ພະນັກງານໃຫ້ການຊ່ອຍເຫຼືອແກ່ພວກອົບພະຍົບກ່າວວ່າ ຈີນໄດ້ສັ່ງໃຫ້ພວກອົບພະຍົບ
ຫຼາຍຮ້ອຍຄົນທີ່ຫຼົບໜີການສູ້ລົບລະຫວ່າງທະຫານລັດຖະບານມຽນມາແລະພວກກະບົດ
Kachin ນັ້ນ ກັບຄືນໄປຍັງມຽນມາ.
ບັນດາພະນັກງານໃຫ້ການຊ່ອຍເຫຼືອກ່າວວ່າ ມີຊາວບ້ານຢ່າງນ້ອຍ 2,000 ຄົນໄດ້ພາ
ກັນຫຼົບໜີ ຍ້ອນການບຸກໂຈມຕີກອງທັບເອກກະລາດເຜົ່າ Kachin ຂອງທະຫານລັດ
ຖະບານມຽນມາ ຊຶ່ງເລີ່ມຂຶ້ນໃນຕົ້ນເດືອນນີ້.
ສ່ວນໃຫຍ່ຂອງພວກອົບພະຍົບ ພາກັນຊອກຫາບ່ອນຫຼົບລີ້ຢູ່ຕາມບໍລິເວນຊາຍແດນຈີນ
ໃນຄວາມຫວັງທີ່ວ່າ ທາງກອງທັບມຽນມາ ຈະບໍ່ກ້າຍິງປືນໃຫຍ່ໂຈມຕີໃກ້ໆບໍລິເວນຊາຍ
ແດນຂອງຈີນຊຶ່ງເປັນເພື່ອນບ້ານທີ່ຕັ້ງຢູ່ທາງທິດເໜືອ.
ບັນດາອົງການໃຫ້ຄວາມຊ່ອຍເຫຼືອບັນເທົາທຸກກ່າວວ່າ ສ່ວນໃຫຍ່ຂອງພວກອົບພະຍົບ
ໄດ້ຖືກປະຕິເສດບໍ່ຍອມໃຫ້ເດີນທາງເຂົ້າໄປໃນຈີນແຕ່ພວກຊາວ Kachin ທີ່ສູງອາຍຸແລະ ແມ່ຍິງທີ່ມີລູກຕິດໄດ້ຮັບອະນຸຍາດໃຫ້ຂ້າມຊາຍແດນເຂົ້າໄປໃນຈີນເມື່ອສັບປະດາແລ້ວແຕ
່ພວກເຂົາເຈົ້າເວົ້າວ່າເວລານີ້ຈີນໄດ້ສັ່ງໃຫ້ພວກເຂົາເຈົ້າກັບຄືນໄປມຽນມາຍ້ອນການສູ້ລົບ ກັນຢູ່ໃນໝູ່ບ້ານຂອງພວກເຂົາເຈົ້າໄດ້ສະຫງົບລົງແລ້ວ.
ການຊ່ອຍເຫຼືອພວກອົບພະຍົບໄດ້ມີການຈັດແຈງຫ້າງຫາໂດຍອົງການນ້ອຍໆຈຳນວນ
ບໍ່ເທົ່າໃດອົງການ ຊຶ່ງສ່ວນໃຫຍ່ແລ້ວແມ່ນເປັນອົງການຈັດຕັ້ງຂອງຊົນເຜົ່າ Kachin.
ອົງການໃຫ້ຄວາມຊ່ອຍເຫຼືອອົງການນຶ່ງກ່າວຕໍ່ວີໂອເອ ພະແນກພາສາມຽນມາວ່າ ໄດ້ມີ
ການຂາດແຄນອາຫານ ແລະບ່ອນພັກພາອາໄສ ສຳລັບພວກອົບພະຍົບ ແລະໄດ້ມີຄວາມ
ວິຕົກກັງວົນໂດຍສະເພາະ ກ່ຽວກັບການແຜ່ລະບາດຂອງພະຍາດຕ່າງໆທີ່ອາດມີຂຶ້ນນັ້ນ.