ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໒ ພຶດສະພາ ໒໐໒໕

ຈີນປະຕິເສດຂ່າວ ກ່ຽວກັບອົບພະຍົບມຽນມາ


ສົບນັກລົບເຜົ່າ Kachin ຄົນນຶ່ງທີ່ເສຍຊີວິດ ໃນການສູ້ລົບກັບທະຫານມຽນມາ (15 ມິຖຸນາ 2011)
ສົບນັກລົບເຜົ່າ Kachin ຄົນນຶ່ງທີ່ເສຍຊີວິດ ໃນການສູ້ລົບກັບທະຫານມຽນມາ (15 ມິຖຸນາ 2011)

ຈີນໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່າ ຕຳຫຼວດຊາຍແດນຂອງຕົນບໍ່ຍອມຮັບເອົາພວກອົບພະຍົບ
ຈຳນວນຫຼາຍຮ້ອຍຄົນທີ່ພາກັນຫຼົບໜີການບຸກໂຈມຕີຂອງລັດຖະບານມຽນມາຕໍ່ພວກກະບົດ
ຊົນເຜົ່າຢູ່ໃນພາກເໜືອຂອງມຽນມານັ້ນ.

ພວກຊາວບ້ານເຜົ່າ Kachin 1,000 ກວ່າຄົນ ໄດ້ໄປເຕົ້າໂຮມກັນຢູ່ໃກ້ໆກັບຊາຍແດນຈີນ
ເພື່ອຫຼົບໜີການສູ້ລົບ ຊຶ່ງໄດ້ເລີ່ມຂຶ້ນໃນສັບປະດາແລ້ວ. ຜູ້ທີ່ເຫັນເຫດການຄົນນຶ່ງ ກ່າວຕໍ່ວີ
ໂອເອວ່າສ່ວນໃຫຍ່ຂອງພວກອົບພະຍົບທີ່​ໄປຮອດຊາຍແດນໄດ້ຖືກສັ່ງໃຫ້ກັບຄືນແລະເວລາ ນີ້ພວມພາກັນເຂົ້າໄປຫຼົບລີ້ຢູ່ຕາມໂບດຕ່າງໆແລະປ່າດົງ ຢູ່ໃກ້ໆ​ນັ້ນ.

ວາລະສານອີຣະວະດີ ທີ່ບໍລິຫານງານໂດຍຊາວມຽນມາລີ້ໄພຢູ່ໄທໄດ້ອ້າງຄຳເວົ້າຂອງພະນັກ
ງານບັນເທົາທຸກທ້ອງຖິ່ນທີ່ກ່າວວ່າ ມີພວກອົບພະຍົບແຕ່ 200 ຄົນທໍ່ນັ້ນ ໄດ້ຮັບອະນຸຍາດ
ໃຫ້ເຂົ້າໄປໃນຈີນ. ວາລະສານສະບັບນີ້ ເວົ້າຕື່ມວ່າ ສ່ວນໃຫຍ່ຂອງພວກທີ່ໄດ້ຮັບອະນຸຍາດ ແມ່ນເປັນພວກຄົນແກ່ຊະລາຫຼືບໍ່ກໍເປັນແມ່ທີ່ມີລູກນ້ອຍແລະພວກເຈົ້າໜ້າທີ່ຈີນໄດ້ຢຶດໂທລະ
ສັບມືຖືແລະສັ່ງບໍ່ໃຫ້ເຂົາເຈົ້າຕິດຕໍ່ກັບຜູ້ໃດຢູ່ໃນປະເທດຈີນ.

ແຕ່ໃນການຖະແຫຼງຂ່າວທີ່ກຸງປັກກິ່ງໃນວັນພະຫັດມື້ນີ້ ໂຄສົກກະຊວງການຕ່າງປະເທດຈີນ
ທ່ານ Hong Lei ເວົ້າວ່າສະຖານະການທີ່ລາຍງານໂດຍສື່ມວນຊົນບໍ່ມີຄວາມຈິງເລີຍ. ທ່ານ
ເວົ້າວ່າ ຊາວມຽນມາຈຳນວນນຶ່ງໄດ້ຂ້າມຊາຍແດນໄປຫາຍາດພີ່ນ້ອງແລະເພື່ອນຝູງແລະລັດ ຖະບານຈີນໄດ້ໃຫ້ການຊ່ອຍເຫຼືອຕາມທີ່ເຄີຍໄດ້ປະຕິບັດມາຢ່າງເປັນປົກກະຕິ.

XS
SM
MD
LG