ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມີນາ ໒໐໒໓

14 ຄົນເສຍຊີວິດ ຍ້ອນໄຟໄໝ້ທໍ່ນໍ້າມັນ ທີ່ມຽນມາ


ໄຟທີ່ລຸກໄໝ້ທໍ່ນໍ້າມັນທີ່ເມືອງປາກົກກູ ໃນເຂດແມັກເວ ຂອງມຽນມາ ທີ່ເຮັດໃຫ້ 14 ຄົນເສຍຊີວິດ

ໄຟທີ່ລຸກໄໝ້ທໍ່ນໍ້າມັນທີ່ເມືອງປາກົກກູ ໃນເຂດແມັກເວ ຂອງມຽນມາ ທີ່ເຮັດໃຫ້ 14 ຄົນເສຍຊີວິດ
ໄຟທີ່ລຸກໄໝ້ທໍ່ນໍ້າມັນທີ່ເມືອງປາກົກກູ ໃນເຂດແມັກເວ ຂອງມຽນມາ ທີ່ເຮັດໃຫ້ 14 ຄົນເສຍຊີວິດ

ມີ​ 14 ຄົນເສຍ​ຊີວິດ ​ແລະ ມີ​ອີ​ກປະມານ 100 ຄົນ ​ໄດ້​ຮັບບາດ​ເຈັບ ຍ້ອນ​ເກີດໄຟ​ໄໝ້​ທໍ່ສົ່ງ​ນໍ້າມັນ​ດິບ ຢູ່ພາກ​ກາງຂອງມຽນມາ.

ເຈົ້າໜ້າທີ່ລັດຖະບານມຽນມາຜູ້​ນຶ່ງ ກ່າ​ວ​ໃນ​ວັນ​ຈັນ​ມື້ນີ້ວ່າ ໄຟ​ໄດ້ລຸກ​ໄໝ້ຂຶ້ນ​ໃນ​ວັນ​ອາທິດ
ວານ​ນີ້ ຢູ່​ໃກ້​ເມືອງ ປາ​ກົກ​ກູ (Pakokku) ​ໃນ​ເຂດແມັກ​ເວ (Magway).

ເຈົ້າໜ້າທີ່ຄົນ​ນີ້ ທີ່​ບໍ່ປະສົງ​ທີ່​ຈະ​ບອກ​ຊື່ ​ເວົ້າ​ວ່າ​ອາດ​ຈະ​ມີ​ກໍລະນີ ຄົນ​ບາດເຈັບ​ຫລາຍ​ລາຍ​
ກວ່ານັ້ນອີກ ກໍ​ເປັນ​ໄດ້.

ພວກ​ທີ່ໄດ້​ຮັບບາດ​ເຈັບ ຊຶ່ງ​ມີລວມທັງຫລາຍ​ຄົນ​ທີ່​ໄປ​ຊ່ວຍ​ດັບ​ໄຟ ​ໄດ້​ຖືກ​ນຳ​ໄປປິ່ນປົວ​
ບາດແຜຢູ່​ໂຮງໝໍ​ ໃກ້​ໆເຂດນັ້ນ.

XS
SM
MD
LG