮູ້ນັ້ນມີພວກນັກໂທດບາງຄົນໄດ້ຖືກຍ້າຍ
ໄປຂັງຢູ່ຄອກໝາ. ພວກເຮົາຍັງບໍ່ຮູ້ລາຍລະອຽດຄັກແນ່ເທື່ອ ກ່ຽວກັບວ່າ ພວກ
ເຂົາເຈົ້າໄດ້ຮັບການປະຕິບັດຕໍ່ແບບໃດ. ພວກນັກໂທດບາງຄົນ ໄດ້ຖືກແຈ້ງໃຫ້ ກະກຽມເຄື່ອງຂອງຕ່າງໆຂອງພວກເຂົາເຈົ້າ ເພາະວ່າພວກເຂົາເຈົ້າອາດຈະຖືກ ຍ້າຍໄປຂັງຢູ່ຄຸກແຫ່ງອື່ນ.”
ທ່ານ Bo Kyi ກ່າວວ່າ ເຈົ້າໜ້າທີ່ຫວັງວ່າ
ຈະເຮັດໃຫ້ການປະທ້ວງອ່ອນແອລົງໂດຍທັບ
ມ້າງກຸ່ມນັກໂທດທີ່ທຳການປະທ້ວງ ແລະສົ່ງ
ພວກເຂົາເຈົ້າໄປຂັງຢູ່ຄຸກແຫ່ງອື່ນໆ ແລະວ່າ
ຄອບຄົວຂອງພວກນັກໂທດແມ່ນມີຄວາມວິຕົກ
ກັງວົນເປັນທີ່ສຸດ ກ່ຽວກັບສະວັດດີພາບຂອງ
ພວກນັກໂທດ.
ທ່ານ Bo Kyi ເວົ້າວ່າ “ຄອບຄົວຂອງ
ພວກນັກໂທດການເມືອງບາງຄົນແມ່ນ
ມີຄວາມເປັນຫ່ວງຫຼ່າຍ ກ່ຽວກັບການ
ປະທ້ວງ ໃນຄັ້ງນີ້ ໂດຍສະເພາແລ້ວ
ພວກເຂົາເຈົ້າ ມີຄວາມວິຕົກກັງວົນ
ຢ່າງຫຼວງຫຼາຍ ກ່ຽວກັບການປະຕິບັດ
ຕໍ່ພວກນັກໂທດທີ່ໂຫດຮ້າຍທາລຸນທີ່ສຸດນັ້ນ ແລະຄືຄວາມວິຕົກກັງວົນຂອງເຂົາ
ເຈົ້າ.”
ການຜ່ອນຜັນໂທດໃຫ້ແກ່ພວກນັກໂທດຂອງລັດຖະບານຊຸດໃໝ່ໃນປະເທດມຽນມາຊຶ່ງຮູ້ກັນ
ໃນອີກຊື່ນຶ່ງພະມ້ານັ້ນແມ່ນໄດ້ຫຼຸດໂທດຈຳຄຸກລົງເປັນເວລານຶ່ງປີແຕ່ໄດ້ຖືກຕຳໜິຕິຕຽນຢ່າງ
ກວ້າງຂວາງໂດຍບັນດາກຸ່ມປົກປ້ອງສິດທິມະນຸດວ່າມັນບໍ່ພຽງພໍ.
ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ລັດຖະບານມຽນມາ ໄດ້ປ່ອຍພວກນັກໂທດຈຳນວນ
14 ພັນ 600 ຄົນທີ່ໂທດຈຳຄຸກຂອງພວກເຂົາເຈົ້າຍັງເຫຼືອຢູ່ນຶ່ງປີຫຼືນ້ອຍກວ່ານັ້ນ. ແຕ່ຈາກ
ຈຳນວນດັ່ງກ່າວນີ້ ມີແຕ່ພຽງ 55 ຄົນທໍ່ນັ້ນ ທີ່ເຊື່ອກັນວ່າ ເປັນພວກນັກໂທດການເມືອງ.
ແລະເປັນທີ່ເຊື່ອກັນວ່າຍັງມີພວກນັກໂທດການເມືອງຫຼາຍກວ່າ 2,000 ຄົນທີ່ຍັງຖືກຄຸມຂັງ
ຢູ່ໃນປະເທດມຽນມາ. ພວກນັກໂທດການເມືອງເຫຼົ່ານີ້ ແມ່ນຮວມທັງພະສົງຂອງສາສະໜາ
ພຸດຫຼາຍກວ່າ 200 ອົງແລະສະມາຊິກຂອງພັກຝ່າຍຄ້ານສັນນິບາດແຫ່ງຊາດເພື່ຶອປະຊາທິ
ປະໄຕອີກ 300 ຄົນ.
ນາງ Debbie Stothard ໂຄສົກ ຂອງແນວໂຮມກຸ່ມປົກປ້ອງສິດທິມະນຸດທ້ອງຖິ່ນທີ່ມີຊື່
ວ່າຕາໜ່າງທາງເລືອກອາຊ່ຽນກ່າວວ່າການອົດອາຫານປະທ້ວງດັ່ງກ່າວນີ້ສະແດງໃຫ້ເຫັນ
ວ່າສະພາບການນັບຖືສິດທິມະນຸດໃນມຽນມາແມ່ນບໍ່ໄດ້ດີຂຶ້ນເລີຍເຖິງແມ່ນໄດ້ມີການປ່ອຍ
ຜູ້ນຳພັກຝ່າຍຄ້ານ ທ່ານນາງອອງຊານຊູຈີ ແລະການຈັດຕັ້ງລັດຖະບານພົນລະເຮືອນຊຸດ
ໃໝ່ຢູ່ໃນມຽນມາກໍຕາມ.
ທ່ານນາງ Stothard ເວົ້າວ່າ “ມັນໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນອັນຮີບດ່ວນ
ທີ່ຈະຕ້ອງໄດ້ປ່ອຍ ພວກນັກໂທດການເມືອງທັງໝົດ ໃນທັນທີ ແລະໂດຍບໍ່ມີ
ເງື່ອນໄຂໃດໆທັງສິ້ນ. ສະພາບການຄຸມຂັງຢູ່ໃນຄຸກເຫຼົ່ານີ້ ທີ່ຈິງແລ້ວແມ່ນຊຸດ
ໂຊມລົງນັບມື້ ບໍ່ແມ່ນດີຂຶ້ນແລະນີ້ເປັນພຽງເຫດຜົນອັນນຶ່ງທໍ່ນັ້ນທີ່ວ່າເປັນຫຍັງ
ພວກນັກໂທດຈຶ່ງພາກັນອົດອາຫານປະທ້ວງກໍຍ້ອນວ່າພວກເຂົາເຈົ້າເບື່ອໜ່າຍ
ເປັນທີ່ສຸດແລ້ວ.”
ສ່ວນຖະແຫຼງການສະບັບນຶ່ງ ຂອງກຸ່ມປົກລະດົມເພື່ອມຽນມາ ທີ່ມີສຳນັກງານຢູ່ສະຫະລັດ
ໄດ້ກ່າວເຖິງສະພາບຂອງຄຸກຕ່າງໆໃນມຽນມາວ່າເປັນ “ນະລົກທັງເປັນ”. ກຸ່ມດັ່ງກ່າວຍັງ
ກ່າວຫາເຈົ້າໜ້າທີ່ມຽນມາວ່າສ້າງເງື່ອນໄຂຂຶ້ນເພື່ອຈະໄດ້ລົງໂທດພວກນັກໂທດການເມືອງ
ເພີ່ມຕື່ມ ແລະຮຽກຮ້ອງໃຫ້ອົງການສະຫະປະຊາຊາດແລະປະຊາຄົມນາໆຊາດ ທວງໃຫ້
ລັດຖະບານຊຸດໃໝ່ຂອງປະທານາທິບໍດີ Thein Sein ປ່ອຍພວກນັກໂທດການເມືອງທັງ
ໝົດເພື່ອເປັນບາດກ້າວນຶ່ງໃນການສ້າງຄວາມປອງດອງຊາດຢູ່ໃນມຽນມາ.