ຫົວໜ້າສຸກສາລາແຫ່ງນຶ່ງທີ່ໃຫ້ການຮັກສາພະຍາບານຟີແກ່ຊາວອົບພະຍົບມຽນມາໃນພາກ
ເໜືອຂອງໄທກ່າວວ່າ ພວກອົບພະຍົບໃນຈໍານວນຫລາຍຂຶ້ນນັບມື້ ໄດ້ພາກັນຫລົບໜີຂ້າມ
ຊາຍແດນເຂົ້າມາໃນໄທ. Dr. Cynthia Maung ຊຶ່ງເປັນຫົວໜ້າສຸກສາລາແມ່ເຕົາ(Mae
Tao) ໃນເມືອງແມ່ສອດ ພາກເໜືອຂອງໄທ ທີ່ຕິດກັບຊາຍແດນມຽນມາ ກ່າວໃນການຖະ
ແຫລງຂ່າວທີ່ບາງກອກ ໃນວັນອັງຄານອາທິດແລ້ວນີ້ວ່າ ຈໍານວນຜູ້ຄົນທີ່ຫລົບໜີຈາກ
ມຽນມາ ມາຊອກຫາການຮັກສາພະຍາບານຟີ ທີ່ສຸກສາລາຂອງທ່ານນາງນັ້ນ ໄດ້ເພີ່ມຂຶ້ນ ຢ່າງສະມໍ່າສະເໝີ ຊຶ່ງ ດຣ. Maung ຊີ້ແຈງຕື່ມວ່າ:
"ໂດຍສະເພາະ ພວກທີ່ເປັນພະຍາດຕິດແປດ ແລະ ພະຍາດ ຕິດຕໍ່ ຜ່ານລະບົບສືບພັນ ແລະ ກໍຍັງມີ ກໍລະນີຄົນເປັນໂຣກຂາດອາຫານ ອີກຫລາຍລາຍ ທີ່ໄດ້ຂ້າມຊາຍແດນມາ. ສະນັ້ນ ໃນແຕ່ລະມື້ ມີຄົນປ່ວຍຫລາຍຄົນຂຶ້ນນັບມື້ ທີ່ພາກັນ ຂ້າມຊາຍແດນມາ ຊອກປິ່ນປົວຟຣີຢູ່ຄລີນິກ."
Dr. Maung ແລະອົງການຊ່ອຍເຫລືອດ້ານການແພດອື່ນໆໄດ້ເປີດເຜີຍຜົນການສໍາຫລວດອັນນຶ່ງ ທີ່ສະແດງໃຫ້ເຫັນວ່າ ໃນພາກຕາເວັນອອກຂອງມຽນມານັ້ນ ພວກເດັກນ້ອຍຈໍານວນຫລາຍກວ່າ 40% ບໍ່ມີອາຫານກິນຢ່າງພຽງພໍ ແລະ 1 ໃນຈໍານວນ 7 ຄົນໃດ ເສຍຊີວິດກ່ອນອາຍຸຮອດ 5 ຂວບ ຊຶ່ງຫລາຍກວ່າເຄິ່ງນຶ່ງໃນນັ້ນ ແມ່ນຕາຍຍ້ອນພະຍາດໂຣຄາ ທີ່ສາມາດປ້ອງກັນໄວ້ໄດ້.
ການໂຈມຕີຂອງກອງທະຫານມຽນມາ ຕໍ່ພວກຊົນກຸ່ມນ້ອຍຢູ່ເລາະຕາມຊາຍແດນໃນຫວ່າງບໍ່ເທົ່າໃດປີຜ່ານມານີ້ ໄດ້ເຮັດໃຫ້ຊາວມຽນມາ ຫລາຍໝື່ນຄົນ ຕ້ອງອົບພະຍົບເຂົ້າໄປອາໄສຢູ່ໃນໄທ.
ພວກອົບພະຍົບແລະພວກຕົວຕັ້ງຕົວຕີສົ່ງເສີມສິດທິຊາວມຽນມາ ກ່າວວ່າ ກອງທັບມຽນມາໄດ້ເພີ່ມທະວີການບຸກໂຈມຕີ ຕໍ່ພວກທະຫານບ້ານຊົນກຸ່ມນ້ອຍ ລ່ວງໜ້າການເລືອກຕັ້ງທີ່ຈະມີຂຶ້ນໃນເດືອນໜ້າ ເພື່ຶອບັງ ຄັບໃຫ້ພວກເຂົາເຈົ້າຍອມຈໍານົນ.
ແຕ່ພວກກຸ່ມສົ່ງເສີມສິດທິມະນຸດກ່າວວ່າ ພວກທະທານຍັງໄດ້ທໍາການເຂັ່ນຂ້າ ຂົ່ມຂືນຊໍາເລົາ ແລະຂັບໄລ່ພວກພົນລະເຮືອນ ໜີຈາກບ້ານເຮືອນຂອງເຂົາເຈົ້າເຊ່ນກັນ ຊຶ່ງເປັນການບັງຄັບໃຫ້ພວກຄົນເຫລົ່ານີ້ ຕ້ອງຫລົບໜີໄປຍັງໄທ.
ດຣ ວໍຣະວິດ ສຸວັນວານິດສະກິດ ນັກຄົ້ນຄວ້າໃຫ້ສູນກາງເພື່ອສຸຂະ ພາບປະຊາຊົນແລະສິດທິມະນຸດຂອງມະຫາວິທະຍາໄລ John Hopkins ຂອງສະຫະລັດ ທີ່ປະຈໍາການຢູ່ໃນນະຄອນຊຽງໃໝ່ຂອງ ໄທ ກ່າວວ່າ :
"ທັງຂົງເຂດ ໂດຍສະເພາະປະເທດໄທນັ້ນ ແມ່ນຈະຍັງຄົງໄດ້ແບກຫາບພາລະ
ອັນໜັກໜ່ວງ ຈາກຄວາມລົ້ມແຫລວທາງດ້ານການຮັກສາສຸຂະພາບຂອງມຽນມາ
ນັ້ນຢູ່ຕໍ່ໄປ ເວັ້ນເສຍແຕ່ວ່າບາງສິ່ງບາງຢ່າງມີການປ່ຽນແປງ ບາງສິ່ງບາງຢ່າງ
ທີ່ແກ້ໄຂບັນຫາການກະທໍາຮຸນແຮງທີ່ເປັນສາເຫດ ກໍຄືການປົກຄອງທີ່ບໍ່ຖືກບໍ່ຕ້ອງ ທີ່ເປັນຕົວກໍ່ໃຫ້ເກີດວິກິດການສຸຂະພາບເຫລົ່ານີ້."
ດຣ. ວໍຣະວິດ ເວົ້າຕື່ມວ່າ ການຮັກສາສຸຂະພາບໃນມຽນມາ ແມ່ນຂີ້ຮ້າຍຫລາຍ ຈົນວ່າ
ປະຊາຊົນຫລາຍຄົນຕ້ອງເຂົ້າໄປຍັງໄທ ພຽງເພື່ອໃຫ້ໄດ້ຮັບການຮັກສາພະຍາບານເທົ່ານັ້ນ.
ພວກອົງການນາໆຊາດທີ່ໃຫ້ການຮັກສາສຸຂະພາບຟີນັ້ນ ປະເຊີນກັບການຈໍາກັດຮັດແຄບ
ຢ່າງເຂັ້ມງວດໃນມຽນມາ ຫລືບໍ່ ກໍບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດເລີຍ.