ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກໂທດມຽນມາ ຢ່າງນ້ອຍ 22 ຄົນ ອົດອາຫານປະທ້ວງ


ພວກນັກໂທດທີ່ຖືກປ່ອຍໂຕຢືນຢູ່ຕໍ່ໜ້າຫົວໜ້າຄຸກ Insein ໃນ
ນະຄອນຢ້າງກຸ້ງ ວັນທີ 17 ພຶດສະພາ 2011.
ພວກນັກໂທດທີ່ຖືກປ່ອຍໂຕຢືນຢູ່ຕໍ່ໜ້າຫົວໜ້າຄຸກ Insein ໃນ ນະຄອນຢ້າງກຸ້ງ ວັນທີ 17 ພຶດສະພາ 2011.

ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດກ່າວ​ວ່າ ຢ່າງ​ນ້ອຍ​ພວກ​ນັກ​ໂທດ​ການ​ເມືອງ​ມຽນມາ 22 ຄົນ​ພາກັນເຂົ້າ​ຮ່ວມ​ໃນ​ການ​ອົດ​ອາຫານ​ທີ່​ໄດ້​ເລີ້ມ​ຂຶ້ນ​ໂດຍ​ພວກ​ແມ່ຍິງ​ກຸ່ມ​ນ້ອຍໆ​ກຸ່ມ​ນຶ່ງ​ທີ່ຄຸກ Insein ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ພວກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ເຫລົ່າ​ນີ້​ກ່າວ​ວ່າ ການ​ອົດ​
ອາຫານ​ໄດ້​ເລີ້ມຂຶ້ນ​ໃນ​ຖານະ​ເປັນ​ການ​ປະ​ທ້ວງ​ອັນ​ນຶ່ງ​ຕໍ່ຕ້ານ​ການ​ນິລະ​ໂທດ​ກໍາ​ທີ່​ມີ​ການ​ໂຄສະນາ​ອອກຢ່າງແຜ່​ຫລາຍ​ຂອງ​ລັດຖະບານ​ໃໝ່ ຊຶ່ງ​ໄດ້​ປ່ອຍພວກ​ນັກ​ໂທດ​ການເມືອງ
ພຽງ​ແຕ່ 47 ຄົນ​ເທົ່າ​ນັ້ນ​ຈາກຈຳນວນທັງໝົດທີ່ກະປະມານ
ກັນ​ວ່າ​ມີ 2 ພັນ 200 ຄົນ​ນັ້ນ. ພວກ​ກຸ່ມ​ປົກປ້ອງ​ສິດທິ​ມະນຸດ ​ເຫລົ່າ​ນີ້​ເວົ້າ​ຕື່ມ​ວ່າ ພວກ​ອົດ​ອາຫານ​ປະ​ທ້ວງໄດ້​ອອກຄໍາ​ຮຽກຮ້ອງຈໍາ ນວນ​ນຶ່ງ​ທີ່​ຮວມທັງ​ຂໍ​ໃຫ້​ມີ​ການ​ປັບປຸງອາຫານ​ທີ່​ພວກ​ເຂົາ​ເຈົ້າ​ກິນ​ ການ​ຮັກສາ​ສຸຂະພາບ​ແລະ​ສິດທິ​ໃນ​ການ​ໃຫ້​ຜູ້​ຄົນ​ໄປ​ຢ້ຽມຢາມ​ເຂົາ​ເຈົ້າ.

ການ​ອົດ​ອາຫານປະທ້ວງ​ນີ້ ທໍາ​ອິດ​ແມ່ນ​ໄດ້​ຮັບ​ລາຍ​ງານ​ມາ​ຈາກ​ສະມາ ຄົມ​ຊ່ອຍ​ເຫລືອ​ພວກ​ນັກ​ໂທດ​ການ​ເມືອງ​ໃນ​ມຽນມາ ອັນເປັນ​ອົງການ​ທີ່ມີຫ້ອງການຕັ້ງ​ຢູ່​ໃນ​ປະ​ເທດ​ໄທ. ກຸ່ມ​ປຸກລະດົມ​ເພື່ອ​ມຽນມາໃນສະຫະ ລັດ ທີ່​ຕັ້ງ​ຢູ່​ໃນ​ກຸງ​ວໍຊິງ​ຕັນ​ດີ​ຊີ ຮຽກຮ້ອງ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ໃຫ້​ປະຊາ​ຄົມນາໆ​ຊາດ​ໃຫ້ຄວາມ​ສົນ​ໃຈ​ຫລາຍ​ຂຶ້ນ​ແກ່​ການ​ນັດ​ອົດ​ອາຫານ​ເພື່ອ​ເປັນ​ການ​ປະ​ທ້ວງ​ນີ້.

ກ່າວ​ກັນ​ວ່າ ການ​ອົດ​ອາຫານ​ນີ້ແມ່ນ​ ຈັດ​ຂຶ້ນ​ໂດຍ​ພວກ​ສະມາຊິກ​ຂອງ​ອົງການ​ຈັດ​ຕັ້ງ​ຕ່າງໆ ທີ່​ຮວມທັງ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ພວກ​ສະຫະ​ພັນ​ນັກສຶກສາ​ມຽນມາທັງ​ໝົດ ກຸ່ມ​ນັກ​ສຶກສາ​ຮຸ່ນ 88 ຊຶ່ງ​ເປັນ​ກຸ່ມ​ທີ່ຈັດການ​ປະ​ທ້ວງ​ຂຶ້ນ​ໃນ​ປີ 1988 ​ແລະພວກ​ພະສົງ​ກຸ່ມ​ນຶ່ງ​ທີ່​ພາກັນ​ທໍາ​ການ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ໃນ​ເດືອນ​ກັນຍາ​ປີ 2007 ນັ້ນ.

XS
SM
MD
LG