ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ​ປ່ອຍ ​ນັກ​ໂທ​ດການ​ເມືອງ 41 ຄົນ


​ພວກ​ນັກ​ໂທ​ດການ​ເມືອງມຽນມາ ກໍາລັງເດີນອອກຈາກຄຸກ Insein
​ພວກ​ນັກ​ໂທ​ດການ​ເມືອງມຽນມາ ກໍາລັງເດີນອອກຈາກຄຸກ Insein
ມຽນມາ​ໄດ້​ປ່ອຍ​ພວກ​ນັກ​ໂທ​ດການ​ເມືອງ 41 ຄົນ ຊຶ່ງ​ເປັນ​ບາດ
ກ້າວ​ອັນ​ຫຼ້າ​ສຸດ ​ໄປ​ສູ່ ການປະຕິບັດ​ຕາມຄໍາ​ໝັ້ນ​ສັນຍາ ທີ່​ປະ
ທານາທິບໍດີ Thein Sein​ ໄດ້​ໃຫ້​ໄວ້​ ທີ່​ວ່າ​ຈະ​ປ່ອຍ​ພວກ​ນັກ​
ໂທ​ດການ​ເມືອງທັງ​ໝົດ ​ໃຫ້​ເປັນ​ອິດ​ສະລະ ພາຍ​ໃນ​ທ້າຍ​ປີ​ນີ້.

​ແຕ່ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ແມ່ນ​ແຕ່ຫຼັງ​ຈາກ​ການ​ນິລະ​
ໂທດ​ກໍາໃນວັນ​ພຸດ​ມື້​ນີ້ ກໍ​ຍັງ ມີ​ພວກ​ນັກ​ໂທ​ດການ​ເມືອງ
ຢ່າງ​ນ້ອຍ 44 ຄົນ ທີ່ຍັງ​ຕິດ​ຄ້າງ​ຢູ່​ໃນ​ຄຸກ ​ໃນ​ມຽນມາ ທີ່​
ກໍາລັງພຍາ​ຍາມ​ທີ່​ຈະ​ຟື້ນ​ຕົວ​ຄືນ​ມາ ຈາກ​ການ​ປົກຄອງ​ທີ່
​ຜະ​ເດັດ​ການ​ຂອງ​ທະຫານ​ ມາເປັນ​ເວລາຫຼາຍ​ທົດ​ສະ​ວັດ​ນັ້ນ.

ນັກໂທດການເມືອງ ຫົວດ້ວຍຄວາມດີໃຈ ຫລັງຈາກຖືກປ່ອຍໂຕ
ນັກໂທດການເມືອງ ຫົວດ້ວຍຄວາມດີໃຈ ຫລັງຈາກຖືກປ່ອຍໂຕ

ລາຍ​ງານຂ່າວ​ໃນ​ເບື້ອງ​ຕົ້ນກ່າວ​ວ່າ ມີ​ບາງ​ຄົນໃນ​ຈໍານວນ
ພວກ​ນັກ​ໂທ​ດ ທີ່​ຖືກ​ປ່ອຍ​ນັ້ນ ແມ່ນ​ຫາ​ກໍ​ໄດ້​ກັກ​ຂັງ​ເມື່ອ​ບໍ່​ດົນ
​ມາ​ນີ້ ​ພາຍ​ໃຕ້​ຂໍ້​ກົດໝາຍການ​ປະ​ທ້ວງ​ສະບັບ​ໃໝ່​ ທີ່​ບັນດາ
​ກຸ່ມ​ສິດ​ທິມະນຸດ​ນັ້ນເວົ້າ​ວ່າ ​ເປັນ​ກົດ​ໝາຍ​ທີ່​ກົດ​ຂີ່​ແລະ​ຈໍາກັດ
​ຮັດ​ແຄບ. ສ່ວນ​ຄົນ​ອື່ນໆທີ່​ຖືກ​ປ່ອຍ​ນັ້ນ ກ່າວ​ກັນ​ວ່າ ​ເປັນ
​ພວກ​ທີ່​ມີ​ສ່ວນ​ພົວພັນ​ກັບ​ການ​ຂັດ​ແຍ້​ງ ລະຫວ່າງ​ກຸ່ມ​ຊົນ​ກຸ່ມ
​ນ້ອຍ​ໃນ​ມຽນມາ ທີ່​ມີ​ມາ​ໄດ້ຫຼາຍ​ທົດ​ສະ​ວັດນັ້ນ.

ມີ ພວກ​ນັກ​ໂທ​ດການ​ເມືອງ ຫຼາຍ​ຮ້ອຍ​ຄົນ ​ໄດ້​ຖືກ​ປ່ອຍ​ພາຍ
​ໃຕ້​ການ​ນິລະ​ໂທດ​ກໍາຕໍ່ເນື່ອງ​ກັນ​ຫຼາຍໆ​ຄັ້ງ ທີ່​ຖືກ​ສັ່ງ​ຈາກ​ຄະນະລັດຖະບານ​ຫົວ​ປະຕິ​ຮູບ​ ​
ແຕ່​ຍັງ​ຖືກ​ຄອບ​ງໍາ​ໂດຍ​ທະຫານ ຂອງມຽນມານັ້ນ ຊຶ່ງ​ການ​ປ່ອຍ​ຕົວ​ຫຼາຍໆ​ຄັ້ງ​ໄດ້​ມີ​ຂຶ້ນ ​
ໃນ​ລະຫວ່າງ​ຫຼືບໍ່​ກໍ​ກ່ອນ ​ເກີດ​ເຫດການ​ສໍາຄັນໆ​ທີ່​ພົວພັນ​ກັບ​ສາກົນ.

ການ​ນິລະ​ໂທດ​ກໍາ​ໃນ​ມື້​ນີ້​ກໍ​ຄື​ກັນ ​ເພາະ​ມີຂຶ້ນ​ໃນ​ຂະນະ​ທີ່​ບັນດາ​ແຂກ​ສໍາຄັນ​ຕ່າງປະ​ເທດ
ພາກັນ​ໄປ​ເຕົ້າ​ໂຮມ​ຢູ​ໃນ​ມຽນມາ ​ເພື່ອ​ຮ່ວມ​ການ​ແຂ່ງຂັນ​ກິລາ SEA Games.
XS
SM
MD
LG