ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະ​ເບີດແຕກ​ ຢູ່ໂຮງ​ແຮມ​ຫລູຫລາ​ ​ໃນນະຄອນ​ຢາງກຸ້ງ ​ (ວິດິໂອ/ສະໄລດ໌)


ໂຮງແຮມ Traders Hotel ທີ່ນະຄອນຢາງກຸ້ງ ບ່ອນເກີດເຫດວາງລະເບີດ
ໂຮງແຮມ Traders Hotel ທີ່ນະຄອນຢາງກຸ້ງ ບ່ອນເກີດເຫດວາງລະເບີດ
ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາ ກ່າວ​ວ່າ ລະ​ເບີດທີ່ແຕກ​ຂື້ນຢູ່ໂຮງ​
ແຮມ​ຫລູຫລາ​ແຫ່ງ​ນຶ່ງ ​ໃນນະຄອນ​ຢາງກຸ້ງ ​ແລະ​ເຮັດ​ໃຫ້ແຂກ
​ພັກ​ເຊົາຊາວອາ​ເມຣິກັນຄົນ​ນຶ່ງ ໄດ້​ຮັບບາ​ດ​ເຈັບນັ້ນ ​ແມ່ນ​ມາ
ຈາກລະເບີດ​ເວລາ​ທີ່​ເຮັດ​ເອົາ​ເອງ.​

ຕໍາຫລວດ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ສາ​ມຄົນ ​ແຕ່​ໄດ້​ເຕືອນ​ວ່າຍັງ​ໄວ
ເກີນ​ໄປ​ທີ່​ຈະ​ສັນນິຖານກ່ຽວ​ກັບ​ສາ​ເຫດ​ຂອງການວາງ​ລະ​ເບີດ
ທີ່​ເກີດ​ຂື້ນ​ໃນ​ຕອນ​ແລງ​ວັນ​ຈັນ​ວານນີ້ ຢູ່​ໃນ​ຫ້ອງ​ນອນ​ຫ້ອງ​ນຶ່ງ
​ທີ່ໂຮງ​ແຮມ Traders Hotel ​ທີ່​ຫລູຫລາ.

ຜູ້​ຍິງ​ອາ​ເມຣິກັນຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ ​ແລະ​ໄດ້​ເຂົ້າ​ໂຮງໝໍປິ່ນປົວ​ບາດ​ແຜ ຫລັງ​ຈາກເຫດລະ​ເບີດ​ ທີ່​ເຮັດ​ໃຫ້​ປ່ອງ ຢ້ຽມຫ້ອງ​ນອນ​ຢູ່​ຊັ້ນ​ທີ່ 9 ​ແຕກ ​ສົ່ງປ່ຽງ​ແກ້ວ​ແຕກຕົກລົງ​ມາສູ່​ຖະໜົນຢູ່​ລຸ່ມ.

​ໂຮງ​ແຮມດັ່ງກ່າວ​ເປັນ​ສ່ວນ​ນຶ່ງຂອງເຄືອ​ໂຮງ​ແຮມ Shangri-la
ທີ່ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ​ນັກທຸລະ​ກິດນິຍົມ​ກັນ​
ໄປ​ພັກ​. ມີ​ຕໍາຫລວດ​ຍາມ​ຢູ່​ທາງ​ນອກ​ໂຮງ​ແຮມ​ ຢ່າງ​ໜາ​ແໜ້ນ​ ໃນ​ວັນອັງຄານ​ມື້​ນີ້.

​ເຫດ​ລະ​ເບີດ​ຄັ້ງ​ນີ້ ​ແມ່ນ​ເປັນເທື່ອ​ຫລ້າ​ສຸດ​ໃນເຫດ​ລະ​ເບີດຂະໜາດ​ນ້ອຍ ​ທີ່ແຕກ​ຂຶ້ນ ຢ່າງ​ຕໍ່​ເນຶ່ອງກັນ​ມາຢູ່​ທົ່ວ​ປະ​ເທດ.


ກ່ອນ​ໜ້າ​ນັ້ນ ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ລະເບີດ
​ທີ່​ຍັງ​ບໍ່​ທັນ​ແຕກ ຢ່າງ​ໜ້ອຍ​ສອງ​ໜ່ວຍ ໜ່ວຍ​ນຶ່ງ​ຢູ່​ນະຄອນ​ຢາງ​ກຸ້ງ ​ແລະ​ອີກ​ໜ່ວຍ​ນຶ່ງ​ຢູ່
ເມືອງ ມັນ​ດາ​ເລ. ໃນ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ​ນີ້ ​ໄດ້ມີລະ​ເບີດ​ຫລາ​ຍໜ່ວຍ​ ແຕກ​ຂຶ້ນຕິດ​ຕໍ່ກັນ
​ຢູ່​ໃນ​ມຽນມາ ​ເຮັດ​ໃຫ້​ສອງ​ຄົນ​ເສຍ​ຊີວິດ ​ແລະ​ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ການເສຍ​ຊີວິດຂອງສອງ​ຄົນນັ້ນ ​ໄດ້​ມີຂື້ນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ເວລາ​ລະ​ເບີດໄດ້​ແຕກຂື້ນ
ຢູ່ທີ່​ເຮືອນ​ພັກ​ແຫ່ງ​ນຶ່ງ ​ໃນເມືອງຕອງ​ກູ ປະມານ 200 ກິໂລ​ແມດ​ຢູ່​ທາງ​ທິດ​ເໜືອ​ຂອງ​ຢາງ​ກຸ້ງ.
ລະ​ເບີດ​ອີກ​ສອງ​ລູກ​ໄດ້​ແຕກຂື້ນ​ຢູ່​ໃນ​ຢາງ​ກຸ້ງ ໃນ​ວັນ​ອາທິດ ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດເຈັບ​ ຫລາຍ​ຄົນ.

​ໂຄສົກຕໍາຫລວດ​ຄົນ​ນຶ່ງ ​ໃນ​ນະຄອນ​ຢາງ​ກຸ້ງ ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງໃນ​ສອງ​ລູກ​ທີ່​ຖືກ​ພົບ​ເຫັນ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້ຖືກ​ປົດ​ຂະ​ນວນກ່ອນທີ່​ມັນຈະລະ​ເບີດຂື້ນ.​

Bomb in Rangoon Hotel Injures American Tourist
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG