ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມຽນມາໂອນອໍານາດໃຫ້ ລັດຖະບານພົນລະເຮືອນ


ອະດີດນາຍພົນ Thein Sein ປະທານາທິບໍດີພົນລະເຮືອນ ຄົນໃໝ່ຂອງມຽນມາ
ອະດີດນາຍພົນ Thein Sein ປະທານາທິບໍດີພົນລະເຮືອນ ຄົນໃໝ່ຂອງມຽນມາ

ລັດຖະບານທະຫານຂອງມຽນມາ ໄດ້ສະຫລາຍຕົວຢ່າງເປັນທາງການ ແລະລັດຖະບານ ໃນນາມພົນລະເຮືອນພຽງແຕ່ຊື່ກໍທໍາພິທີສາບານຕົວເຂົ້າບໍລິຫານປະເທດຫລັງຈາກ ການ ປົກຄອງປະເທດ ໂດຍຝ່າຍທະຫານມາເປັນເວລາໄດ້ຫລາຍສິບປີ ແຕ່ຜູ້ສື່ຂ່າວວີໂອເອ Daniel Schearf ລາຍ ງານຈາກບາງກອກນັ້ນກໍແມ່ນວ່າ ພວກຈົ່ງຮັກພັກດີຕໍ່ຝ່າຍ ທະຫານນັ້ນແມ່ນ ຄວບຄຸມອໍານາດຢູ່ໃນລັດຖະບານຊຸດໃໝ່. ທອງປານ ມີລາຍລະອຽດ ຂອງເລຶ່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ

ສື່ມວນຊົນຂອງທາງການມຽນມາ ປະກາດເມື່ອວັນພຸດທີ່ 23 ເດືອນມີນາຜ່ານມານີ້ວ່າ ລັດຖະບານທະຫານມຽນມາ ໄດ້ສະຫລາຍຕົວ ຢ່າງເປັນທາງການແລ້ວ ແລະໄດ້ໂອນ ອໍານາດໃຫ້ໃນອັນທີ່ເອີ້ນວ່າ ລັດຖະບານ ທີ່ນໍາພາໂດຍພົນລະເຮືອນນັ້ນ.

ທ່ານ Thein Sein ອະດີດນາຍົກລັດຖະມົນຕີ ໄດ້ສາບານຕົວເຂົ້າຮັບຕໍາແໜ່ງປະທານາ ທິບໍດີ ພ້ອມດ້ວຍການເລືອກເອົາ ຄະນະປົຄອງຊຸດໃໝ່ ຫລັງຈາກການເລືອກຕັ້ງທົ່ວປະເທດ ໃນເດືອນພະຈິກຂອງປີຜ່ານມາ ທີ່ມີ ເປັນບັນຫາໂຕ້ແຍ້ງກັນນັ້ນ.

ແຕ່ການໂອນອໍານາດທີ່ເປັນປະວັດສາດນີ້ ໄດ້ກໍ່ໃຫ້ເກີດມີຄວາມເປັນຫ່ວງກັນວ່າ ການປົກ ຄອງໂດຍຝ່າຍທະຫານນັ້ນ ແມ່ນຍັງຈະດຳເນີນຕໍ່ໄປໂດຍ ຜ່ານພວກຕົວແທນ ທັງຫລາຍທີ່ຈົ່ງຮັກພັກດີຕໍ່ຝ່າຍທະຫານ.

ທ່ານນາງອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕຂອງມຽນມາ ໄດ້ຖືກສັ່ງຫ້າມ ບໍ່ໃຫ້ເຂົ້າຮ່ວມ ແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ຊຶ່ງເປັນພັກຝ່າຍຄ້ານ ສໍາຄັນ ຊຶ່ງໄດ້ຖືກຍຸບ ໃນຖານະທີ່ເປັນພັກການເມືອງ ທີ່ລວມຫົວກັນຕໍ່ຕ້ານການເລືອກ ຕັ້ງນັ້ນ.

ທ່ານ Nyan Win ໂຄສົກຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ກ່າວວ່າ ພວກເຂົາເຈົ້າຮັບເອົາຄວາມຈິງທີ່ວ່າມີລັດຖະບານຊຸດ ໃໝ່ຂຶ້ນມາບໍລິຫານປະເທດ ແລະເປີດກວ້າງຕໍ່ການໂອ້ລົມສົນທະນາ ແລະ ກໍຈະຕິດຕາມສິ້ງຊອມເບິ່ງຢ່າງໄກ້ຊິດຮ່ອງ ຮອຍການຄວບຄຸມໂດຍຝ່າຍ ທະຫານ.

//ສຽງ//

ທ່ານ ວິນ ກ່າວວ່າ “ນອກນີ້ແລ້ວ ພວກເຮົາກໍຈະລໍຄອຍຈັບຕາເບິ່ງໃນ ເລຶ່ອງນີ້ ພວກເຮົາມີ ຄວາມເປັນຫ່ວງຢູ່ສະເໝີກ່ຽວກັບວ່າຝ່າຍທະຫານມີອໍານາດຄວບ ຄຸມລັດຖະບານຫລືບໍ່ ຊຶ່ງພວກເຮົາກໍຍັງບໍ່ຮູ້ເປັນທີ່ແນ່ນອນເທື່ອ ພວກເຮົາ ຈະຄອຍເບິ່ງຕໍ່ໄປ”

ລັດຖະບານທະຫານມຽນມາໄດ້ອວດອ້າງວ່າການເລືອກຕັ້ງທົ່ວປະເທດນັ້ນ ຖືວ່າເປັນ ການເຄຶ່ອນໄຫວໄປສູ່ປະຊາທິປະໄຕ ແຕ່ກໍຖືກປະນາມຢ່າງກວ້າງ ຂວາງວ່າເປັນການ ຈອມປອມຫລາຍກວ່າ.

ຝ່າຍທະຫານໄດ້ຮ່າງລັດຖະທໍາມະນູນຂຶ້ນມາທີ່ຮັບປະກັນນຶ່ງສ່ວນສີ່ຂອງ ບ່ອນນັ່ງ ທັງໝົດໃນສະພາໃຫ້ຕົກເປັນຂອງຝ່າຍທະຫານ ແລະພັກການ ເມືອງທີ່ສະໜັບສະໜຸນ ໂດຍຝ່າຍທະຫານໄດ້ຖືກເລືອກຕັ້ງດ້ວຍຄະແນນສຽງຖ້ວມລົ້ນ ໃນຖ້າມກາງການກ່າວ ຫາວ່າໂກງບັດຄະແນນສຽງ ແລະການນາບຂູ່ຮາວີ.

ພວກນາຍທະຫານລະດັບສູງພາກັນລາອອກຈາກຕໍາແໜ່ງຂອງພວກເຂົາເຈົ້າ ເພື່ອສະ ໝັກເຂົ້າແຂ່ງຂັນເລືອກຕັ້ງ ທີ່ໂຮມທັງປະທານາທິບໍດີຄົນໃໝ່ ຊຶ່ງທ່ານເອງກໍເປັນ ອະດີດນາຍພົນທະຫານ ແລະຖືວ່າເປັນຜູ້ຈົ່ງຮັກພັກດີ ຕໍ່ຝ່າຍທະຫານ.

ພວກພັກການເມືອງປະຊາທິປະໄຕນ້ອຍໆທັງຫລາຍ ກໍໄດ້ຖືກຮັບເລືອກ ເຊັ່ນດຽວກັນ ແຕ່່ກໍໄດ້ບ່ອນນັ່ງໃນສະພາບໍ່ພໍທໍ່ໃດບ່ອນ.

ບົດບາດຂອງນາຍພົນອາວຸໂສ Than Swe ຢູ່ໃນລັດຖະບານຊຸດໃໝ່ນີ້ ຍັງບໍ່ເປັນທີ່ ແຈ້ງຂາວເທື່ອ ແລະພວກນັກວິຈານບາງຄົນຄາດວ່າທ່ານ ຈະຄຸມອໍານາດຢູ່ເບຶ້ອງຫລັງ.

ລັດຖະບານທະຫານມຽນມາ ທີ່ຮູ້ກັນຢ່າງເປັນທາງການໃນນາມສະພາ ເພື່ອສັນຕິພາບ ແຫ່ງລັດແລະການພັດທະນານັ້ນໄດ້ປົກຄອງປະເທດມຽນ ມານັບຕັ້ງແຕ່ປີ 1988 ເປັນຕົ້ນມາ ແຕ່ມຽນມາທີ່ເປັນປະເທດທຸກຈົນນັ້ນ ໄດ້ຕົກຢູ່ພາຍໃຕ້ການປົກຄອງໂດຍ ຝ່າຍທະຫານມາເປັນເວລາໄດ້ 50 ປີ ຫລືເຄິ່ງສັດຕະວັດແລ້ວ.

ເປັນທີ່ຮູ້ກັນດີວ່າ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງມຽນມາ ຫລື NLD ໄດ້ຊະນະການເລືອກຕັ້ງທົ່ວປະເທດເທື່ອແລ້ວ ຄືໃນປີ 1990 ແຕ່ຝ່າຍທະຫານໄດ້ປະຕິເສດ ບໍ່ຮັບຮູ້ຜົນການເລືອກຕັ້ງ ແລະໄດ້ກັກບໍລິເວນທ່ານນາງອອງຊານ ຊູຈີ ມາເປັນເວລາ ສ່ວນໃຫຍ່ໃນຮອບ 20 ປີຜ່ານ ມາ.

ທ່ານນາງອອງຊານ ຊູຈີ ໄດ້ຖືກປ່ອຍຈາກການກັກບໍລິເວນເມື່ອປີຜ່ານມານີ້ ພຽງບໍ່ເທົ່າໃດ ມື້ຫລັງຈາກການເລືອກຕັ້ງນັ້ນ.

XS
SM
MD
LG