ພວກປົກປ້ອງສິ່ງແວດລ້ອມກ່າວວ່າ ນັບຕັ້ງແຕ່ການກໍ່ສ້າງທໍ່ສົ່ງແກສ Shwe ຂອງມຽນມາ ໄດ້ເລິ່ມຂຶ້ນໃນເດືອນມິຖຸນາຜ່ານມານີ້ ກໍໄດ້ມີລາຍງານຫລາຍກະແສກ່ຽວກັບການລະເມີດສິດທິມະນຸດ ແລະການຖືກຍົກຍ້າຍຖິ່ນຖານຂອງປະຊາຊົນ ຫລາຍພັນຄົນ.
ໂຄງການສ້າງທໍ່ສົ່ງແກສ ທີ່ຄວາມຍາວລວມກັນທັງໝົດ 3,900 ກິໂລແມດດັ່ງກ່າວ ແມ່ນກໍາກັບດູແລໂດຍບໍລິສັດນໍ້າມັນແຫ່ງຊາດ (National Petroleum Corporation) ຂອງຈີນ ພ້ອມດ້ວຍພວກນັກລົງທຶນຈາກເກົາຫລີໃຕ້ ແລະ ອິນເດຍ. ເວລາທໍ່ສົ່ງແກສດັ່ງກ່າວເປີດໃຊ້ຢ່າງເຕັມສ່ວນໃນປີ 2013 ນັ້ນ ຄາດວ່າຈະເປັນຊັບສິນທີ່ນໍາເງິນຕາຕ່າງປະເທດມາໃຫ້ລັດຖະບານມຽນມາຢ່າງມະຫາສານ ໂດຍຄາດວ່າລາຍໄດ້ປະຈໍາປີຂອງລັດຖະບານ ຈະຕົກເປັນປີລະປະມານ ນຶ່ງພັນລ້ານໂດລາ ໃນໄລຍະສາມສິບປີ.
ແຕ່ພວກນັກເຄຶ່ອນໄຫວພາກັນຈົ່ມວ່າ ການກໍສ້າງໄດ້ດໍາເນີນໄປໂດຍບໍ່ຄໍານຶງເຖິງຄວາມເດືອດຮ້ອນຂອງປະຊາຄົມທ້ອງຖິ່ນເລີຍ. ທ່ານ ວົງ ອອງ ໂຄສົກຂະບວນການຕໍ່ຕ້ານທໍ່ ແກສ Shwe ຫລື Shwe Gas Movement ກ່າວວ່າ ຜົນກະທົບແມ່ນມີໄປທົ່ວມຽນມາ.
“ໂຄງການດັ່ງກ່າວນີ້ ພາໃຫ້ປະຊາຊົນຕ້ອງພັດພາກຖິ່ນຢູ່ແລະຖືກບັງຄັບໃຫ້ໄປຕັ້ງຖິ່ນຖານບ່ອນໃໝ່ໂດຍກົງ ຢ່າງໜ້ອຍ 8,000 ຄົນ. ພວກເຮົາພໍຈະວາດພາບໄດ້ວ່າ ມີຫລາຍກວ່າ 21,000 ຄົນທີ່ອາໃສຢູ່ຕາມເສັ້ນທາງທໍ່ສົ່ງແກສດັ່ງກ່າວ. ດັ່ງນັ້ນ ພວກເຮົາເຊື່ອວ່າມີປະຊາຊົນອີກຫລາຍພັນຄົນທີ່ຈະຖືກພັດພາກຖິ່ນຢູ່ອາໃສ.”
ຂະບວນການ Shwe Gas Movement ທີ່ຈັດຕັ້ງຂື້ນມາໂດຍພວກຊາວມຽນມາພັດຖິ່ນ ໃນໄທ ອິນເດຍ ແລະ ບັງກລາເດສ ກ່າວວ່າ ປະຊາຄົມຕ່າງໆຈະໄດ້ເຫັນການພັດທະນາໜ້ອຍຫລາຍ ທີ່ມາຈາກເງິນລາຍໄດ້ ຫລາຍພັນລ້ານໂດລາຈາກທໍ່ສົ່ງແກສນັ້ນ.
ນາງ Lway Aye Nang ໂຄສົກອົງການແມ່ຍິງ Palaung ຫລື Palaung Women ກ່າວວ່າ ການສໍ້ລາດບັງຫລວງໂດຍພວກເຈົ້າໜ້າທີ່ທ້ອງຖິ່ນມຽນມາ ຍັງສົ່ງຜົນກະທົບຕໍ່ພວກເຈົ້າຂອງທີ່ດິນທີ່ຖືກບັງຄັບໃຫ້ຂາດທີ່ດິນຂອງພວກເຂົາເຈົ້າ. ນາງ Lway Aye Nang ເວົ້າວ່າ:
“ກໍແມ່ນພວກເຈົ້າໜ້າທີ່ທ້ອງຖິ່ນທີ່ພົບເຫັນທີ່ດິນຢູ່ນີ້. ດັ່ງນັ້ນບໍລິສັດຈີນ ບາງບໍລິ
ສັດ ກໍຄົງໄດ້ໃຫ້ເງິນຊົດເຊີຍແກ່ພວກຊາວບ້ານ ແຕ່ເງິນກ້ອນນັ້ນ ຈະບໍ່ຕົກເຖິງມື
ຊາວບ້ານ ແຕ່ຈະຕົກໃສ່ມືຂອງພວກເຈົ້າໜ້າທີ່ທ້ອງຖິ່ນ ດັ່ງນັ້ນ ພວກຊາວບ້ານ
ກໍສູນເສຍດິນດອນ ແລະສູນເສຍວິຖີດໍາລົງຊີວິດຂອງພວກເຂົາເຈົ້າໄປ ແລະກໍ
ເປັນສາເຫດພາໃຫ້ພວກປະຊາຊົນ ທີ່ຢູ່ເຂດດັ່ງກ່າວ ຕ້ອງໄດ້ຍົກຍ້າຍໜີໄປ ຫລາຍຂຶ້ນ.”
ແກສທໍາມະຊາດ ໃນປະລິມານ 12 ລ້ານແມດກ້ອນຂອງມຽນມາ ຈະຖືກສົ່ງໄປຕາມທໍ່ສົ່ງທີ່ມີຄວາມຍາວ 2,800 ກິໂລແມດ ໄປຍັງແຂວງຢຸນນານຂອງຈີ. ອີກສ່ວນນຶ່ງຂອງທໍ່ສົ່ງ ຍາວ 1,100 ກິໂລແມດ ແມ່ນຈະລໍາລຽງນໍ້າມັນ ປະມານ 22 ລ້ານຕັນ ຈາກກໍ່າປັ່ນ ທີ່ບັນທຸກນໍ້າມັນດິບມາຈາກພາກຕາເວັນອອກກາງແລະອາຟຣິກາ ທີ່ຈອດທຽບທ່າຢູ່ທ່າເຮືອຂອງມຽນມານັ້ນ.
ຈີນໄດ້ເຊັນສັນຍາແບບຜູກຂາດສະບັບນຶ່ງສໍາລັບທໍ່ສົ່ງນີ້ ໃນປີ 2009.
ໃນເວລານັ້ນ ສື່ມວນຊົນຈີນໄດ້
ລາຍງານວ່າ ລັດຖະບານ ມຽນມາຈະຮັບປະກັນຄວາມປອດໄພຂອງທໍ່ສົ່ງ. ນາງ Lway
Aye Nang ກ່າວວ່າ ມຽນມາໄດ້ສົ່ງກໍາລັງທະຫານໄປປະຈໍາການຫລາຍກວ່າ 6,000 ຄົນ
ເພື່ອເພີ່ມຄວາມປອດໄພ ແລະປ້ອງກັນການປະທ້ວງ ຈາກປະຊາຄົມທ້ອງຖິ່ນ.
ທໍ່ສົ່ງແກສທໍາມະຊາດແລະນໍ້າມັນດັ່ງກ່າວ ຖືວ່າສໍາຄັນເພື່ອຕອບສະໜອງ ຄວາມຕ້ອງການພະລັງງານທີ່ເຕີບໂຕຂຶ້ນນັບມື້ຂອງຈີນ ໂດຍການນໍາເຂົ້າແກສທໍາມະຊາດຈາກມຽນມາຫລາຍຂຶ້ນ ແລະເປີດເສັ້ນທາງລັດສໍາລັບລໍາລຽງນໍ້າມັນດິນ ຈາກພາກຕາເວັນອອກກາງແລະອາຟຣິ ກາ ໄປຍັງພາກຕາເວັນອອກສຽງໃຕ້ຂອງຈີນ.
ທ່ານ Ian Storey ທີ່ສະຖາບັນສຶກສາເອເຊຍຕາເວັນອອກສຽງໃຕ້ ໃນສິງຄະໂປ ກ່າວວ່າ
ຈີນທີ່ມົວແຕ່ສຸມຄວາມສົນໃຈໃສ່ຄວາມຕ້ອງການດ້ານເສດຖະກິດຂອງຕົນນັ້ນ ແມ່ນກໍາລັງ
ມອງຂ້າມການລະເມີດສິດທິມະນຸດຂອງກອງທັບຂອງມຽນມາ. ທ່ານ Storey ກ່າວວ່າ:
“ຂ້າພະເຈົ້າໄດ້ເຫັນການກ່າວຫາເລື່ອງການລະເມີດສິດທິມະນຸດ ທີ່ພົວພັນກັບ
ໂຄງການສ້າງທໍ່ສົ່ງແກສແລະນໍ້າມັນດັ່ງກ່າວ ແລະ ຈິງໆແລ້ວ ພົວພັນກັບໂຄງ
ການການລົງທຶນຕ່າງໆຂອງຈີນໃນມຽນມາ ໂດຍສະເພາະໂຄງການເຂື່ອນຕ່າງໆ
ທີ່ພວກບໍລິສັດຈີນກໍາລັງກໍ່ສ້າງຢູ່ໃນມຽນມານັ້ນ. ເປັນທີ່ແຈ້ງຂາວວ່າລັດຖະບານ
ມຽນມາບໍ່ໄດ້ເອົາຫົວຊານໍາສິດທິມະນຸດຂອງປະຊາຊົນຂອງຕົນແຕ່ຢ່າງໃດເລີຍ
ແລະຂ້ອຍກໍຄິດວ່າ ຈີນກໍຈະເຕັມໃຈເຮັດຫູໜວກຕາບອດ ບໍ່ຮູ້ບໍ່ເຫັນການລະເມີດ
ສິດທິດັ່ງກ່າວນັ້ນ ຍ້ອນຜົນປະໂຫຍດທາງເສດຖະກິດທີ່ຕົນໄດ້ຮັບ.”
ໂດຍສ່ວນໃຫຍ່ແລ້ວ ນະໂຍບາຍທາງການຂອງລັດຖະບານຈີນແມ່ນບໍ່ເຂົ້າແຊກແຊງໃນກິດ
ຈະການພາຍໃນຂອງຕ່າງປະເທດ ແລະຈີນໂຕ້ແຍ້ງວ່າ ແຕ່ລະປະເທດກໍຄວນຈະໄດ້ຮັບອະນຸ
ຍາດໃຫ້ປະຕິບັດ ຕາມຕາລາງເວລາຂອງຕົນ ໃນດ້ານການປັບປຸງສິດທິມະນຸດນັ້ນ.
ການລົງໂທດຂອງພວກປະເທດຕາເວັນຕົກຕໍ່ມຽນມາ ສໍາລັບການຝ່າຝືນສິດທິມະນຸດຂອງ
ລັດຖະບານມຽມນານັ້ນ ແມ່ນໄດ້ເຮັດໃຫ້ພວກບໍລິສັດຈາກປະເທດຕາເວັນຕົກ ບໍ່ສາມາດ
ເຂົ້າໄປປະກອບທຸລະກິດຢູ່ທີ່ນັ້ນໄດ້. ແຕ່ພວກບໍລິສັດ ຈາກຈີນ ໄທ ແລະພວກປະເທດ
ເພື່ອນບ້ານອື່ນໆ ຍັງສືບຕໍ່ທໍາທຸລະກິດໃນມຽນມາຢູ່ຕໍ່ມາ.