ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

AI ຮຽກຮ້ອງໃຫ້ສືບສວນ ການລະເມີດສິດທິມະນຸດ ໃນມຽນມາ


ອົງການນິລະໂທດກຳສາກົນ
ອົງການນິລະໂທດກຳສາກົນ

ກຸ່ມປົກປ້ອງສິດທິມະນຸດ ທີ່ສຳຄັນກຸ່ມນຶ່ງ ຮຽກຮ້ອງໃຫ້ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສ້າງຕັ້ງຄະນະກຳມາທິການນາໆຊາດ ເພື່ອສືບສວນ ການລ່ວງລະເມີດສິດທິມະນຸດ ຢູ່ໃນປະເທດມຽນມາ.

ອົງການນິລະໂທດກຳສາກົນ ຫຼື Amnesty International ໄດ້ທຳການຮ້ອງຮຽນ ໃນມື້ວັນສຸກວານນີ້ ຮຽກຮ້ອງໃຫ້ ສະມັດຊາໃຫຍ່ ດຳເນີນການ ຕາມຄຳແນະນຳ ຂອງຜູ້ລາຍງານພິເສດ ກ່ຽວກັບເລື່ອງສິດທິມະນຸດ ຢູ່ໃນມຽນມາ ຂອງອົງການສະຫະປະຊາຊາດ.

ລັດຖະບານ ຂອງຫຼາຍໆປະເທດ ຮວມທັງສະຫະລັດ ໄດ້ພາກັນສະແດງ ການສະໜັບສະໜຸນ ຕໍ່ການສ້າງຕັ້ງ ຄະນະກຳມາທິການ ເພື່ອສືບສວນເບິ່ງ ກໍລະນີທີ່ມີການສົງໄສ ກ່ຽວກັບການກໍ່ອາດຊະຍາກຳສົງຄາມ ແລະການກໍ່ໂທດກຳ ຕ້ານມະນຸດຊາດ. ການາດາ ແມ່ນປະເທດລ່າສຸດ ທີ່ໃຫ້ການສະໜັບສະໜຸນ ຕໍ່ການສືບສວນດັ່ງກ່າວ ໃນມື້ວັນພະຫັດຜ່ານມາ.

ອົງການນິລະໂທດກຳສາກົນ ເວົ້າວ່າ ຄະນະກຳມາທິການນີ້ ຄວນເພັ່ງເລັ່ງໃສ່ ລາຍງານຕ່າງໆ ກ່ຽວກັບການປະຫັດປະຫານ ຢ່າງເປັນລະບົບ ຕໍ່ພວກທີ່ນັບຖືສາສະໜາກຸ່ມນ້ອຍ ແລະພວກຊົນກຸ່ມນ້ອຍເຜົ່າຕ່າງໆ ໂດຍສະເພາະແລ້ວ ແມ່ນປະຊາຄົມ ຊາວມຸສລິມໂຣຮິງຢາ ໃນລັດ Rakhine ຊາວສານຢູ່ໃນລັດສານ ແລະຊາວກະຫຼ່ຽງຢູ່ ໃນພາກຕາເວັນອອກ ຂອງມຽນມາ.

XS
SM
MD
LG