ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວຕ້ານໂຣກເອດສ໌ ໃນມຽນມາ ຈະສະໝັກ ເລືອກຕັ້ງສະພາ (ເບິ່ງວີດີໂອລາວ/ອັງກິດ)


Mary T. & Lizzy K.
Mary T. & Lizzy K.

ນັບ​ຕັ້ງ​ແຕ່​ເຂົ້າມາ​ບໍລິຫານ​ປະ​ເທດ​ບໍ່​ເຖິງ​ນຶ່ງ​ປີ ລັດຖະບານ​ຊຸດ​​ໃໝ່​ຂອງມຽນມາ​ກໍໄດ້​ດໍາເນີນ ​ການ​ປະຕິ​ຮູບ​ຫລາຍ​ສິ່ງ​ຫລາຍ​ຢ່າງ ທີ່​​ໄດ້​ໃຫ້ກໍາລັງ​ໃຈ​ແກ່​ ແມ່ນ​ແຕ່​ພວກ​ທີ່​ຕ້ອງຕິລັດຖະ ບານຫລາຍ​ທີ່​ສຸດ ​ຕະຫລອດມາ​ນັ້ນ​. ການ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງ ​ພ້ອມ​ກັບ​ການ​ໃຫ້ຄໍາ ໝັ້ນ​ສັນຍາທີ່​ຈະ​ຈັດໃຫ້​ມີ​​ການ​ເລືອກ​ຕັ້ງທີ່ເປີດ​ກວ້າງຫລາຍ​ຂຶ້ນ​ນັ້ນ ​ແມ່ນກໍາລັງ​ລໍ້​ໃຈ ໃຫ້​ພວກ​ຕໍາ​ໜິຕິຕຽນເຫລົ່າ​ນັ້ນ​ບາງ​ຄົນ​ ​ເຂົ້າມາ​ຮ່ວມ​ໃນ​ເວທີ​ການ​ເມືອງ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Danielle Bernstein ລາຍ​ງານ​ຈາກ​ເມືອງ​ຢາງກຸ້ງ ກ່ຽວ​ກັບ​ນັກ​ເຄຶ່ອນ​ໄຫວ​ມາ​ດົນ​ນານ​ຄົນ​ນຶ່ງ ທີ່ກໍາລັງ​ພິຈາລະນາ​ຈະ​​ສະໝັກ​​ເຂົ້າ​ແຂ່ງຂັນ​ເລືອກ​ຕັ້ງ​ເອົາ​ບ່ອນ​ນັ່ງ​ໃນສະພາ​. ທອງ​ປານ ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ພາສາລາວ:

ເມຶ່ອປີກາຍ​ນີ້ພວກ​ເຈົ້າໜ້າ​ທີ່​ມຽນມາ​ຂູ່​ວ່າ​ຈະ​ປິດ​ສຸກ​ສາລາ ຫລືຄລີ​ນິກປິ່ນປົວ​ໂຣກ​ເອດສ໌
ຂອງ​ນາງ Phyu Phyu Thin ທີ່​ຕັ້ງ​ຢູ່​ໃນເຂດ​ຊານ​ເມືອງ​ແຫ່ງ​ນຶ່ງ​ຂອງ​ນະຄອນຢ່າງ​ກຸ້ງ.

ມີ​ພວກ​ຄົນ​ເຈັບ​ຫລາຍ​ກວ່າ 40 ຄົນ​ ທີ່​ອາ​ໃສ​ປິ່ນປົວ​ຢູ່​ສຸກສາລາ​ແຫ່ງ​ນີ້ໃນສະພາບ​ບ່ອນ
ຢູ່​ທີ່​ພື້ນຖານ​ທີ່​ສຸດ. ຄົນ​ເຈັບ​ເຫລົ່າ​ນີ້ສ່ວນ​ຫລາຍ​ແມ່ນ​ບໍ່​ມີ​ເງິນ​ພໍ​ທີ່​ຈະ​ໄປ​ຮັບ​ການປິ່ນປົວ
ຫລື​ບໍ່​ມີ​ທາງ​ເລືອກ​ອື່ນໆ​ເລີຍ. ​ແລະ​ຄົນ​ເຈັບ​ບາງ​ຄົນ ​ເຊັ່ນເດັກ​ອາຍຸ 20 ​ເດືອນ​ຄົນ​ນີ້ ​ກໍ
ເປັນ​ລູກ​ກໍາພ້າເພາະວ່າພໍ່​ແມ່​ເສຍ​ຊີວິດ​ຍ້ອນ​ເຊື້ອ​ໄວ​ຣັສເອັຈ​ໄອ​ວີ​ນັ້ນ. ນາງ Phyu
Phyu Thin ​ໄດ້ໃຊ້​ເວລາ​ສ່ວນ​ໃຫຍ່​ໃນ​ໄລຍະສິບ​ປີຜ່ານມາ ​ຊ່ວຍ​ເຫລືອ​ປິ່ນປົວ​ພວກ​ຄົນ
ເຈັບ​ເຊັ່ນ​ເດັກ​ຄົນ​ນີ້. ລາວ​ເວົ້າ​ວ່າ:

“ບັນຫາ​ສໍາຄັນ​ທີ່​ສຸດ​ໃນ​ເວລາ​ນີ້ ​ກໍ​ຄື​ວ່າ ​ມີເດັກນ້ອຍ​ຫລາຍ​ຄົນ​ທີ່​ຕິດ​ເຊື້ອ​ເອັຈ​
ໄອ​ວີ ​ແລະ​ພວກ​ເຮົາຈໍາ​ເປັນ​ຕ້ອງ​ໄດ້​ຊ່ວຍ​ເຫລືອ​ພວກ​ເຂົາ​ເຈົ້າ. ອັດຕາ​ການ​
ຕິດ​ເຊື້ອ​ແມ່ນ​ຖີບ​ຕົວ​ສູງ​ຂຶ້ນນັບ​ມື້​ໃນ​ພວກ​ຊາວ​ໜຸ່ມ ດັ່ງ​ນັ້ນ​ພວກ​ເຮົາ​ຈໍາ​ເປັນ
ຕ້ອງໄດ້​ພະຍາຍາມ​ເຮັດ ​ໃຫ້​ສັງຄົມ​ຕື່ນ​ຕົວ​ຫລາຍ​ຂຶ້ນ.”

ທ່ານນາງ Aung San Suu Kyi ຜູ້ນໍາປະຊາທິປະໄຕໃນມຽນມາ ໂອ້ລົມກັບຊາວບ້ານ ບ້ານ Yae Phyu ໃນເຂດເມືອງ Dawei, ວັນທີ 29 ມັງກອນ 2012. REUTERS/Soe Zeya Tun
ທ່ານນາງ Aung San Suu Kyi ຜູ້ນໍາປະຊາທິປະໄຕໃນມຽນມາ ໂອ້ລົມກັບຊາວບ້ານ ບ້ານ Yae Phyu ໃນເຂດເມືອງ Dawei, ວັນທີ 29 ມັງກອນ 2012. REUTERS/Soe Zeya Tun

ຫລັງ​ຈາກ​ພວກ​ເຈົ້າໜ້າ​ທີ່​ມຽນມາ​
ຂູ່​ວ່າ​ ຈະ​ຂັບ​ໄລ່​ພວກ​ຄົນ​ເຈັບ
ອອກ​ຈາກ​ສຸກສາລາ​ແຫ່ງດັ່ງກ່າວ​
ນີ້ ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ
ສັນນິບາດແຫ່ງ​ຊາດ ​ເພື່ອ​ປະຊາ
ທິປະໄຕ ໄດ້​ໃຊ້ຊື່​ສຽງ​ຂອງ​ທ່ານ​
ນາງ​ດຶງ​ຄວາມ​ສົນ​ໃຈ​ໄປໃສ່ສຸກສາ
ລາ ​ແລະ​ບັນຫາໄດ້​ກໍ​ຢຸດ​ລົງ. ມາ
ບັດ​ນີ້ນາງ Phyu Phyu Thin ​
ໄດ້​ເປີດສຸກສາລາແຫ່ງ​ທີ່​ສອງ​ຂຶ້ນ
ອີກ ​ເພື່ອ​ໃຫ້​ສາມາດ​ສະໜອງ​
ຕອບຄວາມ​ຕ້ອງການ​ດ້ານການ
ຮັກສາ​ປິ່ນປົວນັ້ນ. ນາງ Phyu
Phyu Thin ຮອດ​ຄິດ​ວ່າຈະ
ສະໝັກ ເຂົ້າແຂ່ງຂັນ​ເອົາ​ບ່ອນ
ນັ່ງ​ໃນ​ສະພາ​ໃນ​ການ​ເລືອກ​ຄັ້ງ​
ພິ​ເສດ​ທີ່ ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້
ພ້ອມ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ.
ນາງເວົ້າວ່າ:

“ໃນ​ຖານະ​ເປັນ​ຊາວ​ມຽນມາ​ຄົນ​ນຶ່ງ ​ແລະ​ເປັນ​ສະມາຊິກ​ຂອງ​ພັກ​ສັນນິບາດ
ແຫ່ງ​ຊາດ​ເພື່ອປະຊາທິປະ​ໄຕ​ຂອງ​ມຽນມາ ຫລື NLD ນໍາ​ນັ້ນ ຂ້າພະ​ເຈົ້າ
ຮູ້ສຶກ​ດີ​ໃຈ​ຫລາຍ​ທີ່​ທ່ານ​ນາງ​ຊູ​ຈີ ຈະ​ລົງສະໝັກ​ເລືອກ​ຕັ້ງ. ນັ້ນຫລະ​ຄື​ສິ່ງ​
ທີ່​ພວກ​ເຮົາ​ຕ້ອງການທີ່​ສຸດ​ໃນ​ປັດຈຸບັນ​ນີ້ ຊຶ່ງ​ຂ້າພະ​ເຈົ້າຫວັງ​ວ່າ​ພວກ​ເຮົາ​
ທັງ​ໝົດ​ຈະສາມາດ​ປະຕິບັດ​ງານ​ຮ່ວມ​ກັນ​ໄດ້ ​ເພື່ອ​ສ້າງສາມຽນມາ​ໃຫ້​ເປັນ​
ປະ​ເທດ​ທີ່
ພັດທະນາ ແລະ ກ້າວໜ້າ​ທັນ​ສະ​ໄໝ ໃນ​ອະນາຄົດອັນໃກ້ໆ​ນີ້.”

ລັດຖະມັນຕີຊ່ວຍວ່າການກະຊວງຕ່າງປະເທດສະຫະລັດ ທ່ານ Michael Posner ຮັບຜິດຊອບເລື່ອງປະຊາທິປະໄຕ ສິດທິມະນຸດ ແລະແຮງງານ ຖ່າຍຮູບຮ່ວມກັບນາງ Phyu Phyu Thin ຕອນໄປ ຢ້ຽມຢາມປົວໂຣກເອດສ໌ຄລີນິກຂອງນາງ ໃນເຂດຊານເມືອງຢ່າງກຸ້ງ, ມຽນມາ, ວັນທີ 1 ພະຈິກ 2011.(AP Photo/Khin Maung Win)
ລັດຖະມັນຕີຊ່ວຍວ່າການກະຊວງຕ່າງປະເທດສະຫະລັດ ທ່ານ Michael Posner ຮັບຜິດຊອບເລື່ອງປະຊາທິປະໄຕ ສິດທິມະນຸດ ແລະແຮງງານ ຖ່າຍຮູບຮ່ວມກັບນາງ Phyu Phyu Thin ຕອນໄປ ຢ້ຽມຢາມປົວໂຣກເອດສ໌ຄລີນິກຂອງນາງ ໃນເຂດຊານເມືອງຢ່າງກຸ້ງ, ມຽນມາ, ວັນທີ 1 ພະຈິກ 2011.(AP Photo/Khin Maung Win)

ນາງ Phyu Phyu Thin ຍັງ
ລັງ​ເລ​ໃຈ​ທີ່​ຈະ​ຕໍາ​ໜິຕິຕຽນ​ລັດ
ຖະບານ​ອອກ​ມາໂດຍ​ກົງ​ ແຕ່
ນາງ​ກໍເຊື່ອ​ວ່າ ລັດຖະບານ​ຈະ​
ຕ້ອງ​ປະຕິບັດ​ການ​ຫລາຍຂຶ້ນ
ກ່ວາ​ເກົ່າ ສໍາລັບ​ພວກ​ປະຊາ
ຊົນ​ທັງຫລາຍ​ ທີ່​ນາງ​ໄດ້​ອຸທິດ
ຊີວິດ​ຂອງ​ນາງ ​ເພື່ອຊ່ວຍ
ເຫລືອ​ພວກ​ເຂົາ​ເຈົ້ານັ້ນ.
ນາງ​ກ່າວ​ວ່າ:

“​ເນື່ອງ​ຈາກ​ວ່າ​ ພວກ​ເຮົາ
ໄດ້ຕົກ​ຢູ່​ພາຍ​ໃຕ້ລະ​ບອບ​
ຜະ​ເດັດ​ການ​ທະຫານ​ມາເປັນ
ເວລາ​ດົນ​ນານ​ຫລາຍ​ນັ້ນ ບັນ
ຫາ​ຕ່າງໆ​ ເຊັ່ນການ​ສຶກສາ
ການ​ຮັກສາ​ສຸຂະພາບເຫລົ່າ
ນີ້​ ​ແມ່ນ​ຈໍາ​ເປັນ ຕ້ອງ​ໄດ້​ທໍາ​
ການແກ້​ໄຂ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ ໃຫ້​ໄວທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ເຖິງ​ແມ່ນ​ການ​ເລືອກ​ຕັ້ງ​ຄັ້ງ​ພິ​ເສດ​ທີ່​ຈະ​ມາເຖິງ​ນີ້ ອາດ​ມີ​ຜົນ​ກະທົບ​ໃນ​ຂອບ​ເຂດຈໍາກັດ​ຕໍ່
ສະພາ​ແຫ່ງ​ຊາດ​ຊຸດ​ຕໍ່​ໄປ​ກໍ​ຕາມ ​ແຕ່ມັນ​ກໍສະ​ແດງ​ໃຫ້​ເຫັນ​ເຖິງ ການ​ປ່ຽນ​ແປງຢ່າງ​ນຶ່ງ​ໃນ
ມຽນມາ ຄື​ໃນ​ດ້ານ​ທີ່​ວ່າ​ ມາ​ບັດ​ນີ້ຄົນ​ຄື​ນາງ Phyu Phyu Thin ​ແລະ​ພວກ​ສະມາຊິກ
ອື່ນໆ​ຂອງ​ສັງຄົມ​ພົນລະ​ເຮືອນ ສາມາດ​ປະຕິບັດ​ງານ​ຢ່າງເປີດ​ກວ້າງໄດ້​ແລ້ວ ​ແລະ​ນັ້ນ​ມັນ
ອາດ​ຈະ​ເປັນ​ການ​ເປີດ​ທາງ​ໃຫ້​ແກ່ພວກນັກ​ການ​ເມືອງລຸ້ນ​ໃໝ່ ​ທີ່ເຂົ້າພົວພັນ​ໃນ​ສັງຄົມ​ຢູ່​ໃນ​
ມຽນມາ​ນັ້ນ.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG