ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຽນມາຫຼາຍໝື່ນຄົນ ທີ່ເປັນໂຣກເອດສ໌ ຕົກຢູ່ໃນ ຄວາມສ່ຽງ ຍ້ອນບໍ່ໄດ້ ຮັບທຶນຊ່ວຍເຫລືອ (ເບິ່ງສະໄລດ໌)


ນາງ Ma Moe ຊາວມຽນມາທີ່ຕິດເຊື້ອເອັຊໄອວີຫລັ່ງນໍ້າຕາເມື່ອຫວນຄິດ
ເຖິງສາມີຂອງນາງທີ່ໄດ້ເສຍຊີວິດ ຍ້ອນເຊື້ອເອັຊໄອວີ
ນາງ Ma Moe ຊາວມຽນມາທີ່ຕິດເຊື້ອເອັຊໄອວີຫລັ່ງນໍ້າຕາເມື່ອຫວນຄິດ ເຖິງສາມີຂອງນາງທີ່ໄດ້ເສຍຊີວິດ ຍ້ອນເຊື້ອເອັຊໄອວີ

ກຸ່ມ​ຊ່ວຍ​ເຫລືອ​ດ້ານການ​ແພດ​ຝຣັ່ງ ທີ່​ມີ​ຊື່ວ່າ “ພວກ​ນາຍ​​ແພດບໍ່​ມີ​ພົມ​ແດນ ກ່າວ​ວ່າ ການ​ຕັດ​ການ​ຊ່ວຍ​ເຫລືອ​ຂອງ​ນາໆຊາດ​ສໍາລັບ​ການ​ປິ່ນປົວ​ເຊື້ອ​ເອັຈ​ໄອ​ວີ ​ແລະ​ໂຣກປອດ​ແຫ້ງ​ນັ້ນ ​ໄດ້​ເປັນ​ເຫດ​ໃຫ້​ປະຊາຊົນຫລາຍ​ສິບ​ພັນ​ຄົນ ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ຕິດ​ເຊື້ອ​ເຫລົ່າ​ນີ້ ​ຫລາຍ​ຂຶ້ນຢູ່​ໃນ​ມຽນມາ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Daniel Shearf ສົ່ງ​ລາຍ​ງານ​ມາ​ຈາກ​ບາງກອກ ດັ່ງທອງ​ປານຈະ​ນໍາມາສ​ະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ກຸ່ມ​ພວກ​ນາຍແພດ​ບໍ່​ມີ​ພົນ​ແດນ ຊຶ່ງ​ເປັນ​ກຸ່ມ​ຊ່ວຍ​ເຫລືອ​ດ້ານ​ການ​ປິ່ນປົວ ​ກ່າວ​ວ່າ ພວກ​ຄົນ​ເຈັບຕິດ​ເຊື້ອ​ເອັຈ​ໄອ​ວີໃນ​ມຽນມາ​ ​ ທີ່ຕ້ອງ ການ​ການ​ບໍາບັດ​ຕໍ່ຕ້ານ​ເຊື້ອ​ໄວ​ຣັສດັ່ງກ່າວ ​ໃນ​ຈໍານວນ​ເຖິງສອງ​ສ່ວນ​ສາມ​ ແມ່ນ​ບໍ່​ສາມາດ​ໄດ້​ຮັບ​ເລີຍ ຊຶ່ງນັ້ນ​ເປັນ​ເຫດ​ໃຫ້​ປະຊາຊົນ 85,000 ຄົນຕົກ ຢູ່​ໃນ​ສະພາບ​ທີ່​ມີ​ຄວາ​ມອ່ອນ​ແອ ແລະ​ສາມາດ​ຕິດ​ເຊື້ອ​ພະຍາດ​ຕ່າງໆ​ໄດ້ ​ເຊັ່ນ​ໂຣກປອດ​ແຫ້ງ​ ທີ່​ໄດ້​ເປັນສາ​ເຫດ​ຂອງ​ປະມານ​ນຶ່ງ​ສ່ວນ​ສີ່​ຂອງ​ການ​ຕາຍ​ທັງ​ໝົດທີ່​ກ່ຽວ​ພັນ​ກັບ​ໂຣດ​ເອດ​ສ໌.

ກຸ່ມ​ຊ່ວຍ​ເຫລືອ​ການ​ປິ່ນປົວ​ດັ່ງກ່າວ ຫລື​ທີ່​ຮູ້​ກັນ​ໃນ​ຊື່​ຫຍໍ້ພາສາ​ຝຣັ່ງວ່າ MSF ກ່າວ​ວ່າ ທຸກໆ​ປີ​ຈະ​ມີ​ຜູ້​ເປັນ​ພະຍາດ​ປອດ​ແຫ້ງ​ທີ່​ດື້​ຕໍ່​ຢາ​ ລາຍ​ໃໝ່ໆ ປະມານ 9,300 ຄົນ ​ແຕ່​ເທົ່າ​ເຖິງ​ປັດຈຸບັນ​ນີ້​ ມີ​ພຽງແຕ່ 300 ຄົນ​ເທົ່າ​ນັ້ນ​ທີ່ໄດ້​ຮັບ​ການ​ປິ່ນປົວ.

ກຸ່ມ MSF ​ໄດ້ຄາດໝາຍ​ວ່າຈະ​ໄດ້​ຮັບ​ການສະໜັບສະ​ໜຸນ​ດ້ານ​ການ​ເງິນ​ ພາຍ​ໃຕ້​ການ​ຊ່ວຍ​ເຫລືອ​ຮອບ​ໃໝ່​ຈາກ​ກອງ​ທຶນ​ໂລກ​ເພື່ອ​ປາບ​ປາມ​ໂຣກ​ເອດ​ສ໌ ​ໂຣກປອດ​ແຫ້ງ​ແລະໂຣກ​ໄຂ້ຍຸງ​ຫລື​ມາ​ເລເຣຍ ເພື່ອ​ຊ່ວຍ​ຖົມ​ຊ່ອງ​ວ່າງ​ດັ່ງກ່າວ ​ແຕ່​ວ່າຕົກ​ມາ​ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້ ການ​ຊ່ວຍ​ເຫລືອ​ທີ່​ວ່າ​ນັ້ນໄດ້ຖືກ​ຍົກ​ເລີກ​ໄປ​ຢ່າງ​ກະທັນຫັນ​ ເນຶ່ອງຈາກ​ທາງ​ກອງ​ທຶນ​ບໍ່​ໄດ້​ຮັບ​ເງິນສົດ​ພຽງພໍ​ຈາກ​ພວກ​ປະ​ເທດ​ໃຫ້ບໍລິຈາກ.

ທ່ານ Peter de ​Groote ຫົວໜ້າ​ໜ່ວຍປະຕິບັດ​ການຂອງກຸ່ມດັ່ງກ່າວ​ ໃນ​ມຽນມາ ກ່າວ​ວ່າ ຖ້າ​ໄດ້​ມາ​ເງິນຊ່ວຍ​ຫລື​ອນັ້ນ​ກໍຈະ​ເສີມ​ຂະຫຍາຍ​ການ​ປິ່ນ​ປົວ ​ເພິ່ມຂຶ້ນ​ໄດ້​ຢ່າງ​ຫລວງຫລາຍ​ສົມຄວນ.

ທ່ານ de ​Groote ​ເວົ້າ​ວ່າ “ສະ​ນັ້ນ ​ເນຶ່ອງຈາກ​ການ​ຍົກ​ເລີກ​ການ​ຊ່ວຍ​ເຫລືອ​ຮອບ 11 ທີ່​ເກີດ​ຂຶ້ນ​ໃນ​ປັດຈຸບັນ​ນີ້ນັ້ນ ກໍໝາ​ຍ​ເຖິງວ່າ​ ປະຊາຊົນ 46,500 ຄົນ​ທີ່​ຕິດ​ເຊື້ອ​ເອັຈ​ໄອ​ວີ​ ທີ່​ອາດ​ສາມາດ​ໄດ້​ຮັບ​ການ​ປິ່ນປົວ ຕະຫລອດ​ໄລຍະ​ຫລາຍ​ປີ​ຕໍ່ໜ້ານີ້ ​ແລະ​ອີກ​ປະມານ 10,000 ຄົນທີ່ເປັນ​ໂຣກປອດ​ແຫ້ງ​ປະ​ເພດ​ທີ່​ດື້​ຕໍ່​ຢາຫລາຍ​ຊະນິດ​ນັ້ນ ​ກໍ​ເລີຍ​ຈະ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ນີ້​ເຊັ່ນ​ກັນ ​ເນຶ່ອງຈາກ​ວ່າບໍ່ມີ​ຮັບເງິນຊ່ວຍ​ເຫລືອ​ເຂົ້າປະ​ເທດ.”

ກຸ່ມ MSF ກ່າວ​ວ່າ ການລະບາດ​ຂອງເຊື້ອ​ເອັຈໄອ​ວີ​ຢູ່ໃນ​ມຽນມາ​ນັ້ນ ​ແມ່ນຂ້ອນ​ຂ້າງ​ຈະຕໍ່າ ​ແຕ່​ຂາດ​ເຂີນ​ການ​ປິ່ນປົວ ຊຶ່ງ​ເຮັດ​ໃຫ້​ເປັນນຶ່ງ​ໃນ ການລະບາດ​ທີ່​ຮ້າຍ​ແຮງ​ທີ່ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ປະຊາຊົນ​ລະຫວ່າງ 15,000 ​ແລະ 20,000 ຄົນ​ທີ່​ຕິດ​ເຊື້ອ​ເອັຈໄອ​ວີ​ ເສຍ​ຊີວິດ​ໄປ​ທຸກໆ​ປີ​ຢູ່​ໃນ​ມຽນມາ ​ເພາະ ວ່າພວກ​ເຂົາ​ເຈົ້າບໍ່​ໄດ້​ຮັບ​ການ​ປິ່ນປົວ.

ສ່ວນການ​ແຜ່​ລະບາດ​ໂຣກ​ປອດ​ແຫ້ງ​ໃນ​ມຽນມານັ້ນ ກໍ​ມີ​ອັດຕາສູງເກືອບ ​ຮອດສາມ​ເທົ່າ​ຂອງ​ອັດຕາ​ໂດຍສະ​ເຫລ່ຍຂອງ​ໂລກ.

ພວກ​ນາຍ​ແພດ​ບໍ່​ມີ​ພົມ​ແດນ ຫລື MSF ນັບ​ວ່າ​ເປັນ​ກຸ່ມສະໜອງການ​ບໍາບັດ​ໃຫ້ກິນ​ຢາ​ຕ້ານ​ເຊື້ອ​ພະຍາດ ກຸ່ມໃຫຍ່​ທີ່​ສຸດ​ໃນ​ມຽນມາ ບ່ອນ​ທີ່​ລັດຖະບານ​ໃຊ້​ຈ່າຍ​ເງິນຊ່ວຍ​ເຫລືອ​ດ້ານສຸຂະພາບ​ໜ້ອຍ​ທີ່​ສຸດ​ນັ້ນ.

ໃນ​ປີ​ນີ້​ ຄາດ​ວ່າ​ມຽນມາຈະ​ເພີ່ມ​ງົບປະມານ​ການ​ຮັກສາ​ສຸຂະພາບ​ຂຶ້ນ ​ແຕ່​ ກໍ​ຍັງ​ຕ້ອງອາ​ໃສ​ກາງ​ຕໍ່​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ນັ້ນ​ຢູ່.

XS
SM
MD
LG